ທ່ານນາງ Hillary Clinton ແລະ ທ່ານ Donald Trump ຈະຢຸດ ການກະກຽມທ້າຍສັບ ປະດາໄວ້ຊົ່ວຄາວສຳລັບການໂຕ້ວາທີແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ເພື່ອພວກ ເພິ່ນຈະໄດ້ພົບປະຄົນລະເທື່ອ ກັບນາຍົກລັດຖະ ມົນຕີ ອິສຣາແອລ ທ່ານ Benjamin Nethanyahu ຜູ້ເຊິ່ງເປັນພັນ ທະມິດທີ່ສຳຄັນຂອງ ສະຫະລັດ ໃນຕາເວັນອອກກາງໃນ ວັນອາທິດ ມື້ນີ້.
ຫ້ອງການຂອງທ່ານ Nathenyahu ບໍ່ຍອມບອກວ່າການ ພົບປະກັບຜູ້ລົງແຂ່ງຂັນເອົາ ຕຳແໜ່ງປະທານາທິບໍດີທັງສອງທ່ານ ຈະເກີດຂຶ້ນຢູ່ໄສ. ການພົບປະກັບທ່ານ Trump ຜູ້ຖືກສະເໜີຊື່ຈະພັກ ຣີພັບບລີກັນ, ໄດ້ຖືກຈັດແຈງຂຶ້ນ ຫຼັງຈາກພະນັກງານຂອງການໂຄ ສະນາ ຫາສຽງຂອງທ່ານ Trump ໄດ້ໂທລະສັບຫາຫ້ອງການຂອງທ່ານ Nethanyahu ຫຼັງຈາກໄດ້ຄົ້ນພົບວ່າຜູ້ນຳຂອງ ອິສຣາແອລ ໄດ້ມີ ແຜນການທີ່ຈະພົບປະກັບທ່ານນາງ Clinton, ເຊິ່ງເປັນຂູ່ແຂ່ງຈາກ ພັກເດໂທແຄຣັດຂອງເພິ່ນ.
ທ່ານ Nethanyahu ຢູ່ໃນນະຄອນ ນິວຢອກ ໃນສັບປະດາທີ່ຜ່ານ ມາເພື່ອເຂົ້າຮ່ວມໃນ ກອງປະຊຸມສະມັດຊາໃຫຍ່ ສະຫະປະຊາຊາດ ປະຈຳປີ.
ທ່ານ Nethanyahu ໄດ້ພົບປະກັບປະທານາທິບໍດີ ສະຫະລັດ ທ່ານ ບາຣັກ ໂອບາມາ ທີ່ ອົງການສະຫະປະຊາຊາດໃນວັນພຸດທີ່ຜ່ານມາ ເພື່ອສິ່ງທີ່ເບິ່ງຄືວ່າຈະເປັນການພົບປະ ກັນໃນຖານະຜູ້ນຳຂອງປະເທດທັງສອງຄັ້ງສຸດທ້າຍຂອງພວກເພິ່ນ. ທ່ານ Nethanyahu ແລະ ທ່ານ ໂອບາມາ ໄດ້ຈົບການພົບປະກັນດ້ວຍຂໍ້ຄວາມທີ່ມີໄມຕີຈິດ ຫຼັງຈາກໄດ້ມີສາຍ ພົວພັນທີ່ເຄັ່ງຕຶງນຳກັນມາເປັນເວລາ 7 ປີຍ້ອນຄວາມບໍ່ ເຫັນດີກັນ ກ່ຽວກັບ ບັນຫາ ຕ່າງໆເຊັ່ນ ຂໍ້ຕົກລົງນິວເຄລຍຂອງ ອີີຣ່ານ ແລະ ຂະບວນການສັນຕິພາບຕາເວັນອອກ ກາງ, ເຊິ່ງເປັນບັນຫາ ຕ່າງໆທີ່ຜູ້ຊະນະເລີດໃນການເລືອກຕັ້ງປະທານາທິບໍດີ ໃນເດືອນ ພະຈິກນີ້ ເບິ່ງຄືວ່າຈະປະເຊີນໜ້າກັບມັນ.
ກ່ອນທີ່ການພົບປະຂອງທ່ານນາງ Clinton ກັບທ່ານ Nethanyahu ໄດ້ຖືກວາງແຜນໄວ້ ໃນວັນອາທິດວານນີ້, ທ່ານນາງໄດ້ຕັ້ງໃຈທີ່ຈະໄປ ຢ້ຽມຢາມເມືອງ Charlotte, ລັດ North Carolina ທີ່ຕັ້ງຢູ່ພາກຕາ ເວັນອອກສຽງໃຕ້ຂອງປະເທດ, ເຊິ່ງໄດ້ມີການປະທ້ວງ ທີ່ແກ່ຍາວມາ ຫຼາຍຄ່ຳຄືນ ຫຼັງຈາກມີບັນຫາ ຕຳຫຼວດຍິງຜູ້ຊາຍຜິວດຳຕາຍໃນວັນ ອັງ ຄານທີ່ຜ່ານມາ. ແຕ່ແນວໃດກໍຕາມ, ທ່ານນາງໄດ້ເລື່ອນການ ເດີນທາງອອກໄປ, ດ້ວຍ ການຮ້ອງຂໍຂອງເຈົ້າເມືອງ Charlotte ທ່ານ ນາງ Jennifer Roberts, ຜູ້ທີ່ໄດ້ສະແດງ ຄວາມປະສົງທີ່ຈະອຸທິດ ແຫຼ່ງຊັບພະຍາກອນທັງໝົດຂອງເມືອງ ເພື່ອຟື້ນຟູພາວະປົກກະ ຕິໃຫ້ກັບຄືນມາຄືເກົ່າ.