ທ່ານນາງ Hillary Clinton ລັດຖະມົນຕີຕ່າງປະເທດສະຫະລັດ ກໍາລັງອອກສຽງສະໜັບສະໜຸນຮ່ວມສົມທົບກັບບັນດານັກສັງເກດການນາໆຊາດ ທີ່ຕໍາໜິຕິຕຽນການເລືອກຕັ້ງເອົາສະມາຊິກສະພາໃນປະເທດຢູເຄຣນເມື່ອ ວັນອາທິດຜ່ານມານີ້.
ໃນການຖະແຫຼງຕໍ່ບັນດານັກຂ່າວທີ່ນະຄອນຫຼວງ Sarajevo ຂອງປະເທດບອສເນຍ ເມື່ອວັນອັງຄານວານນີ້ ທ່ານນາງຄຼິນຕັນເອີ້ນການເລືອກຕັ້ງດັ່ງກ່າວນີ້ວ່າເປັນບາດກ້າວຖອຍຫຼັງສໍາລັບປະຊາທິປະໄຕຂອງຢູເຄຣນ.
ຜົນການເລືອກຕັ້ງຂອງທາງການ ສະແດງໃຫ້ເຫັນວ່າ ພັກຂອງປະທານາ ທິບໍດີ Viktor Yanukovych ຊຶ່ງເປັນພັກລັດຖະບານປົກຄອງປະເທດໃນເວລານີ້ຍັງສາມາດຮັກສາສຽງສ່ວນຫຼາຍໄວ້ໄດ້ຢູ່ສະພາ. ຈາກຜົນການນັບ ບັດຄະແນນໄປແລ້ວ ຫຼາຍກວ່າ 95 ເປີເຊັນ ປະກົດວ່າ ພັກຂອງທ່ານມີຄະແນນນໍາໜ້າພັກປິຕຸພູມຫຼື Fatherland ທີ່ນິຍົມຕາເວັນຕົກຂອງອະດີດນາຍົກລັດຖະມົນຕີ Yulia Tymoshenko ຜູ້ທີ່ກຳລັງຕິດຄຸກຢູ່ນັ້ນ ໂດຍ ສັດສ່ວນ 31 ເປີເຊັນ ຕໍ່ 25 ເປີເຊັນ.
ບັນດານັກສັງເກດການການເລືອກຕັ້ງຈາກອົງການການຮ່ວມມືແລະຄວາມ ໝັ້ນຄົງໃນພາກພື້ນຢູໂຣບ ເວົ້າວ່າ ພັກການເມືອງຂອງທ່ານປະທານາທິ ບໍດີ ໄດ້ໃຊ້ງົບປະມານລັດ ເພື່ອໃຊ້ຈ່າຍໃນການໂຄສະນາຫາສຽງຂອງຕົນ ແລະຄວບຄຸມການຫຼັ່ງໄຫຼຂອງຂໍ້ມູນຂ່າວສານທີ່ບໍ່ຖືກຕ້ອງເໝາະສົມ.
ທ່ານ Mykola Azarov ນາຍົກລັດຖະມົນຕີຢູເຄຣນບໍ່ຍອມຮັບເອົາຄໍາຕໍາ ໜິຕິຕຽນການເລືອກຕັ້ງສະມາຊິກຂອງລະບົບສະພາດຽວຢູເຄຣນທີ່ມີ 450 ບ່ອນນັ່ງນັ້ນ ໂດຍອ້າງໃນສິ່ງທີ່ທ່ານອະທິບາຍວ່າ ເປັນການປະເມີນຜົນໃນທາງບວກ ຈາກຄະນະກໍາມະການສັງເກດການການເລືອກຕັ້ງຈໍານວນນຶ່ງ. ຊຶ່ງທ່ານ ນາຍົກ Azarov ກ່າວຕໍ່ໄປວ່າ:
“ພວກເຮົາຮູ້ແລ້ວເຖິງຖະແຫຼງການຕ່າງໆຈາກຄະນະກໍາມະການເລືອກຕັ້ງ ທັງໝົດ. ຄືກໍາມະການທຸກໆຄົນແມ່ນມີຄວາມເຫັນໃນທາງບວກ ແລະສະ ນັ້ນພວກເຮົາກໍຫວັງວ່າ ໂດຍລວມແລ້ວນັ້ນ ບັນດານັກສັງເກດການການ ເລືອກຕັ້ງທັງໝົດຈະປະຕິບັດງານຂອງພວກເຂົາເຈົ້າທີ່ສໍາເລັດລົງດ້ວຍ ຜົນສະລຸບທີ່ເປັນທາງບວກ.”