ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທ່ານນາງ ຄລິນຕັນ ຈະເປີດໂຕ ຂໍ້ສະເໜີ ການຄວບຄຸມປືນ ໃນສະຫະລັດ


ຜູ້​ສະໝັກ ​ເປັນປະທານາ​ທິບໍດີ ສະຫະລັດ ສັງກັດ​ພັກ​ເດ​ໂມ​ແຄລັດ ທ່ານ​ນາງ Hillary Rodham Clinton ສະແດງທ່າທີ ຂະນະທີ່ກ່າວຖະແຫລງ ຢູ່ທີ່ ການໂຮມຊຸມນຸມ ໂຄສະນາເພື່ອສິດທິມະນຸດ ໃນວໍຊິງຕັນ.
ຜູ້​ສະໝັກ ​ເປັນປະທານາ​ທິບໍດີ ສະຫະລັດ ສັງກັດ​ພັກ​ເດ​ໂມ​ແຄລັດ ທ່ານ​ນາງ Hillary Rodham Clinton ສະແດງທ່າທີ ຂະນະທີ່ກ່າວຖະແຫລງ ຢູ່ທີ່ ການໂຮມຊຸມນຸມ ໂຄສະນາເພື່ອສິດທິມະນຸດ ໃນວໍຊິງຕັນ.

ຜູ້​ສະໝັກ ​ເປັນປະທານາ​ທິບໍດີ ສະຫະລັດ ສັງກັດ​ພັກ​ເດ​ໂມ​ແຄລັດ
ທ່ານ​ນາງ Hillary Clinton ມີ​ກຳນົດ​ຈະ​ເປີດ​ໂຕ ຂໍ້​ສະ​ເໜີ​ໃໝ່ໆ
​ໃນ​ວັນ​ຈັນ​ມື້​ນີ້ ​ເພື່ອ​ເຮັດ​ໃຫ້ການຄວບ​ຄຸມ​ປືນ ​ໃນ​ສະຫະລັດ
ແຂງ​ແກ່ນ​ຂຶ້ນ.

ບັນຫາ​ອັນ​ນຶ່ງ​ນີ້ ​ເປັນບ່ອນທີ່​ມີ​ຄວາມເຫັນ​ທີ່ແຕກຕ່າງ​ກັນ ​ໃນ
ລະຫວ່າງ ທ່ານ​ນາງ Clinton ​ແລະ ບັນດາຄູ່​ແຂ່ງ​ຂອງ​ນາງ
ຜູ້​ທີ່​ພະຍາຍາມຈະ​ເປັນ​ຜູ້​ຖືກ​ສະ​ເໜີ​ຊື່ ​ເຂົ້າ​ແຂ່ງຂັນ​ໃນ​ການ
​ເລືອກ​ຕັ້ງປີ 2016 ຂອງພັກ ​ແຕ່​ຍັງ​ມີ​ອຸດົມ​ການ​ຂັ້ນພື້ນຖານ
ທີ່​ແຕກ​ແຍກ​ກັນ ລະຫວ່າງ​ພວກ​ເຂົາ​ເຈົ້າ ​ແລະຄູ່​ຕຳ​ແໜ່​ງ
ຂອງ​ພວກ​ເຂົາ​ເຈົ້າ ຈາກ​ພັກຣີພັບ​ບລີ​ກັນ​ອີກ​ດ້ວຍ.

ທີ່​ປຶກສາ​ຂອງທ່ານ​ນາງ ຄລິນ​ຕັນ ກ່າວ​ວ່າ ທ່ານ​ນາງ ຈະ​ໃຊ້​ກອງ​ປະຊຸມໂຮງການ​ເມືອງຕ່າງ​ໆ
ຢູ່​ໃນລັດ New Hampshire ທາງ​ພາກ​ຕາ​ເວັນ​ອອກສຽງ​ເໜືອຂອງ​ປະ​ເທດ ​ເພື່ອ​ປຶກສາ​
ຫາລື ​ແຜນການ ​ເພື່ອ​ນຳ​ໃຊ້​ປະຕິບັດ​ການ​ດ້ານ​ບໍລິຫານ ຖ້າ​ລັດຖະສະພາ ລົ້ມ​ແຫລວ ທີ່​
ຈະ​ແກ້​ໄຂ​ບັນຫາ​ດັ່ງກ່າວ.

ອະດີດ​ສະມາຊິກ​ສະພາ​ສູງ ​ແລະ ລັດຖະມົນຕີ​ຕ່າງປະ​ເທດທ່ານ​ນີ້ ຢາກ​ຮັດ​ກຸມ​ກົດໝາຍ​
ເຂົ້າຕື່ມ ​ທີ່​ຕ້ອງ​ໃຫ້ ພວກມີ​ສິດ​ຊື້​ປືນ ຜ່ານ​ການກວດ​ສອບ​ຊີວະ​ປະຫວັດ​ເບື້ອງຫຼັງ ​ເສຍກ່ອນ
ກ່ອນ​ທີ່​ຈະ​ເຮັດ​ໃຫ້ການ​ຊື້​ປືນຂອງ​ພວກ​ເຂົາ​ນັ້ນ ສົມບູນ ລວມ​ທັງ ການ​ໃຫ້​ພວກ​ທີ່ຢູ່​ໃນ ງານ
​ວາງສະ​ແດງປືນ ຕ້ອງຜ່ານ​ການກວດ​ສອບ ​ແລະໃນ​ກໍລະນີ ທີ່ການກວດ​ສອບ​ບໍ່​ແລ້ວສົບ​ບູນ ເທື່ອນັ້ນ ຕ້ອງ​ຫ້າມ​ບໍ່​ໃຫ້​ພວກ​ເຂົາ​ຊື້​ປືນ​ໄດ້.

ທ່ານ​ນາງຄລິນ​ຕັນ ຍັງ​ຄາດ​ວ່າ ຈະ​ນຳ​ສະ​ເໜີ ການ​ຍົກ​ເລີກ ກົດໝາຍ 2005 ທີ່​ຄຸ້ມ​ຄອງ​
ບັນດາ​
ຜູ້​ຜະລິດ​ປືນ​ ທີ່​ມີ​ໃບ​ອະນຸຍາດ ​ແລະ ບັນດາ​ຜູ້​ຄ້າຂາຍ ຈາກ​ການ​ຟ້ອງ​ຮ້ອງ ໃນ​
ຄະດີ​ແພ່ງ ທີ່ “​ເປັນ​ຜົນ​ມາ​ຈາກ ອາ​ຊະ​ຍາ​ກຳ ​ແລະ ການ​ນຳໃຊ້​ ໃນ​ທາງ​ທີ່​ຜິດ​ກົດໝາຍ” ຂອງປືນ ຫຼື ລູກປືນ​ນັ້ນ.

ທ່ານ​ນາງຄລິນ​ຕັນ ​ໄດ້​ຂຽນ​ຂໍ້ຄວາມ​ລົງ​ໃນ Twitter ວ່າ “ພວກ​ເຮົາ ບໍ່​ສາມາດ​ລໍຖ້າ​ໄດ້​
ອີກ​ຕໍ່​ໄປ ທີ່​ຈະ​ທຳ​ການປ້ອງ​ກັນ​ ຄວາມ​ຮຸນ​ແຮງ​ຈາກ​ປືນ.”

ການ​ປະກາດ​ຂອງ​ທ່ານ​ນາງຄລິນ​ຕັນ ຈະ​ມີ​ຂຶ້ນ ພາຍ​ໃນ​ອາທິດນີ້ ຫຼັງຈາກ ມື​ປືນ ​ໄວ 26 ປີ
​ໄດ້​ສັງຫານ 9 ຄົນ ​ແລະ ​ເຮັດ​ໃຫ້​ອີກ​ຄົນ​ບາດ​ເຈັບ ​ໃນ​ການ​ຍິງ​ໝູ່ຄັ້ງຫຼ້າສຸດ ຢູ່​ໃນ​ໂຮງຮຽນ​
ຂອງ​ສະຫະລັດ. ການ​ໂຈມ​ຕີນີ້ ​ໄດ້​ດຶງ​ດູດ​ການ​ຕອບໂຕ້​ທີ່​ໜັກ​ແໜ້ນ ຈາກ​ປະທານາທິບໍດີ
ບາ​ຣັກ ​ໂອ​ບາ​ມາ ຜູ້​ທີ່​ກ່າວ​ຕໍ່​ພົນລະ​ເມືອງ​ອາ​ເມຣິກັນ ​ໃຫ້​ກົດ​ດັນ​ບັນດາ​ສະມາຊິກ​ສະພາ
​ໃຫ້​ອອກ​ກົດໝາຍ​ຄວບ​ຄຸມ​ປືນ​ທີ່​ເຂັ້ມງວດ​ຂຶ້ນ.

ທ່ານ ​ໂອ​ບາ​ມາ ​ເວົ້າວ່າ “ພວກ​ເຮົາ ບໍ່ມີຄວາມ​ຮູ້ສຶກ​ຫຍັງ​ເລີຍ ກັບ​ເລື້​ອງນີ້.”

ສະມາຊິກ​ສະພາ​ສູງ ທ່ານ Bernie Sanders ຜູູ້ລົງ​ສະໝັກເຂົ້າ​ແຂ່ງຂັນ​ ເພື່ອປ່ຽນທ່ານ​
ໂອ​ບາ​ມາ ຫຼັງຈາກ​ສະ​ໄໝ​ທີ​ສອງ ຂອງ​ທ່ານ​ສິ້ນ​ສຸດ​ລົງ ອີກ​ຜູ້​ນຶ່ງ ກ່າວ​ ຫຼັງຈາກ​ເກີດ​ການ​
ຍິງ​ໝູ່ ວ່າ ປະ​ເທດ​ຕ້ອງ​ມີ “ກົດໝາຍ​ການ​ຄວບ​ຄຸມ​ປືນ​ທີ່​ສອດ​ຄ້ອງ” ພ້ອມ​ກັນ​ກັບ
ການ​ຊ່ວຍ​ເຫຼືອທາງ​ດ້ານ​ຈິດຕະ​ແພດ​ທີ່​ດີ​ຂຶ້ນ​ກວ່າ​ນີ້. ທ່ານ​ຍັງ​ສະໜັບສະໜູນ ​ໃຫ້​ຍຸດຕິ
ອັນ​ທີ່​ເອີ້ນວ່າ ຊ່ອງ​ຫວ່າງຂອງ​ກົດໝາຍ ​ໃນ​ງານ​ວາງ​ສະ​ແດງ​ປືນ ພ້ອມ​ດ້ວຍ​ການ​ຫ້າມ​
ຂາຍ​ອາວຸດ​ທີ່​ມີ​ລະບົບ​ອັດຕະ​ໂນ​ມັດ.

XS
SM
MD
LG