ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ທ່ານ​ນາງ Clinton ປະເຊີນໜ້າ ກັບ ຄະນະກຳມະການ ສອບສວນ ໃນເຫດຮ້າຍ ​ທີ່ເມືອງ Benghazi


Clinton Prepares for High-stakes Benghazi Testimony
please wait

No media source currently available

0:00 0:02:33 0:00

ທ່ານ​ນາງ Clinton ໃຫ້ປາກຄຳ ກ່ຽວກັບເຫດການໂຈມຕີ ​ຮ້າຍ​ແຮງ ​ທີ່ Benghazi ​ໃນປະເທດ Libya.

ອະດີດ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານ​ນາງ Hillary
Clinton ຈະ​ໄປປະກົດ​ຕົວ ເພື່ອໃຫ້ການ ຕໍ່​ຄະນະ​ກຳມະການ
ພິເສດຂອງສະພາ​ຕ່ຳ ທີ່​ນຳພາ​ໂດຍພັກ Republican ໃນ​ວັນ
​ພະຫັດມື້​ນີ້ເພື່ອສືບສວນ​ສອບ​ສວນ​ກ່ຽວກັບການ​ໂຈມ​ຕີ​ຮ້າຍ​ແຮງ​
ທີ່ສະຖາ​ນະກົງສຸນສະຫະລັດ​ ຢູ່​ເມືອງ Benghazi ​ໃນປະເທດ
Libya.

ທ່ານ​ນາງ Clinton ຈະ​ປະ​ເຊີນ​ໜ້າ​ກັບ​ການ​ຖືກ​ສອບ​ຖາມ ທັງ​ວັນ
ກ່ຽວ​ກັບ​ບົດບາດ​ຂອງ​ທ່ານ​ນາງ ກ່ອນ​ແລະ​ຫຼັງການໂຈມ​ຕີ ເມື່ອ
ວັນ​ທີ 11 ກັນຍາ ​ຢູ່​ສະຖານ​ທີ່​ກົງ​ສຸນທີ່​ຍັງ​ຜົນ​ໃຫ້ເອກ​ອັກຄະ​ລັດ
​ຖະທູດສະຫະລັດ ທ່ານ Christopher Stevens ແລະຊາວ​ອາ​
ເມຣິກັນ ອີກ 3 ຄົນ ​ເສຍ​ຊີວິດ ​ໃນ​ຂະນະ​ທີ່​ທ່ານ​ນາງຍັງ​ດຳລົງ​ຕຳ​ແໜ່​ງ​ເປັນ​ນັກ​ການ​ທູດສູງ​ສຸດ​ຂອງ​ປະ​ເທດ​ນັ້ນ.

ແຜນທີີ່ ເມືອງ Benghazi, Libya
ແຜນທີີ່ ເມືອງ Benghazi, Libya

ການໃຫ້ປາກ​ຄຳຂອງ​ທ່ານ​ນາງ ມີ​ຂຶ້ນ ພ້ອມໆ​ກັບ​ການ​ຕຳ​ນິ
ຕິ​ຕຽນເພີ້ມຂຶ້ນ ທີ່ກ່າວ​ຫາ​ພັກ Republican ໃຊ້​ການໃຫ້ການ
ດັ່ງກ່າວເພື່ອ​ທຳລາຍ ການ​ຫາ​ສຽງ​ຂອງ​ທ່ານ​ນາງ Clinton
ໃນການ​ລົງ​ແຂ່ງ​ຂັນ​ເປັນ​ຕົວ​ແທນ​ຂອງ​ ພັກ Democrat ​
ເພື່ອ​ເຂົ້າ​ຊີງ​ເອົາຕຳແໜ່ງ​ປະທານາທິບໍດີ. ພັກ Democrat
ຊຶ່ງ​ຮວມທັງ ທ່ານ​ນາງ Clinton ​ເອງ ​ໄດ້ຖືໂອກາດໃນ​ການ​
ວິຈານຂອງ​ທ່ານ Kevin McCarthy ຜູ້ນຳ​ສຽງ​ສ່ວນ​ຫຼາຍ
​ຂອງ​ສະພາ​ຕ່ຳ ​ໃນ​ຕົ້ນ​ເດືອນ​ນີ້​ ​ໃນ​ລາຍການ​ຂ່າວຂອງ​
ໂທລະພາບ Fox ນັ້ນ. ​ເບິ່ງ​ຄື​ວ່າ ທ່ານ McCarthy ​ໄດ້ອວດ
ອ້າງວ່າ ສະພາຕ່ຳ ນັບແຕ່ໄດ້​ຕັ້ງ​ຄະນະ​ກຳມະກາ​ນພິ​ເສດ​ເພື່ອ​ການ​ສອບ​ສວນ​ກ່ຽວກັບ
ການ​ໂຈມ​ຕີນັ້ນແລ້ວ ຄະແນນ​ສຽງຂອງ​ທ່ານ​ນາງ Clinton ​ແມ່ນ​ໄດ້ຕົກ​ຕ່ຳລົງ.​

ມື້ລາງ ເອກ​ອັກຄະ​ລົດ​ຖະທູດສະຫະລັດ ທ່ານ Christopher Stevens, ຊ້າຍ ຈັບມືກັບຊາວລີເບຍ ທີ່ເມືອງ Tripoli ທີ່ໄດ້ເຜີຍແຜ່ ໃນໜ້າ Facebook, 27 ສິງຫາ, 2012.
ມື້ລາງ ເອກ​ອັກຄະ​ລົດ​ຖະທູດສະຫະລັດ ທ່ານ Christopher Stevens, ຊ້າຍ ຈັບມືກັບຊາວລີເບຍ ທີ່ເມືອງ Tripoli ທີ່ໄດ້ເຜີຍແຜ່ ໃນໜ້າ Facebook, 27 ສິງຫາ, 2012.


ພວກ​ສັງ​ເກດ​ການ​ທັງຫຼາຍ​ຈະ​ພາກັນສັງເກດ​ເບິ່ງ​ວ່າ ​ທ່ານ​ນາງ Clinton ຈະວາງຕົວແບບ
ໃດຕໍ່ໜ້າ ​ຄະນະ​ກຳມະການສືບສວນ. ຄະແນນ​ສຽງຂອງ​ທ່ານ​ນາງ Clinton ໄດ້ດີຂຶ້ນ
ຫຼັງ​ຈາກ​ການ​ໂຕ້​ວາທີ​ຂອງ​ພັກ Democrat ທີ່​ໄດ້​ຖ່າຍ​ທອດ​ອອກ​ອາກາດ​ທົ່ວ​ປະ​ເທດ ​
ໃນ​ສັບປະດາ​ແລ້ວ​ນີ້ ຊຶ່ງ​ອາດເປັນສາ​ເຫດ​ຫຼັກ ​ທີ່ພາໃຫ້ທ່ານ Joe Biden ​ຮອງ​ປະທານາ
​ທິບໍດີ ​ປະກາດບໍ່ສະມັກເຂົ້າແຂ່ງຂັນ ເປັນ​ຕົວ​ແທນ​ຂອງ​ພັກ ນັ້ນ.

ການໂຈມຕີທີ່ສະຖານກົງສູນ ວັນທີ 11 ກັນຍາ 2012, ໃນ Benghazi, Libya.
ການໂຈມຕີທີ່ສະຖານກົງສູນ ວັນທີ 11 ກັນຍາ 2012, ໃນ Benghazi, Libya.
XS
SM
MD
LG