ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານນາງ Clinton ເປັນລົມ ລົ້ມປ່ວຍ ແລະ ພັກຟື້ນ ຢູ່ກັບເຮືອນ


 ທ່ານ​ນາງ Hillary Clinton ລັດ​ຖະມົນຕີກະຊວງ​ການ​ຕ່າງປະ
​ເທດຂອງ​ສະຫະລັດ ທີ່ໄດ້ລົ້ມ​ປ່ວຍ ບໍ່ສະບາຍ ລຸນຫລັງທີ່ເປັນລົມ ຢູ່ໃນ​ເຮືອນຂອງ
ທ່ານນາງເອງ (AP Photo/Elise Amendola)
ທ່ານ​ນາງ Hillary Clinton ລັດ​ຖະມົນຕີກະຊວງ​ການ​ຕ່າງປະ ​ເທດຂອງ​ສະຫະລັດ ທີ່ໄດ້ລົ້ມ​ປ່ວຍ ບໍ່ສະບາຍ ລຸນຫລັງທີ່ເປັນລົມ ຢູ່ໃນ​ເຮືອນຂອງ ທ່ານນາງເອງ (AP Photo/Elise Amendola)
ທ່ານ​ນາງ Hillary Clinton ລັດ​ຖະມົນຕີກະຊວງ​ການ​ຕ່າງປະ
​ເທດໄດ້ລົ້ມ​ປ່ວຍ ບໍ່ສະບາຍ ລຸນຫລັງທີ່ເປັນລົມຢູ່ໃນ​ເຮືອນຂອງ
ທ່ານນາງເອງ ອິງຕາມລາຍງານຂອງກະຊວງ​ການ​ຕ່າງປະ​ເທດ​
ສະຫະລັດ.

ຄໍາຖະແຫລງ​ໃນ​ວັນ​ເສົາ​ວານ​ນີ້ ຂອງຮອງລັດ​ຖະມົນຕີຊ່ວຍວ່າ
ການຂອງກະຊວງ​ການ​ຕ່າງປະ​ເທດ Philippe Reines ເວົ້າວ່າ
ທ່ານນາງ Clinton ຊຶ່ງບໍ່ສະບາຍມາ​ກ່ອນ​ແລ້ວ ຍ້ອນອາການ​
ທ້ອງສຸ ມີໄວຣັສຢູ່ໃນກະເພາະຢູ່ນັ້ນ ໄດ້ມີ​ອາການຂາດນໍ້າ ແລະ
ເປັນລົມໄປ.

ທ່ານ Reines ກ່າວອີກວ່າ ຂະນະນີ້ທ່ານນາງກໍາລັງພັກຟື້ນຢູ່
ເຮືອນ ແລະຈະສືບຕໍ່ ເຮັດວຽກຢູ່ເຮືອນໃນອາທິດໜ້າ ຕາມຄໍາ
ແນະນໍາຂອງທ່ານໝໍ ​ແຕ່ໃນຂະນະດຽວ​ກັນ ກໍຈະພົວພັນກັບກະຊວງ​ການ​ຕ່າງປະ​ເທດ ແລະ ເຈົ້າໜ້າທີ່ອື່ນໆ ຢ່າງເປັນປົກກະຕິ.

ທ່ານນາງ Clinton ໄດ້ຍົກເລີກແຜນການເດີນທາງໄປຍັງເຂດຕາເວັນອອກກາງ ແລະອາ ຟຣິກາເໜືອ ​ໃນ​ອາທິດຜ່ານ​ມາ​ນີ້ ຍ້ອນມີເຊື້ອໄວຣັສໃນກະເພາະດັ່ງກ່າວ.

ລັດ​ຖະມົນຕີກະຊວງ​ການ​ຕ່າງປະ​ເທດ ແລະອະດີດສະຕີໝາຍເລກນຶ່ງຂອງ​ສະຫະລັດ ມີອາຍຸໄດ້ 65 ປີ.
XS
SM
MD
LG