ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານນາງ ຄລິນຕັນ ແລະ ທ່ານແຊນເດີ ເປັນຜູ້ຄອບງຳ ການໂຕ້ວາທີ ພັກເດໂມແຄຣັດ


Clinton, Sanders Clash Over Syria, Gun Control in First Debate
please wait

No media source currently available

0:00 0:03:01 0:00

ອະ​ດີດ​ລັດຖະມົນຕີຕ່າງປະ​ເທດສະຫະລັດ ທ່ານ​ນາງ Hillary
Clinton ​ແລະ ສະມາຊິກ​ສະພາ​ສູງລັດ Vermont ທ່ານ
Bernie Sanders ​ໄດ້​ເປັນ​ຜູ້ຄອບງຳ ການ​ໂຕ້​ວາ​ທີຂອງຜູ້ສະ
ໝັກປະທານາທິບໍດີ ຂອງ​ພັກ​ເດໂມ​ແຄຣັດ ຮອບທຳອິດ ສຳລັບ
ການໂຄສະນາຫາສຽງປີ 2016 ຊຶ່ງ​ສ່ວນ​ໃຫຍ່ແລ້ວ ແມ່ນ​ຮັກ
ສະຖາ ນະ​ພາບໃນການ​ເປັນ​ຜູ້ມີຄະແນນສຽງນຳໜ້າຂອງພັກ
ອີງ​ຕາມບັນດາ​ນັກ​ວິເຄາະ​ຈຳນວນ​ນຶ່ງ.

ທ່ານ​ນາງ Clinton ​ແລະ ທ່ານ Sanders ພ້ອມທັງ​ຜູ້​ເຂົ້າ​ຮ່ວມ
ສາມ​ທ່ານຊຶ່ງ ​ເປັນ​ຜູ້​ສະໝັກ​ທີ່​ຜູ້ຄົນຮູ້ກັນບໍ່ຄ່ອຍຫຼາຍ ​ໃນ​ລະ
ຫວ່າງການໂຕ້ວາທີ ເປັນເວລາ ສອງ​ຊົ່ວ​ໂມງ​ ທີ່​ນະຄອນ Las
Vegas casino ​ໃນ​ແລງ​ວັນ​ອັງຄານ​ມື້ວານ​ນີ້ ​ ໄດ້​ປະ​ທະ​ກັນ​ກ່ຽວ​ກັບ​ເລື້ອງ​ຕ່າງໆຮວມ
ທັງການ​ຄວບ​ຄຸມອາວຸດ​ປືນ ນະ​ໂຍບາຍ ​ເສດ​ຖະກິດ ​ແລະ​ບົດບາດ​ຂອງກອງທັບ​
ສະຫະລັດ ຢູ່​ຕ່າງປະ​ເທ​ດ.

​ແຕ່​ວ່າ​ໃນ​ຕອນ​ຕົ້ນ​ຂອງ​ການ​ໂຕ້​ວາ​ທີນັ້ນ ຄູ່ແຂ່ງທັງສອງໄດ້ພົບ​ເຫັນໃນສິ່ງ​ທີ່​ບໍ່​ຄາດ​ຝັນ
ຮ່ວມ​ກັນ ກ່ຽວ​ກັບການ​ໃຊ້​ບັນຊີອີ​ແມລສ່ວນ​ໂຕ​ ລະຫວ່າງ​ທີ່​ທ່ານ​ນາງ ​ Clinton ເປັນລັດ
ຖະມົນຕີຕ່າງປະ​ເທດ ຊຶ່ງເປັນ​ບັນຫາ​ທີ່​ກາຍ​ມາ​ເປັນ​ເລື້ອງລົບ​ກວນ​ແກ່​ການ​ໂຄສະນາ​ຫາ​
ສຽງ​ຂອງທ່ານ​ນາງ.

ທ່ານ Sander ກ່າວວ່າ “ຂ້າພະ​ເຈົ້າ​ຂໍ​ເວົ້າວ່າ ບາງສິ່ງ​ບາງ​ຢ່າງ​ອາດ​ບໍ່​ເປັນ​ການ​ເມືອງ​ທີ່​
ຍິ່ງ ​ໃຫຍ່. ແຕ່​ຂ້າພະ​ເຈົ້າ​ຄິດ​ວ່າ ລັດຖະມົນຕີຕ່າງປະ​ເທດຖືກຕ້ອງ ​ແລະ​ປະຊາຊົນ​ອາ​ເມຣິກັນ ພາກັນເບື່ອ​ໜ່າຍ ​ແລະ​ເມື່ອຍໃນການ​ໄດ້​ຍິນ​ກ່ຽວ​ກັບ ເລື້ອງອີ​ແມ​ລ ທີ່​ບໍ່ເປັນ
ສາ​ເທດ​ຂອງ​ທ່ານ.”

ທ່ານ​ນາງ Clinton ທີ່​ໄດ້​ຂໍ​ຂະ​ມາ​ໂທດ​ກ່ຽວກັບ​ເລື້ອງ​ດັ່ງກ່າວນີ້ແລ້ວ ອີກ​ຄັ້ງ​ນຶຶ່ງ​ຮັບ​ຮູ້​ວ່າ
ການ​ໃຊ້​ອີ​ແມ​ລສ່ວນໂຕ​ນັ້ນ “ບໍ່​ໄດ້​ເປັນ​ທາງ​ເລືອກ​ທີ່​ດີເລີຍ." ​ແຕ່​ວ່າ ທ່ານ​ນາງ​ຍັງ​ໄດ້
​ພະຍາຍາມ​ວາດ​ພາບໃຫ້ເຫັນການ​ສືບສວນ​ຂອງລັດຖະສະພາ​ວ່າ ​ເປັນ​ເລື້ອງ​ລຳອຽງທີ່
ດຳເນີນການແຕ່ພຽງພັກດຽວ.

ທ່ານ​ນາງ Clinton ກ່າວວ່າ “ຄະນະ​ກຳ​ມະ​ການ​ດັ່ງກ່າວ​ເປັນ​ຂະແໜງການນຶ່ງ​ຂອງ​
ພັກຣີພັບ​ບລິ​ກັນ​ແຫ່ງ​ຊາດ​. ມັນ​ເປັນ​ພາຫາ​ນະ​ຂອງພັກ ດັ່ງ​ທີ່​ໄດ້ຮັບ​ສາລະພາບ ​ໂດຍ
ຜູ້ນຳສຽງ​ສ່ວນ​ຫລາຍຂອງ​ພັກຣີພັບ​ບລິ​ກັນ ຢູ່ໃນສະພາຕ່ຳ ທ່ານ McCarthy ທີ່​ຈະ
ເຮັດໃຫ້​ຄະ​ແນນ​ສຽງ​ຂອງ​ຂ້າພະ​ເຈົ້າຫລຸດ​ລົງ.”

ຜູ້ມີຄະແນນສຽງນຳ​ໜ້າທັງ​ສອງ​ທ່ານ ​ໄດ້​ຖົກຖຽງກັນກ່ຽວກັບການ​ຄວບ​ຄຸມ​ປືນ ຊຶ່ງໄດ້
ກາຍມາເປັນ​ບັນຫາສຳຄັນ​ອີກ​ຄັ້ງ​ນຶ່ງ ຂອງສົນທະນາ​ກັນທາງການເມືອງ ຫລັງ​ຈາກໄດ້
​ມີ​ການ​ຍິງ​ກັນ​ຕາຍ​ຫລາຍໆຄັ້ງ​ຫວ່າງ​ມໍ່ໆ​ມາ​ນີ້.

​ເວລາ​ມີການຖາມວ່າ​ ທ່ານນາງຄິດບໍ​ວ່າ ທ່ານ Sanders ​ໄດ້​ເປັນ “ຜູ້​ເອົາການ ເອົາງານ
ຢ່າງເຄັ່ງຄັດ ​ພຽງ​ພໍ ກ່ຽວກັບເລື້ອງ​ອາວຸດ​ປືນ” ທ່ານ​ນາງ Clinton ​ໄດ້​ຕອບ​ວ່າ “ບໍ່ ບໍ່​ເລີຍ” ໂດຍໃຫ້ຂໍ້ສັງເກດກ່ຽວກັບການ​ລົງ​ຄະ​ແນນສຽງຂອງທ່ານ Sanders ຢູ່ໃນສະພາ ໃນ
ການ​ກວດ​ປະຫວັດເບື້ອງຫລັງ​ຂອງລັດຖະບານ​ກາງ ຕໍ່​ບັນດາ​ຜູ້ທີ່ຈະ​ຊື້​ປືນ.

XS
SM
MD
LG