ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary Clinton ມີໝາຍກຳນົດທີ່ຈະ
ພົບປະກັບປະທານາທິບໍດີມຽນມາ ທ່ານ Thien Sein ໃນມື້ວັນສຸກນີ້ ຫລັງຈາກທີ່
ສະຫະລັດ ໄດ້ຍົກເລີກການລົງໂທດທາງດ້ານເສດຖະກິດ ຕໍ່ປະເທດມຽນມາ ທີ່ຕັ້ງຢູ່ໃນ
ເອເຊຍອາຄະເນນັ້ນ.
ເຈົ້າໜ້າທີ່ຂັ້ນສູງຂອງກະຊວງການຕ່າງປະເທດກ່າວຕໍ່ວີໂອເອວ່າ ການໂອ້ລົມຈະມີຂຶ້ນຢູ່
ນອກກອງປະຊຸມສະມາຄົມອາຊ່ຽນທີ່ກໍາປູເຈຍ. ທ່ານນາງ Clinton ໄດ້ພົບກັບປະທາ
ນາທິບໍດີ Thehin Sein ໃນເດືອນທັນວາປີກາຍໃນລະຫວ່າງ ການເດີນທາງໄປຢ້ຽມຢາມ
ມຽນມາ ຄັ້ງປະຫວັດສາດນັ້ນ.
ວໍຊິງຕັນໄດ້ຍຸຕິການລົງໂທດຕໍ່ມຽນມາ ໃນວັນພຸດຜ່ານມານີ້ ໂດຍອະນຸຍາດໃຫ້ບໍລິສັດ
ຕ່າງໆຂອງອາເມຣິກັນ ເຂົ້າໄປລົງທຶນໃນມຽນມາໄດ້ ເປັນຄັ້ງທໍາອິດໃນ ຮອບ 15 ປີ.
ທໍານຽບຂາວກ່າວວ່າ ການເຄື່ອນໄຫວ ຊຶ່ງໄດ້ປະກາດໃຫ້ຊາບເປັນເທື່ອທຳອິດ ໃນເດືອນ
ພຶດສະພາຜ່ານມານັ້ນ ມີຂຶ້ນເພື່ອເປັນການສະໜອງຕອບຕໍ່ “ການປະ ຕິຮູບທາງດ້ານ
ເສດຖະກິດແລະການເມືອງ ທີ່ສຳຄັນ” ໂດຍລັດຖະບານພົນລະເຮືອນ ພຽງແຕ່ໃນນາມ ຂອງມຽນມາ.