ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານນາງ Clinton ຢ້ຽມຢາມຕູນີເຊຍ


ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary Clinton ໄປຢ້ຽມສະພາກາແດງຂອງຕູນີເຊຍ ພ້ອມກັບ ເອກອັກຄະລັດຖະທູດສະຫະລັດ ປະຈຳຕູນີເຊຍ ທ່ານ Gordon Grey (17 ມີນາ 2011)
ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary Clinton ໄປຢ້ຽມສະພາກາແດງຂອງຕູນີເຊຍ ພ້ອມກັບ ເອກອັກຄະລັດຖະທູດສະຫະລັດ ປະຈຳຕູນີເຊຍ ທ່ານ Gordon Grey (17 ມີນາ 2011)

ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດທ່ານນາງ
Hillary Clinton ເດີນທາງໄປເຖິງປະເທດຕູນີເຊຍແລ້ວ
ຊຶ່ງເປັນຈຸດເລີ່ມຕົ້ນ ໃນການໂຮມຊຸມນຸມປະທ້ວງຂະໜາດ
ໃຫຍ່ ທີ່ໄດ້ເກີດຂຶ້ນຢູ່ໃນເຂດສ່ວນໃຫຍ່ຂອງພາກຕາເວັນ
ອອກກາງແລະອາຟຣິກາເໜືອໃນປີນີ້.

ທ່ານນາງ Clinton ແມ່ນເຈົ້າໜ້າທີ່ຂັ້ນສູງສຸດຂອງສະຫະ
ລັດທີ່ໄດ້ເດີນທາງໄປຢ້ຽມຢາມປະເທດຕູນີເຊຍນັບແຕ່ພວກ
ເດີນຂະບວນປະທ້ວງ ໄດ້ຂັບໄລ່ປະທານາທິບໍດີ Zine el-
abidine Ben Ali ລົງຈາກອຳນາດເມື່ອ 2 ເດືອນກ່ອນ.

ໃນມື້ວັນພຸດວານນີ້ຊາວຕູນີເຊຍຈຳນວນຫຼາຍສິບຄົນໄດ້
ພາກັນເດີນຂະບວນຢູ່ຕາມຖະໜົນຫົນທາງສາຍຕ່າງໆ
ໃນນະຄອນຫຼວງຕູນິສ ເພື່ອປະທ້ວງການເດີນທາງໄປ
ຢ້ຽມຢາມຂອງທ່ານນາງ Clinton. ພວກປະທ້ວງເວົ້າວ່າ ເຂົາເຈົ້າຄັດຄ້ານຕໍ່ການແຊກແຊງຂອງຕ່າງປະເທດໃນຕູນີເຊຍ.

ທ່ານນາງ Clinton ໄດ້ເດີນທາງໄປຍັງຕູນີເຊຍຈາກປະເທດອີຈິບ ບ່ອນທີ່ທ່ານນາງໄດ້ພົບ
ປະກັບພວກເຈົ້າໜ້າທີ່ ຂອງອຳນາດການປົກຄອງໃນໄລຍະຂ້າມຜ່ານຂອງປະເທດດັ່ງກ່າວ.
ນອກນັ້ນທ່ານນາງຍັງໄດ້ໄປຢ້ຽມຈະຕຸລັດ Tahrir ໃນ ກຸງໄຄໂຣຈຸດສູນກາງໃນການລຸກຮື ຂຶ້ນຮຽກຮ້ອງເອົາປະຊາທິປະໄຕ ທີ່ພາໃຫ້ປະທານາທິບໍດີອີຈີບ ທ່ານ Hosni Mubarak
ລາອອກໃນເດືອນແລ້ວ.

ທ່ານນາງ Clinton ກ່າວວ່າ ການຢ້ຽມຈະຕຸລັດດັ່ງກ່າວ ແມ່ນເປັນການເຕືອນຄວາມຊົງ
ຈຳທີ່ສຳຄັນ ກ່ຽວກັບອຳນາດທາງດ້ານຈິດໃຈຂອງມະນຸດ ແລະຄວາມໄຝ່ຝັນໃນການ
ຢາກມີອິດສະຫຼະພາບພ້ອມໆກັບສິດທິມະນຸດແລະປະຊາທິປະໄຕນຳດ້ວຍ.

XS
SM
MD
LG