ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ່ານນາງ Clinton ແລະ ທ່ານ Trump ແລກປ່ຽນການດູຖູກກັນແລະກັນ ໃນຂະນະທີ່ ການໂຄສະນາ ຫາສຽງ ເຜັດຮ້ອນຂຶ້ນ

ຜູ້ສະໝັກແຂ່ງຂັນເປັນປະທານາທິບໍດີ ຈາກພັກເດໂມແຄຣັດ ທ່ານນາງ Hillary Clinton ລົງຈາກລົດເມ ໂຄສະນາຫາສຽງ ໃນຂະນທີ່ ເດີນທາງໄປເຖິງ ບ່ອນຊຸມນຸມ ທີ່ ໂຮງງານ K'NEX, ເປັນບໍລິສັດຜະລິດ ເຄື່ອງຫຼິ້ນ ໃນເມືອງ Hatfield ລັດ Pennsyvania, ວັນທີ 29 ກໍລະກົດ 2016.

ຕາມປະເພນີແລ້ວ ມື້ວັນອາທິດ ແມ່ນເປັນມື້ພັກຜ່ອນ ແຕ່ບໍ່ເປັນຈັ່ງຊັ້ນ ຖ້າທ່ານເປັນ ຜູ້ສະໝັກແຂ່ງຂັນ ເປັນປະທານາທິບໍດີ ຂອງສະຫະລັດ.

ຜູ້ສະໝັກຈາກພັກເດໂມແຄຣັດ ທ່ານນາງ Hillary Clinton ໄດ້ໄປນະຄອນ Columbus ຂອງລັດ Ohio ເປັນບ່ອນຢຸດແວ່ສຸດທ້າຍ ໃນການເດີນທາງ 3 ມື້ໄປຍັງລັດ Ohio ແລະ ລັດ Pennsylvania ສອງລັດແຫ່ງອຸດສາຫະກຳ ຊຶ່ງບັນດານັກຊ່ຽວຊານດ້ານການເມືອງ ກ່າວວ່າ ຈະເປັນສະໜາມແຂ່ງຂັນທີ່ສຳຄັນ ໃນການເລືອກຕັ້ງ ທີ່ຈະມີຂຶ້ນ ໃນເດືອນ ພະຈິກນີ້.

“ທ່ານ Donald Trump ຈະເປັນໄພຂົ່ມຂູ່ຕໍ່ປະຊາທິປະໄຕຂອງພວກເຮົາ” ນັ້ນຄືຄຳ ເວົ້າ ຂອງທ່ານນາງ Clinton ທີ່ກ່າວຕໍ່ຝູງຊົນ ໂດຍຮຽກຮ້ອງຕໍ່ປະຊາຊົນ ບໍ່ໃຫ້ຟັງອັນທີ່ ທ່ານນາງ ໄດ້ເອີ້ນວ່າ ສຳນວນໂວຫານ ແລະ ຄວາມອະຄະຕິ ຂອງຄູ່ແຂ່ງຈາກພັກ ຣີພັບບລີກັນ ຂອງທ່ານນາງ.

ຜູ້ສະໝັກແຂ່ງຂັນ ເປັນປະທານາທິບໍດີ ຈາກພັກຣີພັບບລີກັນ ທ່ານ Donald Trump ກ່າວຖະແຫລງ ໃນລະຫວ່າງ ການຊຸມນຸມ ໂຄສະນາຫາສຽງ ຢູ່ທີ່ຫໍພິພິທະພັນ Wings Over the Rockies Air & Space, ໃນນະຄອນ Denver, ເມື່ອວັນສຸກ ທີ 29 ກໍລະກົດ 2016.

ທ່ານນາງ Clinton ໄດ້ໄປຢ້ຽມຢາມ ໂຮງຈັກໂຮງງານຕ່າງໆ ຢູ່ໃນສອງລັດດັ່ງກ່າວ ບ່ອນທີ່ທ່ານນາງ ໄດ້ກ່າວວ່າ ຊາວອາເມຣິກັນ ທີ່ເຮັດວຽກຢ່າງຂະຫຍັນ ແມ່ນ “ຍັງຜະ ລິດສິ່ງຂອງຕ່າງໆຢູ່” ແລະ ໄດ້ກ່າວວ່າ ທ່ານ Trump ຄວນລະອາຍໃຈ ທີ່ນຳໃຊ້ ໂຮງງານ ຢູ່ໃນແຫ່ງຕ່າງໆ ເຊັ່ນວ່າ Mexico Slovenia ແລະ Bangladesh ເພື່ອຜະ ລິດສິນຄ້າຕ່າງໆ ທີ່ມີຊື່ເຄື່ອງໝາຍ Trump ນັ້ນ.

ທ່ານນາງ Clinton ໄດ້ຍອມຮັບວ່າ ທ່ານນາງ ແມ່ນກຳລັງປະເຊີນກັບ “ພະລັງທີ່ເຂັ້ມ ແຂງ” ແຕ່ບໍ່ໄດ້ລະເວັ້ນ ຈາກການກ່າວບອກ ຜູ້ຊົມ ວ່າ ຜູ້ຮັ່ງມີ ແລະ ຈາກ Wall Street ນັ້ນ “ໃນທີ່ສຸດພວກເຂົາຈະ ຈ່າຍຄ່າພາສີໃນຈຳນວນທີ່ເທົ່າທຽມກັນ” ເພື່ອເປັນຄ່າໃຊ້ຈ່າຍ ສຳລັບ ແຜນການຂອງທ່ານນາງ ທີ່ຈະສ້າງວຽກເຮັດງານທຳໃໝ່.

ໃນຂະນະດຽວກັນ ທ່ານ Trump ແມ່ນກ່າວຫາ ພັກເດໂມແຄຣັດ ວ່າ ໃຊ້ວິທີທີ່ບໍ່ຊື່ສັດ ໃນການຈັດກຳນົດເວລາ ການໂຕ້ວາທີ ໃສ່ໃນເດືອນກັນຍາ ແລະ ເດືອນຕຸລາ ເພື່ອທີ່ ສອງໃນສາມມື້ຂອງການໂຕ້ວາທີ ແມ່ນຈະຈັດຂຶ້ນ ໃນວັນເວລາດຽວກັນ ກັບ ການແຂ່ງ ຂັນເກມສະໂມສອນຟຸດບອນແຫ່ງຊາດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

US Campaign Wrap
please wait
Embed

No media source currently available

0:00 0:01:51 0:00

XS
SM
MD
LG