ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທ່ານນາງ ຄລິນຕັນ ນຳສົ່ງ ອີເມລສ່ວນໂຕ ໃນໜ່ວຍ ເກັບກຳຂໍ້ມູນ ໃຫ້ແກ່ກະຊວງ​ຍຸຕິ​ທຳ


ຜູ້ສະໝັກລົງແຂ່ງຂັນ ເປັນປະທານາທິບໍດີ ທ່ານນາງ Hillary Clinton ກ່າວຖະແຫລງຢູ່ທີ່ ງານໂຄສະນາຫາສຽງ ໃນລັດ New York, ວັນທີ 13 ກໍລະກົດ 2015.
ຜູ້ສະໝັກລົງແຂ່ງຂັນ ເປັນປະທານາທິບໍດີ ທ່ານນາງ Hillary Clinton ກ່າວຖະແຫລງຢູ່ທີ່ ງານໂຄສະນາຫາສຽງ ໃນລັດ New York, ວັນທີ 13 ກໍລະກົດ 2015.

ໂຄສົກ​ພັກ​ເດ​ໂມ​ແຄຣັດ ຂອງ​ຜູ້​ສະມັກ​ແຂ່ງຂັນ ປະທານາທິບໍດີ
ທ່ານ​ນາງ Hillary Clinton ກ່າວ​ໃນ​ວັນ​ອັງຄານ​ວານ​ນີ້​ວ່າ
ທ່ານ​ນາງ ກຳລັງນຳ​ສົ່ງ​ອີ​ແມ​ລສ່ວນ​ໂຕ ທີ່​ເຄີ​ຍ​ໃຊ້​ສົ່ງ ​ແລະ​ ຮັບ
ຂໍ້ຄວາມ​ການ​ຕິດ​ຕໍ່​ຕ່າງໆ ​ໃນ​ລະຫວ່າງ​ທີ່ທ່ານ​ນາງ ​ເປັນລັດຖະ
ມົນຕີຕ່າງປະ​ເທດ ສະຫະລັດ ​ໃຫ້​ແກ່ກະຊວງ​ຍຸຕິ​ທຳ.

ທ່ານນາງ Clinton ​ໄດ້​ຕົກຢູ່​ພາຍ​ໃຕ້​ຄວາມ​ກົດ​ດັນ​ ຂອງ​ບັນດາ
​ສະມາຊິກ​ພັກ​ຣີພັບ​ບລີກັນ ເພື່ອ​ໃຫ້​ມອບ​ບັນ​ທຶກ​ເກັບກຳ​ຂໍ້​ມູນ
ນັບຕັ້ງ​ແຕ່​ໄດ້​ຖືກ​ເປີດ​ເຜີຍໃນ​ເດືອນ​ມີນາທີ່​ຜ່ານ​ມາ​ ວ່າ ທ່ານ​ນາງ
​ໄດ້​ໃຊ້​ບັນ​ແມ​ລສ່ວນ​ໂຕ ​ເພື່ອ​ສົ່ງ​ສານຕິດ​ຕໍ່​ທາງການ. ບັນດາ​ຜູ້​
ຕິຕຽນ​ໄດ້​ກ່າວ​ຫາ ທ່ານ​ນາງວ່າ ພະຍາຍາມ​ຊຸກ​ເຊື່ອງ​ການ​ຕິດ​ຕໍ່
​ທີ່ໂຕ້​ແຍ້​ງກັນ ຢູ່​ໃນ​ບັນຊີ​ສ່ວນ​ໂ​ຕ​ຂອງ​ທ່ານນາງ ຮວມທັງ​ບັນດາ​ເລື້ອງ​ລາວ​ທີ່​ພົວພັນ​ກັບ​ການ​ໂຈມ​ຕີ​ທີ່​ຮ້າຍ​ແຮງ​ຕໍ່ ກົງ​ສຸນ​ສະຫະລັດ ​ໃນ​ເມືອງ Benghazi ​ປະ​ເທດ​ Libya ​ໃນ​ປີ 2012 ນັ້ນ.

ທ່ານ​ນາງ Clinton ກ່າວ​ວ່າ ຕົນໄດ້​ສົ່ງມອບ ຫຼາຍກວ່າ 55,000 ໜ້າ​ ຂອງ​ອີເມ​ລ ​ແກ່
ກະຊວງ​ການຕ່າງປະ​ເທດ ​ແລະ​ໄດ້​ອະນຸຍາດ​ໃຫ້ ກະຊວງ ​ເປີດ​ເຜີຍ​ອີ​ເມລ​ເຫຼົ່ານັ້ນ ຕໍ່
ສາທາລະນະ​.

ຫ້ອງການ​ສັນຕິ​ບານ​ກາງ ຫຼື FBI ​ໄດ້​ເລີ້ມ​ທຳການ​ສື​ບສວນກ່ຽວ​ກັບ ຄວາມ​ປອດ​ໄພ​ເກັບ
​ກຳ​ຂໍ້​ມູນອີເມລ​ສ່ວນ​ໂຕ​ຂອງ ທ່ານ​ນາງ Clinton ຫລັງ​ຈາກ ຜູ້​ກວດກາ​ທົ່ວ​ໄປ​ ຂອງປະຊາ​
ຄົມ​ສືບ​ລັບ ສະຫະລັດ ກ່າວ​ວ່າ ທ່ານ​ໄດ້​ພົບເຫັນຢ່າງ​ໜ້ອຍ ສີ່ອີເມລ​ທີ່ເປັນຄວາມລັບ ຢູ່​
ໃນ​ເວລາ​ທີ່​ຖືກ​ສົ່ງ ຮວມທັງ​ສອງ​ອີເມລ ທີ່ເຫັນ​ວ່າ “​ເປັນຄວາມ​ລັບ​ສຸດ​ຍອດ” ຊຶ່ງ​ເປັນ​
ລະດັບ​ຄວາມ​ລັບ​ສູງສຸດ​ຂອງ​ລັດຖະບານ.

​ໂຄສົກ​ກະຊວງ​ການຕ່າງປະ​ເທດ ສະຫະລັດ ທ່ານ John Kirby ກ່າວ​ວ່າ “ບັນດາ​ພະນັກງານ ກະຊວງ ​ໄດ້​ເປີດ​ເຜີ​ຍບັນດາອີແມ​ລ ທີ່​ແຈກຢາຍ​ກັນ ຢູ່​ໃນ​ລະບົບ​ທີ່​ບໍ່​ແມ່ນ​ຄວາມ​ລັບໃນ
​ປີ 2009 ​ແລະ 2011 ​ແລະ​ຈຳນວນ​ນຶ່ງແມ່ນໄດ້​ຖືກ​ສົ່ງ​ໄປ​ຫາ ລັດຖະມົນຕີ ຕ່າງປະ​ເທດ ທ່ານ​ນາງ Clinton. ອີເມ​ລ​ເລົ່າ​ນີ້​ບໍ່​ໄດ້​ໝາຍ​ບອກ​ວ່າ ​ເປັນຄວາມ​ລັບ.”
ທ່ານ​ກ່າວ​ເພີ້​ມອີກ​ວ່າ “​ໃນ​ຂະນະ​ທີ່​ພວກ​ເຮົາ​ເຮັດ​ວຽກກັບ ຫົວໜ້າ ຫ້ອງການ​ສືບ​ລັບ​ແຫ່ງ​ຊາດ ​ເພື່ອ​ແກ້​ໄຂ ຄວາມ​ຈິງ​ນັ້ນ ​ເອກ​ກະສານ​ເຫຼົ່າ​ນີ້ ຕາມ​ຄວາມ​ຈິງ​ແລ້ວ​ເປັນຄວາມ​ລັບ ພວກ​ເຮົາ​ຈຶ່ງກຳລັງ​ເອົາ​ບາດກ້າວ ​ເພື່ອຄໍ້​າປະກັນ​ລາຍ​ລະ​ອຽດ​ໃຫ້​ເປັນ​ທີ່ແນ່​ໃຈ ​ແລະ​ຮັກສາ​ໄວ້​ໃຫ້​ເໝາະ​ສົມ.”

​ເພີ້​ມເຕີມໄປ​ຈາກບ່ອນເກັບກຳ​ຂໍ້ມຸນ​ອີ​ແມ​ລ ທ່ານ​ນາງ Clinton ຍັງ​ໄດ້​ສົ່ງ​ຄືນ ບັນ​ຈຸຂໍ້​ມູນ
ຫລາຍ​ພັນ​ອີ​ແມ​ລສ່ວນ​ໂຕຂອງ​ທ່ານ​ນາງ​ໄປ​ພ້ອມ.

XS
SM
MD
LG