ລັດຖະມົນຕີການຕ່າງປະເທດສະຫະລັດ ອາເມຣິກາ ທ່ານນາງ Hillary Clinton ກໍາລັງ
ເດີນທາງໄປຍັງ Uganda ເພື່ອສົນທະນາຫາລືກັບ ປະທານາທິບໍດີ Yoweri Museveni
ໃນຂະນະທີ່ ທ່ານນາງສືບຕໍ່ການຢ້ຽມຢາມຫລາຍປະເທດໃນ ອາຟຣິກາ.
ທ່ານນາງ Clinton ຈະໃຊ້ການປະຊຸມໃນວັນສຸກມື້ອື່ນນີ້ ເພື່ອສົນທະນາເຖິງບົດບາດຂອງ
Uganda ໃນຖານະເປັນພາຄີທີ່ສໍາຄັນຂອງສະຫະລັດ ໃນດ້ານຄວາມໝັ້ນຄົງຂອງຂົງເຂດ
ພ້ອມທັງຊຸກຍູ້ໃຫ້ມີການສ້າງຕັ້ງສະຖາບັນປະຊາທິປະໄຕ ທີ່ເຂັ້ມແຂງຂຶ້ນ ແລະເລື່ອງສິດທິ
ມະນຸດ.
ໃນວັນພຸດວານນີ້ ທ່ານນາງ Clinton ໄດ້ເຕືອນ ບັນດາຜູ້ນໍາ ອາຟຣິກາ ວ່າ ເຂົາເຈົ້າ
ຕ້ອງນັບຖືສິດທິຂອງປະຊາຊົນຂອງເຂົາເຈົ້າ ຫລືບໍ່ດັ່ງນັ້ນຈະສ່ຽງຕໍ່ການສູນເສຍອໍານາດ.
ໃນຄໍາປາໄສບັ້ນນຶ່ງ ທີ່ Senegal ນັ້ນ ທ່ານນາງກ່າວວ່າ ປະຊາຊົນອາຟຣິກາ ກໍາລັງ
ຮຽກຮ້ອງໃຫ້ມີການປ່ຽນແປງໃນປະເທດຕ່າງໆ ບ່ອນທີ່ພວກຄົນຊັ້ນສູງຮັ່ງມີຈໍານວນນຶ່ງ
ນ້ອຍໆນຶ່ງ ກໍາລັງຈະເລີນຮຸ່ງເຮືອງ ໃນຂະນະທີ່ປະຊາຊົນສ່ວນໃຫ່ຍ ພາກັນຕົກຄ້າງຢູ່ໃນ
ຄວາມທຸກຍາກ.
ທ່ານນາງ ຍັງໄດ້ສົ່ງເສີມຍຸດທະສາດໃໝ່ຂອງສະຫະລັດ ສໍາລັບອາຟຣິກາ ຊຶ່ງທ່ານນາງ
ກ່າວວ່າ ແມ່ນອີງໃສ່ເປົ້າໝາຍ ໃນການກະຕຸກຊຸກຍູ້ການພັດທະນາ ແລະການເຕີບໂຕ
ທາງເສດຖະກິດ ການສົ່ງເສີມສັນຕິພາບ ແລະຄວາມໝັ້ນຄົງໃຫ້ກ້າວໄກໄປໜ້າ ແລະສ້າງ
ຄວາມແຂ້ມແຂງໃຫ້ແກ່ພວກສະຖາບັນປະຊາທິປະໄຕທັງຫລາຍ.
ນີ້ແມ່ນການເດີນທາງຄັ້ງທໍາອິດຂອງ ທ່ານນາງ Clinton ໄປຍັງເຂດໃຕ້ທະເລຊາຍ
Sahara ຂອງອາຟຣິກາ ນັບຕັ້ງແຕ່ ປະທານາທິບໍດີ Barak Obama ໄດ້ປະກາດຍຸດ
ທະສາດໃໝ່ຂອງທ່ານ ໃນເດືອນມິຖຸນາຜ່ານມາ.
ລາຍການຢ້ຽມຢາມຂອງທ່ານນາງ ມີໂຮມທັງ ປະເທດຊູດານໃຕ້ ເຄັນຍາ ມາລາວີ ແລະ
ອາຟຣິກາໃຕ້.
View Clinton's Africa trip in a larger map