ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທ່ານນາງ Clinton ແລະທ່ານ Trump ຊະນະ ການເລືອກຕັ້ງຂັ້ນຕົ້ນ ຢູ່ລັດນິວຢອກ


ຜູ້ສະໝັກປະທານາທິບໍດີພັກເດໂມແຄຣັດ ທ່ານນາງ Hillary Clinton ພວມໂຄສະນາຫາສຽງ ທີ່ເມືອງ West Palm Beach ລັດ Florida ຂະນະທີ່ ຜູ້ສະໝັກ ປະທານາທິບໍດີ ພັກຣີພັບບລີກັນ ທ່ານ Donald Trump ໂຄສະນາຫາສຽງທີ່ເມືອງ Palm Beach ໃນລັດ Florida ເມື່ອວັນທີ 15 ມີນາ 2016.
ຜູ້ສະໝັກປະທານາທິບໍດີພັກເດໂມແຄຣັດ ທ່ານນາງ Hillary Clinton ພວມໂຄສະນາຫາສຽງ ທີ່ເມືອງ West Palm Beach ລັດ Florida ຂະນະທີ່ ຜູ້ສະໝັກ ປະທານາທິບໍດີ ພັກຣີພັບບລີກັນ ທ່ານ Donald Trump ໂຄສະນາຫາສຽງທີ່ເມືອງ Palm Beach ໃນລັດ Florida ເມື່ອວັນທີ 15 ມີນາ 2016.

ມະຫາ​ເສດຖີ​ພັນ​ລ້ານ Donald Trump ​ແລະ​ອະດີດ​ລັດຖະມົນຕີ​ກະຊວງ​ຕ່າງປະເທດ​ສະຫະລັດ Hillary Clinton ​ໄດ້​ຊະນະ​ການ​ເລືອກ​ຕັ້ງຂັ້ນຕົ້ນທີ່ລັດ​ນິວຢອກ ທາງ​ພາກ​ ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ສະຫະລັດ​ ​ມີ​ຄະ​ແນນ​ສຽງ​ນຳ​ໜ້າເພີ້ມຂຶ້ນຕໍ່​ບັນດາ​ຄູ່​ແຂ່ງ​ທີ່​ພະຍາຍາມ​ຊ່ວງ​ຊີງ ​ເພື່ອ​ໃຫ້​ໄດ້​ຮັບ​ການ​ແຕ່ງຕັ້ງ​ເປັນ​ຜູ້​ສະໝັກ​ປະທານາທິບໍດີ​ຂອງ​ພັກ ຣີພັບ​ບລີ​ກັນ ​ແລະພັກ​ເດ​ໂມ​ແຄຣັດ.

ທັງ​ສອງ​ທ່ານ​ໄດ້​ຊະນະ​ດ້ວຍ​ຄະ​ແນນ​ສຽງ​ເປັນ​ຈຳນວນ​ຫຼວງຫຼາຍຄື​ທ່ານ Trump ​ໄດ້​ຮັບ​ຄະ​ແນນ​ທັງໝົດປະມານ 60 ​ເປີ​ເຊັນ ສົມ​ທຽບ​ໃສ່​ຜູ້​ປົກຄອງ​ລັດ​ໂອ​ຮາ​ຍ​ໂອ ​ທີ່​ໄດ້​ຮັບ 25 ​ເປີ​ເຊັນ ​ແລະ​ສະມາຊິກ​ສະພາ​ສູງ ​ຈາກ​ລັດ​ເທັກ​ຊັສ ທ່ານ Tom Cruz ທີ່​ໄດ້​ຮັບ 15 ​ເປີ ເຊັນ.

ຜູ້ສະໝັກປະທານາທິບໍດີຂອງພັກຣີພັບບລີກັນ ທ່ານ Donald Trump ທີ່ຫ້ອມລ້ອມດ້ວຍສະມາຊິກໃນຄອບຄົວ ແລະພວກສະໜັບສະໜຸນ ພວມກ່າວຂອບອົກຂອບໃຈ
ຜູ້ສະໝັກປະທານາທິບໍດີຂອງພັກຣີພັບບລີກັນ ທ່ານ Donald Trump ທີ່ຫ້ອມລ້ອມດ້ວຍສະມາຊິກໃນຄອບຄົວ ແລະພວກສະໜັບສະໜຸນ ພວມກ່າວຂອບອົກຂອບໃຈ

ທ່ານ​ນາງ Clinton ​ໄດ້​ຊະນະ​ ສະມາຊິກ​ສະພາ​ສູງ​ ຈາກ​ລັດ Vermont ທ່ານ Bernie Sanders ດ້ວຍ​ຄະ​ແນນ​ສຽງ 58 ຕໍ່ 42 ​ເປີ​ເຊັນ.

ບັນດາ​ຜູ້​ສະໝັກ​ເປັນ​ປະທານາທິບໍດີ​ກຳລັງ​ພະຍາຍາມ​ທີ່​ຈະ​ໃຫ້​ໄດ້​ຮັບ​ຄະ​ແນນ​ສຽງ​ຂອງ​ພວກ​ຜູ້ຕາງໜ້າ ຫຼາຍ​ເ​ທົ່າທີ່​ຈະ​ຫລາຍ​ໄດ້ ​ເພື່ອ​ຈະ​ໄດ້​ຮັບ​ການ​ແຕ່ງຕັ້ງ​ໃຫ້​ເປັນ​ຜູ້​ສະໝັກ​ຂອງ​ພັກ ​ໃນ​ການ​ເລືອກຕັ້ງທົ່ວ​ໄປ ​ໃນ​ເດືອນ​ພະຈິກ​ທ້າຍ​ປີນີ້.

ທ່ານ Trump ​ໄດ້​ຮັບ​ພວກ​ຜູ້ຕາງໜ້າ ​ເກືອບ​ທັງ​ໝົດ ຂອງ​ພັກ​ຣີພັບ​ບລີ​ກັນ ​ທີ່​ມີ​ຢູ່ 95 ຄົນ ​ເຮັດ​ໃຫ້​ທ່ານ​ໄດ້​ຮັບ​ຄະ​ແນນ​ສຽງ​ຂອງ​ພວກ​ຜູ້ຕາງໜ້າ 845 ຄົນ​ຫລັງຈາກ​ການ​ເລືອກ​ຕັ້ງ​ໃນ​ວັນ​ອັງຄານວານ​ນີ້. ທ່ານ Cruz ​ມີ​ຄະ​ແນນ​ສຽງ​ຜູ້ຕາງໜ້າ 559 ຄົນໃນ​ຂະນະ​ທີ່​ທ່ານ Kasich ​ໄດ້​ຮັບ​ຢູ່ 147​ ຄົນ.​ ຜູ້​ສະໝັກ​ຈຳ​ເປັນ​ຕ້ອງ​ໄດ້​ຮັບຜູ້ຕາງໜ້າ 1,237​ ຄົນ​ ຈຶ່ງ​ຈະ ໄດ້​ຮັບ​ການແຕ່ງຕັ້ງ​ໃຫ້​ເປັນ​ຜູ້​ສະໝັກ​ຂອງ​ພັກຊຶ່ງ​ເປັນ​ລະດັບ​ທີ່​ທ່ານ Trump ອາດ​ຈະ​ບໍ່​ໄດ້​ມາດ​ບັນລຸ​ໄດ້ ກ່ອນກອງ​ປະຊຸມ​ໃຫຍ່​ຂອງ​ພັກ​ໃນ​ເດືອນ​ກໍລະກົດ.

ຜູ້ສະໝັກປະທານາທິບໍດີຂອງພັກເດໂມແຄຣັດ ທ່ານນາງ Hillary Clinton (ກາງ) ພວມສະເຫລີມສະຫລອງ ໄຊຊະນະ ຮ່ວມກັບຄອບຄົວ ແລະພວກສະໜັບສະໜຸນທ່ານນາງ
ຜູ້ສະໝັກປະທານາທິບໍດີຂອງພັກເດໂມແຄຣັດ ທ່ານນາງ Hillary Clinton (ກາງ) ພວມສະເຫລີມສະຫລອງ ໄຊຊະນະ ຮ່ວມກັບຄອບຄົວ ແລະພວກສະໜັບສະໜຸນທ່ານນາງ

ທ່ານ Trump ​ໄດ້​ກ່າວ​ຂອບ​ອົກ​ຂອບ​ໃຈ​ຕໍ່​ພວກ​ສະໜັບ​ສະ​ໜຸນ​ແລະ​ປະກາດ​ຕົວ​ເອງ​ວ່າ​ເປັນ​ຜູ້ສະໝັກ ​ຂອງ​ພັກ​ຣີພັບ​ບລີ​ກັນ ​ພຽງ​ຄົນ​ດຽວ​ເທົ່າ​ນັ້ນ ທີ່​ໄດ້​ຮັບ​ການສະໜັບສະ​ໜຸນ​ພຽງພໍເພື່ອ​ໃຫ້​ໄດ້​ຮັບ​ການ​ແຕ່ງຕັ້ງຂອງ​ພັກ.

ທ່ານ Trump ກ່າວ​ວ່າ ພວກ​ເຮົາ​ບໍ່​ມີ​ການ​ແຂ່ງຂັນ​ຫຍັງ​ຫລາຍ​ເພີ້ມຕື່ມອີງ​ຕາມສິ່ງ​ທີ່​ຂ້າ ພະ​ເຈົ້າ​ໄດ້ເຫັນ​ຢູ່ໃນໂທລະພາບ ສະມາຊິກ​ສະພາ​ສູງ Cruz ຖ້າ​ຄິດ​ໄລ່​ ໃນດ້ານ​ຄະນິດ ສາດແມ່ນ​ຖືກ​ລົບ​ລ້າງ​ໄປ​ແລ້ວ.

ນອກ​ນັ້ນທ່ານ​ຍັງສືບ​ຕໍ່​ໃຫ້​ຮ່ອງ​ຮອຍ​ໃນ​ການ​ຕຳ​ໜິຕິຕຽນ​ກ່ຽວ​ກັບ​ຂັ້ນຕອນ​ການ​ຄັດ​ເລືອກ​ຜູ້ຕາງໜ້າ ​ໂດຍ​ເວົ້າວ່າ ມັນ​ເປັນ​ສິ່ງ​ທີ່​ດີ​ຫຼາຍທີ່​ໄດ້​ຊະນະ​ພວກ​ຜູ້ຕາງ ໜ້າ​ດ້ວຍ​ການ​ປ່ອນ​ບັດ.

Trump, Clinton Cruise to Victory in New York
please wait

No media source currently available

0:00 0:02:45 0:00

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG