ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລມຕ ຕ່າງປະເທດລາວ ນຳພາຄະນະ ຢ້ຽມຢາມ ສະຫະລັດ


ລັດຖະມົນຕີ ຕ່າງປະເທດ ສະຫະລັດ ທ່ານນາງຮິລລາຣີ ຄລິນຕັນ (ຂວາ) ຈັບມືກັບ ລັດຖະມົນຕີ ການຕ່າງ ປະເທດ ສປປ ລາວ ທ່ານທອງລຸນ ສີສຸລິດ (ຊ້າຍ) ລຸນຫລັງ ການພົບປະ ທີ່ກະຊວງ ຕ່າງປະເທດ ສະຫະລັດ ໃນກຸງວໍຊິງຕັນ (13 ກໍລະກົດ 2010)
ລັດຖະມົນຕີ ຕ່າງປະເທດ ສະຫະລັດ ທ່ານນາງຮິລລາຣີ ຄລິນຕັນ (ຂວາ) ຈັບມືກັບ ລັດຖະມົນຕີ ການຕ່າງ ປະເທດ ສປປ ລາວ ທ່ານທອງລຸນ ສີສຸລິດ (ຊ້າຍ) ລຸນຫລັງ ການພົບປະ ທີ່ກະຊວງ ຕ່າງປະເທດ ສະຫະລັດ ໃນກຸງວໍຊິງຕັນ (13 ກໍລະກົດ 2010)

ຄະນະຜູ້ແທນ ລະດັບສູງ ຂອງ ສປປ ລາວ ພາຍໃຕ້ການນຳພາ ຂອງລັດຖະມົນຕີການ ຕ່າງປະເທດ ໄດ້ເດີນທາງ ມາຢ້ຽມຢາມ ສະຫະລັດ ຕາມ​ຄຳ​ເຊື້ອ​ເຊີນ ເປັນເທື່ອທຳອິດ ນັບແຕ່ໄດ້ມີ ການປ່ຽນແປງ ລະບອບການປົກຄອງ.

ສະຫະລັດ ແລະ ສປປ ລາວ ໃຫ້ຄຳໝັ້ນສັນຍາວ່າ ຈະ ເພີ້ມທະວີ ການຮ່ວມມືກັນ ລຸນຫລັງ ການເຈລະຈາຫາລື ທາງດ້ານການທູດ ໃນລະດັບສູງສຸດ ລະຫວ່າງ ປະເທດ ທັງສອງ ນັບແຕ່ ສົງຄາມຫວຽດນາມ ສິ້ນສຸດລົງ.

ລັດຖະມົນຕີ ການຕ່າງປະເທດ ສະຫະລັດ ທ່ານນາງ ຮິລລາຣີ ຄລິນຕັນ ໄດ້ພົບປະກັບທ່ານ​ດອກ​ເຕີ້​ທອງລຸນ ສີ​ສຸ​ລິດ ຮອງນາຍົກ ລັດຖະມົນຕີ ​ແຫ່ງ ສປປ ລາວ ພ້ອມທັງ ກຳຕຳແໜ່ງ ລັດຖະມົນຕີ ການຕ່າງປະເທດ ທີ່ກຸງວໍຊິງຕັນ ໃນວັນອັງຄານ ຜ່ານມານີ້.

ທ່ານທອງລຸນ ເປັນເຈົ້າໜ້າທີ່ ຂັ້ນສູງສຸດ ຂອງ ສປປ ລາວ ທີ່ໄດ້ເດີນທາງ ມາຢ້ຽມຢາມ ສະຫະລັດ ນັບແຕ່ ໄດ້ມີການປ່ຽນແປງ ການປົກຄອງຢູ່ລາວ ໃນປີ 1975. ​ກ່ອນ​ການ​ພົບ​ປະ ​ກັບ​ເຈົ້າໜ້າທີ່ ສະຫະລັດ​ນັ້ນ ທ່ານ​ທອງ​ລຸນ​ ໄດ້​ພົບ​ປະສັງ​ສັນ ​ກັບ​ສະມາ​ຊິກ​ ປະຊາ​ຄົມ​ລາວ ​ໃນ​ຂົງ​ເຂດ ​ນະຄອນຫລງ ວໍ​ຊິງ​ຕັນ ຢູ່​ທີ່​ສະຖານ​ເອກ​ອັກ​ຄະ​ລັດຖະທູດ​ລາວ ​ໃນ​ຄໍ່າ​ຄືນ ​ວັນ​ອາທິດ​ຜ່ານ​ມາ. ໃນ​ການ​ມາ​ຢ້ຽມ​ຄັ້ງນີ້ ມີ​ຄະນະ​ ຜູ້​ແທນ​ລາວ ​ຕິດຕາມ​ທ່ານ​ ລັດຖະມົນຕີ​ ຕ່າງປະ​ເທດ​ລາວ ມາ​ນຳ​ຫລາຍຄົນ ຊື່​ງທ່ານທອງລຸນ​ ຊີ້​ແຈງວ່າ:
// ສຽງ //

ຮວມຢູ່ໃນນັ້ນ ກໍມີທ່ານພົມມາ ຄຳມະນີຈັນ ຫົວໜ້າກົມ ຢູໂຣບອະເມຣິກາ ກະຊວງຕ່າງ ປະເທດ ທ່ານເຄນທອງ ນວນທະສິງຫົວໜ້າກົມຂ່າວ ກະຊວງຕ່າງປະເທດ ທ່ານຫຸມເພັງ ສຸລາໄລ ຫົວໜ້າກົມ ສົ່ງເສີມການລົງທຶນ ກະຊວງແຜນການ ແລະການລົງທຶນ ທ່ານສະ ເຫຼີມໄຊ ກົມມະສິດ ຫົວໜ້າກົມ ຈັດຕັ້ງສາກົນ ກະຊວງຕ່າງປະເທດ ທ່ານກິດສະໜາ ວົງໄຊ ປະທານສະພາການຄ້າ ແລະອຸສາຫະກຳ ແຫ່ງຊາດ ທ່ານດາວວອນ ພະຈັນທະວົງ ຄະນະບໍລິຫານງານ ສະພາການຄ້າ ແລະອຸສາຫະກຳ ແຫ່ງຊາດ ທ່ານອານຸພາບ ວົງໜໍ່ແກ້ວ ຫົວໜ້າຜະແນກ ເສດຖະກິດ-ສັງຄົມ ອົງການສະຫະປະຊາຊາດ ກົມຈັດຕັ້ງສາກົນ ແລະ ທ່ານບຸນເຫຼືອ ພັນດານຸວົງ ຫົວໜ້າຜະແນກ ອະເມລິກາ ກົມຢູໂຣບອະເມຣິກາ ກະຊວງການຕ່າງປະເທດ.

ເອກອັກຄະລັດຖະທູດ ສປປ ລາວ ປະຈຳສະຫະລັດ ທ່ານແສງ ສຸຂະທິວົງ ກ່າວຕ້ອນຮັບ ລັດຖະມົນຕີຕ່າງປະເທດ ທີ່ສະຖານ ທູດລາວ ໃນກຸງວໍຊິງຕັນ (11 ກໍລະກົດ 2010)
ເອກອັກຄະລັດຖະທູດ ສປປ ລາວ ປະຈຳສະຫະລັດ ທ່ານແສງ ສຸຂະທິວົງ ກ່າວຕ້ອນຮັບ ລັດຖະມົນຕີຕ່າງປະເທດ ທີ່ສະຖານ ທູດລາວ ໃນກຸງວໍຊິງຕັນ (11 ກໍລະກົດ 2010)

ນອກຈາກ ການພົບປະ ກັບ ທ່ານນາງຄລິນຕັນແລ້ວ ທ່ານ ທອງລຸນຍັງມີແຜນການຈະທຳ​ ການເຄື່ອນໄຫວ ຢ້ຽມຢາມ ຈຳ ນວນນຶ່ງ ທີ່ກຸງວໍຊິງຕັນ ຊຶ່ງ ທ່ານໃຫ້ການຊີ້ແຈງ ເພີ້ມຕື່ມວ່າ:
// ສຽງ //

ນອກນັ້ນ ທ່ານທອງລຸນຍັງເວົ້າ ວ່າ ທ່ານມີໝາຍກຳນົດ ໄປຢ້ຽມ ຢາມ ປະທານທະນາຄານໂລກ ແລະໄປປາຖະກະຖາ ທີ່ສະພາ ການຄ້າສະຫະລັດ-ອາຊ່ຽນ.

ການຢ້ຽມຢາມ ດັ່ງກ່າວນີ້ ແມ່ນເປັນການຢ້ຽມຢາມ ສະຫະລັດ ຢ່າງເປັນທາງການ ເທື່ອທຳ ອິດ ຂອງເຈົ້າໜ້າທີ່ ອະວຸໂສ ຂອງລາວ ນັບແຕ່ໄດ້ມີ ການປ່ຽນແປງ ການປົກຄອງ ໃນປີ 1975. ຄວາມສຳພັນ ລະຫວ່າງ ປະເທດທັງສອງ ເຖິງແມ່ນ ບໍ່ເຄີຍຖືກຕັດຂາດ ແຕ່ກໍມີ ຄວາມເຄັ່ງຕຶງ ຢູ່ຊົ່ວໄລຍະນຶ່ງ ແຕ່ໃນໄລຍະ ຫຼາຍໆປີຜ່ານມານີ້ ຄວາມສຳພັນ ໄດ້ດີຂຶ້ນ ເປັນລຳດັບ.

ທ່ານທອງລຸນ ກ່າວຕໍ່ວີໂອເອ ໃນລະຫວ່າງ ການພົບປະ ກັບພີ່ນ້ອງຊາວລາວ ທີ່ສະຖານ ທູດໃນນະຄອນ ຫຼວງວໍຊິງຕັນ ເມື່ອວັນອາທິດແລ້ວ ເຖິງລະດັບ ຄວາມສຳພັນ ລະຫວ່າງ ສປປ ລາວ ກັບສະຫະລັດ ໃນປັດຈຸບັນ ດັ່ງນີ້.
// ສຽງ //

ທ່ານທອງລຸນເວົ້າວ່າ ການຢ້ຽມຢາມຄັ້ງນີ້ ແມ່ນເປັນພາກສ່ວນນຶ່ງໃນການສະເຫຼີມສະຫຼອງ ການສ້າງຕັ້ງ ຄວາມສຳພັນ ຄົບຮອບ 55 ປີ ລະຫວ່າງລາວ ກັບສະຫະລັດ ຊຶ່ງ​ທ່ານ​ກ່າວ​ວ່າ:
// ສຽງ //

ໃນ​ໂອກາດ​ ດຽວ​ກັນ​ນີ້ ທ່ານ​ທອງ​ລຸນ ກໍໄດ້​ຕອບ​ຄຳ​ຖາມ​ ຂອງ​ວີ​ໂອ​ເອ ກ່ຽວ​ກັບ ​ພວກ​ອົບ​ພະຍົບມົ້ງ ຈຳນວນ 158 ຄົນ ທີ່ສະຫະປະຊາຊາດ ຮັບຮູ້ ຊຶ່ງສະມາຊິກ ສະພາສູງ AL FRANKEN ໄດ້ຮຽກຮ້ອງ ໃຫ້ທາງການລາວ ອະນຸຍາດໃຫ້ ພວກເຂົາເຈົ້າ ສາມາດໄປຕັ້ງ ຖິ່ນຖານໃໝ່ ໃນປະເທດທີ 3 ນັ້ນ. ທ່ານທອງລຸນ ໃຫ້ການຊີ້ແຈງ ກ່ຽວກັບເລື່ອງນີ້ວ່າ:
// ສຽງ //

ໃນຖະແຫຼງການຮ່ວມ ທີ່ນຳອອກເຜີຍແຜ່ ລຸນຫຼັງການພົບປະ ໃນມື້ວັນອັງຄານຜ່ານມານີ້ ສະຫະລັດແລະ ສປປ ລາວກ່າວວ່າ ການຮ່ວມມືກັນ ທີ່ເຕີບໃຫຍ່ຂະຫຍາຍໂຕຂຶ້ນເລື້ອຍໆ ລະຫວ່າງ ປະເທດທັງສອງ ກຳລັງຊ່ອຍ ສົ່ງເສີມໃຫ້ ມີສະເຖຍລະພາບ ແລະການພັດທະ ນາ ຢູ່ໃນເຂດເອເຊຍ ຕາເວັນອອກສຽງໃຕ້.

ນອກນັ້ນ ສະຫະລັດ ແລະ ສປປ ລາວ ຍັງໄດ້ລົງນາມ ໃນຂໍ້ຕົກລົງ ເປີດເຂດອາກາດ ຫຼືນ່ານຟ້າ ຊຶ່ງຈະອຳນວຍໃຫ້ ສາຍການບິນ ຂອງທັງສອງຝ່າຍ ບິນໄປມາ ລະຫວ່າງ ປະເທດທັງສອງໄດ້.

ຂະນະທີ່ ສະແດງຄວາມຂອບອົກຂອບໃຈ ຕໍ່ການຕ້ອນຮັບ ອັນອົບອຸ່ນ ຂອງສະຫະລັດ ຕໍ່ຄະນະຜູ້ແທນ ຂອງທ່ານນັ້ນ ຮອງນາຍົກ ລັດຖະມົນຕີ ແລະລັດຖະມົນຕີ ການຕ່າງ ປະເທດ ສປປ ລາວ ກໍໄດ້ເຊື້ອເຊີນ ລັດຖະມົນຕ ີຕ່າງປະເທດ ຄລິນຕັນ ໃຫ້ເດີນທາງ ໄປຢ້ຽມຢາມ ສປປ ລາວ ໃນເວລາໃດ ທີ່ທ່ານນາງ ມີຄວາມສະດວກ.

ທ່ານ P.J. CROWLEY ໂຄສົກກະຊວງ ການຕ່າງປະເທດ ສະຫະລັດ ກ່າວໃນການ ຖະແຫຼງຂ່າວ ປະຈຳວັນ ໃນມື້ວັນອັງຄານ ຜ່ານມານີ້ວ່າ ສະຫະລັດ ມີຄວາມໝາຍໝັ້ນ ຕັ້ງໃຈ ທີ່ຈະເສີມສ້າງ ຄວາມສຳພັນ ກັບລາວ ໃນຖານະ ທີ່ພາກສ່ວນນຶ່ງ ຂອງການດຳເນີນ ຄວາມພະຍາຍາມ ໃນຂອບເຂດ ທີ່ກວ້າງຂວາງ ເພື່ອເສີມຂະຫຍາຍ ການພົວພັນ ກັບເຂດເອເຊຍ ຕາເວັນອອກສຽງໃຕ້ ແລະລັດຖະມົນຕີ ການຕ່າງປະເທດ ສະຫະລັດ ແລະລັດຖະມົນຕີ ການຕ່າງປະເທດ ສປປ ລາວ ໄດ້ປຶກສາຫາລືກັນ ໃນຂອບເຂດ ທີ່ກວ້າງຂວາງ ທັງຂົງເຂດ ວຽກງານເກົ່າ ແລະວຽກງານໃໝ່ ໃນການຮ່ວມມື ສອງຝ່າຍ.

XS
SM
MD
LG