ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານນາງຄລິນຕັນ ຮຽກຮ້ອງ ໃຫ້ມີຄວາມສະເໝີພາບທາງ ເພດ ຢູ່ຂົງເຂດເອເຊຍປາຊີຟິກ


ທ່ານນາງ ຮິລແລຣີ ຄລິນຕັນ ລັດຖະມົນຕີຕ່າງປະເທດສະຫະລັດ ຖ່ານຮູບຮ່ວມກັບ ບັນດາຜູ້ນໍາທີ່ເປັນຜູ້ຍິງຂົງເຂດປາຊິຟິກ ທີ່ເຂົ້າຮ່ວມ "Dialogue on Gender Equality" ຢູ່ເມືອງ Rarotonga, ເກາະ Cook ໃນວັນທີ 31 ສິງຫາ, 2012.
ທ່ານນາງ ຮິລແລຣີ ຄລິນຕັນ ລັດຖະມົນຕີຕ່າງປະເທດສະຫະລັດ ຖ່ານຮູບຮ່ວມກັບ ບັນດາຜູ້ນໍາທີ່ເປັນຜູ້ຍິງຂົງເຂດປາຊິຟິກ ທີ່ເຂົ້າຮ່ວມ "Dialogue on Gender Equality" ຢູ່ເມືອງ Rarotonga, ເກາະ Cook ໃນວັນທີ 31 ສິງຫາ, 2012.
ທ່ານນາງ ຮິລແລຣີ ຄລິນຕັນ ລັດຖະມົນຕີຕ່າງປະເທດສະຫະລັດ ໄດ້ຮ່ວມກັບບັນດາຜູ້ນໍາຂົງເຂດແປຊິຟິກ ໃນການຮຽກຮ້ອງເອົາ
ຄວາມເທົ່າທຽມກັນທາງດ້ານເພດໂດຍສົມບູນ - ຄືການປະຕິບັດ
ຢ່າງເທົ່າທຽມກັນຕໍ່ ຜູ້ຊາຍແລະແມ່ຍິງໃນໝົດທຸກພາກສ່ວນ
ຂອງສັງຄົມ ເສດຖະກິດ ແລະການເມືອງ.

ທ່ານນາງ ຄລິນຕັນ ແລະຜູ້ນໍາອື່ນໆ ທີ່ກໍາລັງເຂົ້າຮ່ວມກອງປະ
ຊຸມຂອງປະເທດໝູ່ເກາະແປຊິຟິກ ທີ່ມີສະມາຊິກ 16 ປະເທດ
ນັ້ນ ໄດ້ລົງນາມໃນຖະແຫຼງການຮ່ວມສະບັບນຶ່ງທີ່ໝູ່ເກາະ Cook
ເມື່ອວັນເສົາວານນີ້ ທີ່ໃຫ້ຂໍ້ສັງເກດວ່າ ຄວາມກ້າວໜ້າໂດຍລວມ
ໄປສູ່ຄວາມເທົ່າທຽມກັນທາງດ້ານ ເພດນັ້ນ ຍັງຊັກຊ້າລ້າຫຼັງຫຼາຍ
ຢູ່ໃນຂົງເຂດແປຊິຟິກ. ບັນດາຜູ້ນໍາເຫລົ່າ ນັ້ນ ຍັງໄດ້ຮັບປາກວ່າ ຈະແກ້ໄຂອີກຫລາຍໆບັນຫາ ໂຮມທັງການກໍ່ຄວາມຮຸນແຮງຕໍ່
ແມ່ຍິງ ໂອກາດການເຂົ້າປະກອບສ່ວນທາງດ້ານເສດຖະກິດ ທີ່ມີ
ຈໍາກັດສໍາລັບແມ່ຍິງ ແລະການມີຜູ້ແທນແມ່ຍິງທາງດ້ານນິຕິບັນຍັດໃນຂົງເຂດແປຊິຟິກ ຊຶ່ງ ຖະແຫຼງການເວົ້າວ່າ ຍັງຕໍ່າທີ່ສຸດໃນໂລກ.

ໝູ່ເກາະ Cook ເປັນບ່ອນທີ່ທ່ານນາງ ຄລິນຕັນ ເລີ່ມຕົ້ນການຢ້ຽມຢາມຫົກປະເທດ ທີ່ໂຮມ
ທັງຈີນ ບຣູໄນ ຕີມໍຕາເວັນອອກ ຣັດເຊຍ ແລະອິນໂດເນເຊຍ ບ່ອນຢຸດແວ່ຢ້ຽມຢາມ ແຫ່ງຕໍ່ໄປຂອງທ່ານນາງ.

ກະຊວງຕ່າງປະເທດສະຫະລັດເວົ້າວ່າ ທີ່ນະຄອນຫຼວງ Jakarta ນັ້ນ ທ່ານນາງ ຄລິນຕັນ ແລະບັນດາເຈົ້າໜ້າທີ່ອາວຸໂສ ຈະປຶກສາຫາລືກັນເລື່ອງໂຄງການພາຄີຮອບດ້ານ ລະຫວ່າງ
ສະຫະລັດ ແລະອິນໂດເນເຊຍ ຊຶ່ງເປັນແຜນການທີ່ຮຽກຮ້ອງໃຫ້ຍົກລະດັບຄວາມສໍາພັນ ແບບສອງຝ່າຍໃຫ້ ສູງຂຶ້ນ ໃນດ້ານຕ່າງໆ ໂຮມທັງດ້ານຄວາມໝັ້ນຄົງ ເສດຖະກິດ ແລະ ເທັກໂນໂລຈີ.
XS
SM
MD
LG