ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທ່ານນາງ Clinton ພວມສືບຕໍ່ໂຄສະນາຫາສຽງ ຫຼັງຈາກ ໄດ້ຫາຍປ່ວຍ ຈາກໂຣກປອດບວມ


US Politics
please wait
Embed

No media source currently available

0:00 0:02:24 0:00

ທ່ານນາງ Hillary Clinton ວາງແຜນທີ່ຈະກັບຄືນ​ໄປ​ໂຄສະນາຫາສຽງອີກ ໃນວັນ ພະຫັດມື້ອື່ນ ຫຼັງຈາກທີ່ໄດ້ຢຸດ​ເຊົາ ຢ່າງກະທັນຫັນ ແລ້ວອອກໄປຈາກພິທີລະນຶກເຖິງ ວັນສະຫຼອງ 9/11 ໃນນະຄອນ New York ເມື່ອວັນອາທິດຜ່ານມາ ຊຶ່ງຄະນະໂຄສະນາ ຫາສຽງຂອງທ່ານ ໄດ້ກ່າວໃນເບື້ອງຕົ້ນ ວ່າເປັນຍ້ອນອຸນຫະພູບຮ່າງກາຍຮ້ອນເກີນໄປ ແຕ່ຫຼັງຈາກນັ້ນ ໄດ້ໃຫ້ເຫດຜົນ ຂອງການວິສິດໄສ ທີ່ທ່ານນາງໄດ້ຮັບເມື່ອວັນສຸກຜ່ານມາ ວ່າເປັນຍ້ອນໂຣກປອດບວມ.

ພາບວີດີໂອອັນໜຶ່ງ ຂອງເຫດການທີ່ໄດ້ຖືກນຳລົງທາງອອນລາຍ ສະແດງໃຫ້ເຫັນທ່ານ ນາງ Clinton ຊູໂຕເອງຂຶ້ນຢູ່ທີ່ຫລັກໂຄມໄຟ ຂ້າງຖະໜົນ ກ່ອນທີ່ຈະໂຊເຊລົ້ມເຂົ້າໄປ ໃນລົດຕູ້ທີ່ຄອຍຖ້າຢູ່ ໂດຍໄດ້ຮັບການຊ່ອຍເຫຼືອ ຈາກບັນດາເຈົ້າໜ້າທີ່ໜ່ວຍສືບລັບ ແລະບັນດາຜູ້ຊ່ອຍຂອງທ່ານ.

ໃນຖະແຫລງການສະບັບໜຶ່ງ ຄະນະໂຄສະນາຂອງທ່ານນາງ ໄດ້ກ່າວວ່າ ທ່ານນາງ Clinton ຈະໄປຍັງເມືອງ Greensboro ຂອງລັດ North Carolina ໃນວັນພະຫັດມື້ອື່ນ ເພື່ອ “ປຶກສາຫາລື ວິໄສທັດຂອງທ່ານນາງ ສຳລັບ ອາເມຣິກາ ທີ່ເຂັ້ມແຂງຫຼາຍຂຶ້ນ ພ້ອມກັນ.”

ໃນຂະນະດຽວກັນ ທ່ານນາງ Clinton ໄດ້ສືບຕໍ່ຟື້ນຕົວຄືນ ທ່ານນາງ ໄດ້ຮັບການຮັບ ຮອງເອົາຢ່າງຕື່ນເຕັ້ນ ໂດຍຜູ້ນຳນ້ຳເບີໜຶ່ງຈາກພັກເດໂມແຄຣັດ ຂອງປະເທດ ແລະ ອະດີດຫົວໜ້າຂອງທ່ານນາງ ກໍຄືປະທານາທິບໍດີ ບາຣັກ ໂອບາມາ.

ທ່ານໂອບາ ໄດ້ກ່າວຕໍ່ບັນດາຜູ້ສະໜັບສະໜູນ ທີ່ກຳລັງຮ້ອງໂຮເຊຍທ່ານຢູ່ນັ້ນ ຢູ່ທີ່ ນະຄອນ Philadelphia ໃນວັນອັງຄານວານນີ້ ວ່າ “ຂ້າພະເຈົ້າແນ່ໃຈແທ້ໆ ທີ່ຈະ ເລືອກເອົາທ່ານນາງ Hillary Clinton.” “ຂ້າພະເຈົ້າໄດ້ເຫັນວ່າ ທ່ານນາງມີຄວາມ ສະຫຼາດຊ່ຳໃດ ແລະ ມີຄວາມເຂົ້າໃຈດີ ແລະ ເປັນຄົນທີ່ເກັ່ງ” ນັ້ນແມ່ນຄຳເວົ້າ ຂອງ ທ່ານໂອບາມາ ທີ່ໄດ້ກ່າວເຖິງອະດີດລັດຖະມົນຕີການຕ່າງປະເທດຂອງທ່ານ.

ທ່ານໂອບາມາ ໄດ້ເວົ້າເຍາະເຢີ້ຍ ຜູ້ສະໝັກຈາກພັກຣີພັບບລີກັນ ທ່ານ Donald Trump ໂດຍກ່າວວ່າ ທ່ານ Trump “ບໍ່ຢູ່ໃນແນວທາງໃດໆ ສະພາບ ຫຼື ຮູບແບບທີ່ພ້ອມພຽງ ເພື່ອຈະຕາງໜ້າໃຫ້ເມືອງນີ້ ຢູ່ຕ່າງປະເທດ ແລະ ເປັນຜູ້ບັນຊາການສູງສຸດ ຂອງ ພວກເຮົາ.”

ທ່ານ ໄດ້ດູຖູກ ການຍ້ອງຍໍປະທານາທິບໍດີ ຣັດເຊຍ ທ່ານ Vladimir Putin ຂອງທ່ານ Trump ທີ່ວ່າ “ເປັນຜູ້ນຳທີ່ເຂັ້ມແຂງຜູ້ໜຶ່ງ ເພາະວ່າ ທ່ານໄດ້ບຸຸກລຸກປະເທດຕ່າງໆ ທີ່ນ້ອຍກວ່າ, ຂັງຄຸກພວກຝ່າຍຄ້ານ, ຄວບຄຸມ ສື່ຂ່າວ ແລະ ຂັບດັນໃຫ້ເສດຖະກິດ ຂອງທ່ານ ເຂົ້າສູ່ສະພາບທົດຖອຍເປັນເວລາຍາວນານ.”

ທ່ານ Trump ໄດ້ຕ້ອບໂຕ້ຄືນ ທ່ານ ໂອບາມາ ຜ່ານທາງ Twitter ໂດຍກ່າວຫາ ປະທານາທິບໍດີວ່າ ປ່ອຍໃຫ້ຣັດເຊຍ ບຸກຮຸກຮານ Crimea.

ທ່ານ Trump ໄດ້ກ່າວວ່າ “ຣັດເຊຍ ຍຶດເອົາ Crimea ໃນລະຫວ່າງ ອັນທີ່ເອີ້ນວ່າ ປີຂອງທ່ານໂອບາມາ, ຜູ້ທີ່ຈະບໍ່ຮູ້ຈັກອັນນີ້ເລີຍ ແລະ ເປັນຫຍັງຜູ້ກ່ຽວ ຈຶ່ງໄດ້ຜ່ານ ໄປຢ່າງຟຣີໆ?”


ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG