ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານນາງ Clinton ແລະ ທ່ານ Trump ຈະ ໂຕ້ວາທີກັນເປັນຄັ້ງທີສອງ ໃນແລງວັນອາທິດມື້ນີ້


ຜູ້ຖືກສະເໜີຊື່ແຂ່ງຂັນເອົາຕຳແໜ່ງປະທານາທິບໍດີຈາກພັກ ຣີພັບບລີກັນ ທ່ານ Donald Trump (ຊ້າຍ) ກັບຜູ້ຖືກສະເໜີ
ຊື່ແຂ່ງຂັນເອົາຕຳແໜ່ງປະທານາທິບໍດີຈາກພັກ ເດໂມແຄຣັດ ທ່ານນາງ Hillary Clinton (ຂວາ)
ຜູ້ຖືກສະເໜີຊື່ແຂ່ງຂັນເອົາຕຳແໜ່ງປະທານາທິບໍດີຈາກພັກ ຣີພັບບລີກັນ ທ່ານ Donald Trump (ຊ້າຍ) ກັບຜູ້ຖືກສະເໜີ ຊື່ແຂ່ງຂັນເອົາຕຳແໜ່ງປະທານາທິບໍດີຈາກພັກ ເດໂມແຄຣັດ ທ່ານນາງ Hillary Clinton (ຂວາ)

ຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີຈາກພັກເດໂມແຄຣັດ ທ່ານນາງ Hillary Clinton ແລະ ຄູ່ແຂ່ງຂັນຂອງທ່ານນາງ ຈາກພັກຣີພັບບລີກັນທ່ານ Donald Trump ຈະພົບປະກັນເປັນຄັ້ງທີ 2 ໃນການໂຕ້ວາທີອອກອາກາດທາງໂທລະພາບຂອງພວກເພິ່ນ ໃນຕອນຄ່ຳຂອງວັນອາທິດມື້ນີ້.

ນັບຕັ້ງແຕ່ການໂຕ້ວາຄັ້ງທຳອິດຂອງພວກເພິ່ນເປັນຕົ້ນມາ, ທັດສະນະຄະຕິຢ່າງກວ້າງ ໄດ້ຍົກໃຫ້ທ່ານນາງ Clinton ເປັນຜູ້ຊະນະເລີດ, ແລະ ທ່ານ Trump ຕ້ອງໄດ້ຮັບມືກັບ ຄວາມເປັນຫ່ວງຫຼາຍຢ່າງຂອງບັນດາຜູ້ລົງຄະແນນສຽງ, ລວມທັງຄຳຖາມ ກ່ຽວກັບ ການ ບໍ່ເສຍພາສີໃຫ້ລັດຖະບານກາງຂອງທ່ານເປັນເວລາຫຼາຍປີ. ແຕ່ບັນຫາພວກນັ້ນໄດ້ຖືກ ປັດໄປທາງຂ້າງໃນວັນສຸກທີ່ຜ່ານມາ ດ້ວຍການເປີດເຜີຍຄຳເຫັນທີ່ລາມົກຕ່າງໆ ກ່ຽວກັບ ແມ່ຍິງຂອງທ່ານ Trump ເຊິ່ງຖືກອັດສຽງໄວ້ເມື່ອ 11 ປີທີ່ຜ່ານມາ.

ສຳລັບທ່ານນາງ Clinton, ເບິ່ງຄືວ່າເພິ່ນຈະຕ້ອງຕອບຄຳຖາມສຳລັບຄຳເຫັນທີ່ຖືກເປີດ ເຜີຍໂດຍເວັບໄຊທ໌ WikiLeaks ທີ່ສະແດງໃຫ້ເຫັນວ່າ ທ່ານນາງບາງເທື່ອຈະອອກມາ ຕອບໂຕ້ຢ່າງເປີດເຜີຍ ແລະ ຕອບໂຕ້ໂດຍເປັນສ່ວນຕົວ ກ່ຽວກັບ ຫຼາຍບັນຫາ ລວມມີ ດ້ານການຄ້າ ແລະ ການຮັບມືຂອງທ່ານນາງ ກັບໜັງສືພິມ Wall Street. ການສຳຫຼວດ ຄວາມຄິດເຫັນຂອງປະຊາຊົນໄດ້ສະແດງໃຫ້ເຫັນວ່າ ປະຊາຊົນ ອາເມຣິກັນ ຈຳນວນ ຫຼາຍມີຄວາມສົງໄສ ກ່ຽວກັບ ຄວາມໜ້າເຊື່ອຖືໄດ້ຂອງທ່ານນາງ ແລະ ການຢັ່ງຫາງສຽງ ດັ່ງກ່າວໄດ້ຖືກເກັບກຳ ກ່ອນການເປີດເຜີຍຂອງ WikiLeaks ໃນວັນສຸກທີຜ່ານມາ.

ວັນອາທິດມື້ນີ້ ແມ່ນໂອກາດອີກຄັ້ງໜຶ່ງສຳລັບທ່ານນາງ Clinton ທີ່ຈະສະແດງໃຫ້ເຫັນ “ວາດຊົງປະທານາທິບໍດີ” ທີ່ຂູ່ແຂ່ງຂັນຂອງທ່ານນາງ ໄດ້ກ່າວອອກມາຢ່າງໂດ່ງດັງວ່າ ເພີ່ນບໍ່ມີວາດຊົງດີ. ທຸກໆສາຍຕາຈະຈ້ອງໃສ່ທ່ານນາງ Clinton ໃນວັນອາທິດມື້ນີ້ ໃນ ການໂຕ້ວາທີໃນນະຄອນ St.Louis ລັດ Missouri ເພື່ອຈະເບິ່ງວິທີທີ່ທ່ານນາງເອີ້ນ ທ່ານ Trump ກ່ຽວກັບ ຄຳເຫັນທີ່ລາມົກ ແລະ ການຮັບມືດ້ານການເງິນຂອງທ່ານ.

ທ່ານ Trump ມີໂອກາດໃນວັນອາທິດມື້ນີ້ ທີ່ຈະຈັດການກັບຄວາມເປັນຫ່ວງໃນພັກຂອງ ທ່ານ ກ່ຽວກັບ ນິໄສຂອງຕົນ, ອາລົມ ແລະ ຄວາມສາມາດຂອງທ່ານ ທີ່ຈະແບກຮັບພາ ລະໃນຫ້ອງການຂອງປະທານາທິບໍດີ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG