ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໐ ມິຖຸນາ ໒໐໒໓

ທ່ານນາງຮີນລາຣີ ຄລິນຕັນ ຢ້ຽມຢາມຜູ້ປະສົບ ໄພນໍ້າຖ້ວມ ທີ່ໄທ


ນາຍົກລັດຖະມົນຕີໄທ ທ່ານນາງຍິ່ງລັກ ຊິນນະວັດ ແລະທ່ານນາງ ຮີນລາຣີ ຄລິນຕັນ ລັດຖະມົນຕີຕ່າງປະເທດສະຫະລັດ ທີ່ບາງກອກ. ວັນທີ 17 ພະຈິກ 2011.

ທ່ານ​ນາງ​ຮີນ​ລາຣີ ຄລິນ​ຕັນ ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ​ໄດ້​ພົບ​ປະ​ກັບ​ກັບຊາວ​
ໄທ​ທີ່ປະສົບ​ໄພ​ນໍ້າ​ຖ້ວມ​ ຈໍານວນ​ນຶ່ງ​ໃນ​ວັນ​ພະຫັດ​ມື້​ນີ້ ນຶ່ງ​ມື້​ຫລັງ​ຈາກ​ໃຫ້​ຄໍາ​ໝັ້ນ​ສັນຍາວ່າ
ຈະ​ໃຫ້ການ​ຊ່ອຍ​ເຫລືອ​ເປັນ​ມູນ​ຄ່າ 10 ລ້ານ​ໂດ​ລາ.

ທ່ານ​ນາງຄລິນ​ຕັນ​ໄດ້​ຍົກ​ມື້​ໄຫວ້ຖາມ​ສະບາ​ຍດີ ຕາມປະ​ເພນີໄທ​ໃນ​ວັນ​ພະຫັດ​ມື້​ນີ້ ກັບ​ພວກ​ອົບ​ພະຍົບຈາກ​ອຸ​ທົກ​ກະ​ໄພຈຸ​ນຶ່ງ ຈາກ​ຈໍານວນ​ຫລາຍ​ກວ່າ 1400 ຄົນ ທີ່ກໍາລັງ​ພັກພາ​ອາ​ໄສ​ຢູ່​ຊົ່ວຄາວ​ໃນ​ຫ້ອງ​ຫັດ ກາຍ​ຍະ​ບໍ​ລິຫານ​ ທີ່​ອາຄານ​ຫລິ້ນ​ກີລາ​ໄທ​ແຫ່ງ​ນຶ່ງ​ ​ແລະ​ທ່ານ​ນາງ​ໄດ້​ໃຫ້​ຄໍາ​ໝັ້ນ​ສັນຍາ​ຕໍ່​ພວກ​ອົບ​ພະຍົບ​ເຫລົ່າ​ນັ້ນ​ວ່າ ການ​ຊ່ອຍ​ເຫລືອ​ຂອງ​ສະຫະລັດ​ກໍາລັງ​ຈະມາ​ຮອດ.

ນັກ​ການ​ທູດ​ຂັ້ນ​ສູງ​ສຸດ​ຂອງ​ສະຫະລັດ​ ໄດ້ປະກາດ​ໃຫ້ການ​ຊ່ອຍ​ເຫລືອ​ຫລັງ​ຈາກ​ທໍາ​ການ​ປຶກສາ​ຫາລື​ໃນ​ວັນ​ພຸດ​ວານ​ນີ້ ​ກັບ​ທ່ານ​ນາງ​ຍິ່ງລັກ​ ຊິນນະ​ວັດ ​ນາຍົກລັດຖະມົນຕີ​ໄທ​ທີ່​ບາງກອກ. ທ່ານ​ນາງຄລິນ​ຕັນ​ໄດ້​ເດີນທາງ​ອອກ​ຈາກ​ໄທແລ້ວ ໃນ​ຕອນ​ແລງ​ມື້​ນີ້​ເພື່ອ​ຈະໄປ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ເອ​ເຊຍ​ຕາ​ເວັນ​ອອກ​ທີ່​ເກາະ​ບາ​ຫລີ ອິນ​ໂດ​ເນ​ເຊຍ.

ການ​ຢ້ຽມຢາມ​ຂອງ​ທ່ານ​ນາງຄລິນ​ຕັນ​ມີ​ຂຶ້ນ​ ພ້ອມ​ກັນ​ກັບ​ການຢ້ຽມຢາມ​ໄທ​ຂອງ​ທ່ານ​ ພັນ​ ກິ​ມູນ ​ເລຂາທິການ​ໃຫຍ່​ສະຫະ​ປະຊາຊາດ ​ທີ່​ໄດ້​ກ່າວ ​ໃນ​ວັນ​ພຸດ​ວານ​ນີ້​ວ່າ ທ່ານ​ໄດ້​ມີ​ຄວາມ​ໂສກ​ເສົ້າ​ເສຍ​ໃຈ​ຢ່າງ​ເລິກ​ເຊິ່ງ ຫລັງ​ຈາກ​ໄດ້​ໄປ​ເບິ່ງ​ຂົງ​ເຂດ​ຕ່າງໆທີ່​ໄດ້ຮັບ​ຜົນ​ກະທົບ​ຈາກ​ອຸ​ທົກ​ກະ​ໄພ​ແລ້ວ ​ແລະ​ກ່າວ​ຕື່ມ​ວ່າ ປະຊາ​ຄົມ​ໂລກ​ຕຽມ​ພ້ອມ​ທີ່​ຈະ​ໃຫ້ການ​ຊ່ອຍ​ເຫລືອ​ຕໍ່​ຄວາມ​ພະຍາຍາມຊ່ອຍ​ບັນ​ເທົາ​ທຸກ​ຂອງ​ລັດຖະບານ​ໄທ​ນັ້ນ.

ປະຊາຊົນ​ຫລາຍ​ລ້ານ​ຄົນ​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ອຸ​ທົກ​ກະ​ໄພ​ຄັ້ງ​ນີ້ ຊຶ່ງ​ໄດ້​ເລີ້ມຕົ້ນ​ມາ​ຕັ້ງ​ແຕ່​ເດືອນ​ກໍລະກົດ​ຜ່ານ​ມາ ສ່ວນ​ຫລາຍ​ແມ່ນ​ຢູ່​ໃນ​ເຂດ​ພາກ​ເໜືອ​ແລະ​ພາກ​ກາງຂອງ​ໄທ​ນັ້ນ.

XS
SM
MD
LG