ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລມຕ ຕ່າງປະເທດຄລິນຕັນ ຢ້ຽມຢາມປາກິສຖານ


ທ່ານນາງ ຮິລແລຣີ ຄລິນຕັນ ລັດຖະມົນຕີຕ່າງປະເທດສະຫະລັດກຳລັງຢູ່ທີ່ປາກິສຖານ ຊຶ່ງເປັນຈຸດເລີ່ມ ຕົ້ນຂອງການ​ເດີນທາງຢ້ຽມຢາມຂົງເຂດເອເຊຍ​ໃຕ້ທີ່ແນໃສ່​ເພື່ອປຸກລະດົມ​ເອົາ​ການ​ສະໜັບ​ສະ​ໜູນ​ຕໍ່ເປົ້າໝາຍຂອງສົງຄາມໃນອັຟການິສຖານ ທີ່ມີມາເກືອບໄດ້ 9 ປີແລ້ວນັ້ນ.

ທ່ານນາງຄລິນ​ຕັນເດີນທາງໄປເຖິງອິສລາມາບັດ ເມືອງຫລວງຂອງປາກິສຖານໃນວັນອາທິດມື້ນີ້ ຊຶ່ງ​ຢູ່​ທີ່​ນັ້ນ ທ່ານນາງຈະເນັ້ນຢໍ້າເຖິງຄວາມຈຳເປັນ ສຳລັບການຮ່ວມມືກັນລະຫວ່າງປາກິສຖານ ແລະອັຟການິສຖານ ​ເພື່ອທີ່ຈະເອົາຊະນະສົງຄາມໃນອັຟການິສຖານ​ໃຫ້ໄດ້ນັ້ນ.

ທ່ານນາງຄລິນຕັນ ຈະພົບປະກັບພວກຜູ້ນຳທະຫານ ການເມືອງ ແລະ ພົນລະເຮືອນລະດັບສູງ ໃນລະຫວ່າງການຢ້ຽມຢາມ 2 ມື້ ໃນຄວາມພະຍາຍາມ​ເພື່ອຕ່າວປິ້ນຄວາມ​ຮູ້ສຶກຕໍ່ຕ້ານສະຫະລັດຢ່າງ​ແຮງ ຢູ່ໃນປາກິສຖານ.

ເຈົ້າໜ້າ​ທີ່ປາກິສຖານກ່າວວ່າ ເຄຶ່ອງບິນທີ່ບໍ່ມີຄົນຂັບທີ່ສະຫະລັດສົ່ງ​ໄປໂຈມຕີພວກກຸ່ມຫົວຮຸນແຮງຢູ່ໃນ ປາກິສຖານນັ້ນ ໄດ້​ເຮັດໃຫ້ປະຊາຊົນທຳມະດາ ຈຳນວນຫລາຍ​ເສຍ​ຊີວິດ​ຫລື​ບໍ່​ກໍ​ບາດ​ເຈັບເສຍ​ອົງຄະ​ໄປ ຊຶ່ງໄດ້ກໍ່ໃຫ້ເກີດຄວາມບໍ່ໄວ້ວາງໃຈສະຫະລັດຢູ່ໃນປາກິສຖານ.

ນອກນີ້ແລ້ວ ຍັງຄາດ​ກັນ​ວ່າ ການເຈລະຈາກັນຢູ່ທີ່ກຸງອິສລາມາບັດ ຈະສຸມ​ໃສ່ການໃຫ້ຄວາມຊ່ວຍເຫລືອ ແກ່ປາກິສຖານໃນການສ້າງສາດ້ານໂຄງລ່າງ ພື້ນຖານຂອງຕົນ ໂຮມທັງພາກສ່ວນສາທາລະນະສຸກ ນ້ຳດື່ມ ນ້ຳໃຊ້ ພະລັງງານ ແລະການກະເສດ. ຫລັງ​ຈາກ​ນັ້ນ ທ່ານນາງຄລິນຕັນຈະ​ໄປເຂົ້າ ຮ່ວມໃນກອງປະຊຸມນາໆຊາດ ກ່ຽວກັບອັຟການິສຖານທີ່ນະຄອນຫລວງກາບູລ ໃນວັນອັງຄານທີ່ຈະເຖິງນີ້. ພວກເຈົ້າໜ້າທີ່ສະຫະລັດຫວັງວ່າກອງ ປະຊຸມຄັ້ງນີ້ຈະເນັ້ນໃສ່ແຜນການຂອງລັດຖະບານອັຟການິສຖານເພື່ອປັບປຸງການປົກຄອງ ແລະສະຖຽນລະພາບ ຢູ່ໃນອັຟການິສຖານທີ່​ໄດ້ປະສົບ ກັບໄພສົງຄາມນັ້ນ.

XS
SM
MD
LG