ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ່ານນາງ Hillary Clinton ເດີນທາງໄປຢ້ຽມຢາມ Czech


ທ່ານນາງ Clinton ພົບປະກັບນາຍົກລັດຖະມົນຕີ Czech ທ່ານ Petr Necas ແລະ ທ່ານ Karel Schwarzenberg.
ທ່ານນາງ Clinton ພົບປະກັບນາຍົກລັດຖະມົນຕີ Czech ທ່ານ Petr Necas ແລະ ທ່ານ Karel Schwarzenberg.
ລັດ​ຖະມົນຕີກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານ​ນາງ
Hillary Clinton ເດີນທາງໄປຍັງສາທາລະນະລັດ Czech
ເພື່ອທໍາການຢ້ຽມ ຢາມເປັນເວລາສັ້ນໆ ຊຶ່ງລວມມີການຊຸກ
ຍູ້ເພື່ອຊ່ວຍໃຫ້ບໍລິສັດ ສະຫະລັດໄດ້ຮັບສັນຍາຮັບເໝົາກໍ່ສ້າງ
ໂຮງງານນີວເຄລຍແຫ່ງນຶ່ງ ໃນປະເທດດັ່ງກ່າວ.

ໃນວັນຈັນມື້ນີ້ ທ່ານນາງ Clinton ໄດ້ພົບປະກັບນາຍົກລັດ
ຖະມົນຕີ ຂອງປະເທດ Czech ທ່ານ Petr Necas ແລະ
ລັດ​ຖະມົນຕີກະຊວງ​ການ​ຕ່າງປະ​ເທດເຊັກ ທ່ານ Karel
Schwarzenberg.

ບໍລິສັດ Westinghouse ຊຶ່ງເປັນບໍລິສັດສະຫະລັດ ແລະ
ບໍລິສັດຂອງ ຣັດເຊຍບໍລິສັດນຶ່ງ ກໍາລັງເຂົ້າແຂ່ງຂັນກັນ
ປະມູນເອົາການຮັບເໝົາຂະ ຫຍາຍໂຮງງານ ນີວເຄລຍ
Temelin ມູນ​ຄ່າ 10 ພັນ ລ້ານ $ ຊຶ່ງຕັ້ງຢູ່ທາງພາກໃຕ້ຂອງນະຄອນຫລວງ Prague ໃກ້ກັບຊາຍແດນຂອງປະເທດ Austria ນັ້ນ.

ເຈົ້າໜ້າທີ່ຂັ້ນສູງຂອງກະຊວງ​ການ​ຕ່າງປະ​ເທດສະຫະລັດ ທີ່ເດີນທາງ ໄປນໍາລັດ​ຖະມົນຕີ Clinton ນັ້ນ ເວົ້າວ່າ ທ່ານນາງຈະເນັ້ນໜັກເຖິງປະ ຫວັດຄວາມປອດໄພຂອງບໍລິສັດ Westinghouse ຖ້າມກາງຄວາມ ເປັນຫ່ວງກັນ ກ່ຽວກັບເຕົາແຍກນີວເຄລຍຕ່າງໆ ລຸນ
ຫລັງທີ່ມີໄພພິບັດ ທີ່ໂຮງງານ Fukushima ໃນຍີ່ປຸ່ນ ໃນປີກາຍນີ້. ເຈົ້າໜ້າທີ່ດັ່ງກ່າວຍັງ ເວົ້າອີກວ່າ ການເລືອກບໍລິສັດສະຫະລັດ ຈະຊ່ວຍໃຫ້ສາທາລະນະລັດ Czech ມີຄວາມ
ສາມາດເຮັດໃຫ້ການຜະລິດພະລັງງານຂອງຕົນ ມາຈາກ ຫລາຍແຫລ່ງ ທີ່​ເຫີ​ນຫ່າງຈາກ
ຣັດເຊຍ.
XS
SM
MD
LG