ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານນາງ Clinton ພະຍາຍາມເຮັດໃຫ້ ອາລົມຮ້ອນຂອງ ທ່ານ Trump ເປັນບັນຫາການໂຄສະນາຫາສຽງ


Clinton Tries to Make Trump's Temperament Central Campaign Issue
please wait

No media source currently available

0:00 0:02:49 0:00

ສຳລັບ​ຜູ້​ປ່ອນ​ບັດ​ຫລາຍໆ​ຄົນ​ແລ້ວ ການ​ແຂ່ງຂັນເລືອກ​ຕັ້ງ​ປະທານາທິບໍດີ ລະ​ຫວ່າ​ງ ທ່ານ Donald Trump ທີ່​ສັງກັດພັກຣີພັບ​ບລິ​ກັນ ແລະ ທ່ານ​ນາງ Hillary Clinton ທີ່​ສັງກັດພັກ​ເດໂມ​ແຄຣັດ ອາດ​ຈະ​ລົງ​ເອີຍ​ກັນ​ໂດຍ​ທາງເລືອກລະຫວ່າງ ຜູ້​ສະໝັກ​ທີ່ໃຫ້​ຄຳ​ໝັ້ນສັນຍາກ່ຽວ​ກັບ​ການ​ປ່ຽນ​ແປງ ​ແລະ​ອີກ​ຜູ້​ນຶ່ງ ທີ່​ສະ​ເໜີ​ໃຫ້​ມີ​ສະຖຽນ​ລະ​ພາບ. ນັກ​ຂ່າວ​ແຫ່ງ​ຊາດວີ​ໂອ​ເອ Jim Malone ມີ​ລາຍ​ງານ​ກ່ຽວ​ກັບວ່າ ບັນຫາ​ການ​ປ່ຽນ​ແປງ ​ແລະ​ການ ມີອາລົມ​ຮ້ອນ​ຈະ​ມີ​ຜົນ​ແນວໃດ​ຕໍ່​ການ​ໂຄສະນາ​ຫາ​ສຽງເພື່ອ​ເຂົ້າຄວບ​ຄຸມທຳນຽບຂາວ ຊຶ່ງ ​ກິ່ງ​ສະຫວັນ ຈະ​ນຳ​ເອົາ​ລາຍ​ລະອຽດ​ມາສະ​ເໜີ​ທ່ານ.

ການ​ໂຄສະນາ​ຫາ​ສຽງ​ພັກ​ເດ​ໂມ​ແຄຣັດ ທ່ານ​ນາງ Hillary Clinton ຢູ່​ລັດ Pennsyl- vania ພ້ອມ​ດ້ວຍ ຮອງ​ປະທານາທິບໍດີ Joe Biden.

ຄະແນນສຽງ​ຂອງ​ທ່ານ​ນາງ Clinton ຫວ່າງ​ມໍ່ໆ​ມາ​ນີ້ໄດ້​ຂຶ້ນກາຍ​ເປັນບາງ​ພາກສ່ວນ ​ເພາະ ວ່າ​ຜູ້​ປ່ອນ​ບັດ​ມີ​ຄວາມ​ເປັນ​ຫ່ວງ​ກ່ຽວ​ກັບ​ຄວາມ​ສາມາດ​ຂອງທ່ານ Donald Trump ທີ່​ຈະເປັນ​ປະທານາທິບໍດີ. ​

ທ່ານ​ນາງ Hillary Clinton ຜູ້​ສະໝັກ​ພັກ​ເດ​ໂມ​ແຄຣັດ ກ່າວ​ວ່າ “ບໍ່​ມີ​ຄວາມ​ສົງ​ໄສ​ທີ່ທ່ານ Donald Trump ມີ​ອາລົມຮ້ອນ​ບໍ່​ເໝາະ​ສົມ ​ແລະບໍ່​ມີ​ຊົງ​ຄຸນ​ນະ​ວຸດ​ທິທັງ​ໝົດ​ທີ່​ຈະ​ເປັນ​ປະທາ ນາທິບໍດີຂອງ​ສະຫະລັດ ​ແລະ​ຜູ້​ບັນຊາ​ການ​ສູງ​ສຸດ.”

ການຢັ່ງສຽງຫວ່າງມໍ່ໆມານີ້ສະແດງໃຫ້ເຫັນວ່າ ປະມານສາມສ່ວນຂອງ ຊາວອາເມຣິກັນ ເຊື່ອວ່າ ທ່ານ Trump ມີອາລົມເໝາະສົມທີ່ຈະເປັນປະທານາທິບໍດີ ໃນຂະນະທີ່ເກືອບ ຫົກໃນສິບ ຄົນເຊື່ອວ່າທ່ານນາງ Clinton ​ເປັນ​ທີ່ເໝາະສົມກ່ອນ.

ແຕ່ໃນບັນດາການຢັ່ງສຽງອັນດຽວກັນ ຍັງສະແດງໃຫ້ເຫັນວ່າຜູ້ປ່ອນບັດຫລາຍຄົນບໍ່ເຊື່ອ ໃຈທ່ານນາງ Clinton ເລີ້ມຕົ້ນກໍເພາະວ່າ ຄຳຖາມທີ່ຍັງຄ້າງຄາກ່ຽວກັບການໃຊ້ອີແມລ ສ່ວນ ຕົວຂອງທ່ານນາງ ໃນຂະນະທີ່ເປັນລັດຖະມົນຕີຕ່າງປະເທດ.

ທ່ານ Trump ໄດ້ພະຍາຍາມປີ້ນໂຕະໃສ່ທ່ານນາງ Clinton ລະຫວ່າງຖະແຫລງການ ນະໂຍບາຍການເມືອງຢູ່ໃນລັດ Ohio ຫວ່າງມໍ່ໆມານີ້.

ທ່ານ Donald Trump ຜູ້ສະໝັກປະທານາທິບໍດີພັກຣີພັບບລິກັນ ກ່າວວ່າ “ອຸບັດເຫດ ຫລັງຈາກອຸບັດເຫດ ພິສູດໃຫ້ເຫັນຊໍ້າແລ້ວຊໍ້າອີກວ່າ ທ່ານນາງ Hillary Clinton ຂາດ ການຊັງຊາ ດັ່ງທີ່ທ່ານ Bernie Sanders ໄດ້ກ່າວ​ເຖິງ ສະຖຽນລະພາບ ແລະອາລົມ ແລະນິໃສໃຈຄໍທີ່ຈະນຳພາປະເທດຊາດ.”

ທ່ານ Trump ອາດໄດ້ກຳໄລຈາກຄວາມປາດຖະໜາຂອງສາທາລະນະຊົນໃນການ ປ່ຽນ ແປງ. ເກືອບສອງສ່ວນສາມກ່າວວ່າປະເທດຊາດຢູ່ໃນທິດທາງຜິດ.

ທ່ານ Frank Newport ຜູ້ຢັ່ງຫາງສຽງກ່າວ​ວ່າ ແຕ່ວ່າທັງສອງຜູ້ສະໝັກໄດ້ຮັບຄວາມ ເສຍຫາຍຈາກພາບພົດ​ໃນທາງ​ລົບຢູ່ໃນການຢັ່ງສຽງ.

ທ່ານ Frank Newport ກ່າວວ່າ “ທ່ານ Donald Trump ໄດ້ຮັບປະມານ 63 ເປີເຊັນ ຂອງສາທາລະນະຊົນອາເມຣິກັນ ຜູ້ທີ່ເວລາພວກເຮົາຖາມເຂົາເຈົ້າກ່າວວ່າ ແນວຄິດ ຂອງ ເຂົາເຈົ້າກ່ຽວກັບທ່ານຢູ່ໃນທາງ​ລົບ. ທ່ານ​ນາງ Clinton ​ໃນ​ປັດ​ຈຸ​ບັນ​ນີ້​ມີ​ປະມານ 55 ​ຫາ 56 ເປີ​ເຊັນ ຂອງ​ຊາວ​ອາ​ເມຣິກັນ​ຜູ້​ທີ່​ກ່າວ​ວ່າ​ ແນວ​ຄິດ​ເຂ​ອງ​ເຈົ້າກ່ຽວ​ກັບ​ທ່ານ​ນາງ​ນັ້ນ​ຢູ່​ໃນ​ທາງ​ລົບ. ເພາະສະນ້ັນຄະແນນlນິຍົມຊົມບໍ່ສູງ.”

ອາລົມຮ້ອນຂອງທ່ານ Trump ໄດ້ປາກົດອອກມາ​ໃຫ້ເຫັນເປັນບັນຫາສຳຄັນຫວ່າງບໍ່ເທົ່າ
ໃດອາທິດທີ່າຜ່ານມາ ຫລັງຈາກໄດ້ມີບັນຫາໂຕ້ແຍ້ງຢ່າງຕໍ່ເນື່ອງເກີດຂຶ້ນໂດຍ ການອ້າງ ຄຳຖາມຈຳນວນນຶ່ງ ຄຳ​ຖະ​ແຫລ​ງ ແລະການໂຈມຕີຕ່າງໆ.

ທ່ານ Scott Faulkner ນັກວິເຄາະກ່າວວ່າ ພັກຣີພັບບລິກັນຫລາຍຄົນຢາກໃຫ້ທ່ານ Trump ຫລຸດຜ່ອນ​ໃນຄຳເວົ້າໂວຫານຂອງທ່ານ ແລະເນັ້ນໜັກໃສ່ທ່ານນາງ Clinton.

ທ່ານ Scott Faulkner ກ່າວວ່າ “ບັດນີ້ທ່ານຕ້ອງການເຮັດການຫັນປ່ຽນ ແລະມັນບໍ່ໄດ້ ໝາຍຄວາມວ່າປານກາງ ຫລືໂຈມຕີ. ມັນພຽງແຕ່ມີຄວາມໝາຍວ່າ ທ່ານຕ້ອງການເຮັດ ໃຫ້ການຮ້ອງ​ຂໍ​ໃນ​ການພົວພັນກັບສາທາລະນະຊົນອາເມຣິກັນ​ໃຫ້​ດີ​ຂຶ້ນ.”

ທ່ານ Trump ໄດ້ສ້າງ​ຄວາມສັ່ນສະເທື່ອນຕໍ່ທີມຜູ້ນຳໂຄສະນາຫາສຽງ ອີກ​ຄັ້ງ​ນຶ່ງ​ທີ່ຕ້ານ ຕໍ່ຄວາມຫວັງຕ່າວປີ້ນດ້ານການເມືອງ. ແຕ່ທ່ານໄດ້ປະກາດອອກມາເຖິງການປ່ຽນແປງ ວິທີໂຄສະນາຫາສຽງທີ່ຂັດແຍ້ງຂອງທ່ານ.

ທ່ານ Donald Trump ກ່າວວ່າ “ຂ້າພະເຈົ້າບໍ່ຕ້ອງການປ່ຽນແປງ. ທີ່ທຸກຄົນກ່າວ “ໂອ ປານໃດທ່ານຈະຜ່ອນ​ຄາຍ? ຂ້າພະເຈົ້າບໍ່ຕ້ອງການຜ່ອນຄາຍ. ຂ້າະພະເຈົ້າໝາຍ ຄວາມວ່າ ທ່ານຕ້ອງເປັນໂຕຂອງທ່ານເອງ.”

ທ່ານນາງ Clinton ໄດ້ສ້າງການນຳພາຢ່າງຖຸ່ນຖ່ຽງໃນການຢັ່ງສຽງແຫ່ງຊາດ ແລະລັດທີ່ ສຳຄັນຫວ່າງມໍ່ໆມານີ້ ແລະໂອກາດອັນດີທີສຸດຂອງທ່ານ Trump ທີ່ຈະເລີ້ມການໂຄສະ ນາຫາສຽງໃໝ່ອາດຈະບໍ່ເກີດຂຶ້ນຈົນກວ່າ ການໂຕ້ວ່າທີ່ໃນທ້າຍເດືອນກັ​ຍາ​ຈະ​ມາ​ເຖິງ​ນີ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG