ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary Clinton ກໍາລັງເດີນທາງໄປກຸງປັກກິ່ງ. ທ່ານນາງໄດ້ໃຫ້ຄໍາໝັ້ນສັນຍາທີ່ຈະນໍາເອົາຄຳເຕືອນອັນແຂງຂັນໄປໃຫ້ບັນດາຜູ້ນໍາຈີນ ເພື່ອໃຫ້ແກ້ໄຂບັນຫາຂັດແຍ້ງເລື່ອງການອ້າງເອົາກໍາມະສິດໃນທະເລຈີນໃຕ້ນັ້ນ.
ທ່ານນາງ Clinton ຕ້ອງການໃຫ້ຈີນ ປະສານງານກັບບັນດາສະມາຊິກກຸ່ມປະເທດ
ອາຊຽນ ກ່ຽວກັບກົດການປະຕິບັດ ໃນການແກ້ໄຂບັນຫາຂັດແຍ້ງ ໃນຄວາມຫັວງທີ່
ຈະປ້ອງກັນບໍ່ໃຫ້ເກີດການປະເຊີນໜ້າກັນຂຶ້ນອີກ ໃນຂົງເຂດທີ່ອຸດົມຮັ່ງມີໄປດ້ວຍຊັບພະຍາກອນທໍາມະຊາດ. ກຸງປັກກິ່ງຊຶ່ງໄດ້ອ້າງກຳມະສິດເອົາເກືອບວ່າທັງໝົດທະເລເລີຍນັ້ນ ໄດ້ປະຕິເສດຕໍ່ການລົງນາມໃນລະບຽບການດັ່ງກ່າວ. ນອກນັ້ນແລ້ວຍັງຕ້ອງການທີ່ຈະດຳເນີນການແກ້ໄຂບັນຫາກັບແຕ່ລະປະເທດໄປ ຮວມທັງໄຕ້ຫວັນ ຟິລິບປີນ ຫວຽດນາມ ມາເລເຊຍ ແລະບຣູໄນ.
ກ່ອນອອກຈາກ ອິນໂດເນເຊຍໄປຍັງຈີນໃນວັນອັງຄານມື້ນີ້ ທ່ານນາງ Clinton ໄດ້ກ່າວວ່າ ກຸ່ມປະເທດໃນເຂດເອເຊຍຕາເວັນອອກສຽງໃຕ້ທັງຫຼາຍຕ້ອງຮວມຕົວໃນການແກ້ໄຂບັນຫາຂັດແຍ້ງ ເພື່ອເຮັດໃຫ້ເຂດນໍ້າດັ່ງກ່າວສະຫງົບງຽບລົງຢ່າງແທ້ຈິງ. ທ່ານນາງໄດ້ສະແດງຄວາມເຫັນດັ່ງກ່າວນີ້ ຫຼັງຈາກການພົບປະທີ່ກຸງ Jakarta ກັບ ປະທານາທິບໍດີອິນໂດເນເຊຍທ່ານ Susilo Bambang Yudhoyono ແລະທ່ານ Surin Pitsuwan ເລຂາທີ່ການໃຫຍ່ຂອງກຸ່ມອາຊຽນ.