ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ​ນາງ ຄລິນ​ຕັນ ​ຢ້ຽມຢາມ ໄນ​ຈີ​ເຣຍ (ສະໄລດ໌)


سابق فوجیوں کی یاد میں منائے گئے دن کے موقعے پر ایک لڑکی امریکی سیمٹری سے گزر رہی ہے
سابق فوجیوں کی یاد میں منائے گئے دن کے موقعے پر ایک لڑکی امریکی سیمٹری سے گزر رہی ہے

​ລັດຖະມົນຕີການ​ຕ່າງປະ​ເທດ​ສະຫະລັດ ທ່ານ​ນາງ ຮີລ​ລາຣີ ຄລິນ​ຕັນ ​ຢຸດ​ແວ່​ຢ້ຽມຢາມ
ໄນ​ຈີ​ເຣຍເປັນ​ເວລາ​ສັ້ນໆ ​ໃນ​ວັນ​ພະຫັດ​ມື້​ນີ້ ​ເພື່ອ​ພົບ​ກັບປະທານາທິບໍດີ ກູດ​ລັກ
ຈອນນາ​ເຕິ​ນ ​ແລະ​ບັນດາຜູ້​ນໍາອື່ນໆ​ອີກ.

ທ່ານ​ນາງກໍາ​ລັງ​ເດີນທາງ​ໄປຍັງ​ເມືອງ​ຫຼວງອາ​ບູຈາ ​ທ່າມກາງ​ທີ່​ມີການຮຽກ​ຮ້ອງ​ໃຫ້
ທ່ານ​ຈອນນາ​ເຕິ​ນ ​ແກ້​ໄຂ​ບັນຫາຄວາມ​ຮຸນ​ແຮງ​ທາງ​ດ້ານ​ສາສະໜາທີ່​ພວມ​ເພີ່ມ​ທະວີ​ຂຶ້ນ.
ພາກ​ເໜືອຂອງ​ໄນ​ຈີ​ເຣຍ ສ່ວນ​ໃຫຍ່ແມ່ນນັບຖື​ສາສະໜາອີ​ສລາມ​ແລະ​ທາງ​ພາກ​ໃຕ້​ນັ້ນ​
ນັບຖືສາສະໜາ​ຄຣີສ.

ກຸ່ມ​ປົກ​ປ້ອງ​ສິດທິມະນຸດ Human Rights Watch ທີ່​ມີສໍານັກ​ງານຢູ່​ສະຫະລັດ ກ່າວ​ວ່າ
ທ່ານ​ນາງຄລິນ​ຕັນຄວນ​ຈະ​ຊຸກຍູ້ໃຫ້​ທ່ານຈອນ​ນາ​ເຕິ​ນ ​ຮັບ​ມື​ກັບ​ຄວາມ​ຮຸນ​ແຮງ ​ທີ່​ກໍ່​ຂຶ້ນໂດຍ
ກຸ່ມ​ຫົວ​ຕໍ່ສູ້ມຸສລິ​ມ Boko Haram ​ຕະຫຼອດທັງ​ການ​ລ່ວງ​ລະ​ເມີດ​ ​ແລະ​ການ​ສໍ້​ລາດ​ບັງ​ຫຼວງ
ຂອງ​ກອງ​ກໍາລັງ​ຮັກສາ​ຄວາມ​ປອດ​ໄພ​ຂອງ​ທ່ານນໍາ. ລັດຖະ ບານ​ສະຫະລັດ​ໄດ້ປະກາດວ່​າ
ຜູ້​ນໍາ 3 ຄົນ​ຂອງ​ກຸ່ມ Boko Haram ນັ້ນ​ເປັນ​ພວກ​ກໍ່​ການ​ຮ້າຍ.

ລຸນ​ຫຼັງການ​ຢຸດແວ່​ທີ່ໄນ​ຈີ​ເຣຍ​ແລ້​ວ ທ່ານ​ນາງຄລິນ​ຕັນ ມີ​ໝາຍ​ກໍານົດ​ທີ່​ຈະ​ເດີນທາງ
​ຕໍ່​ໄປຍັງປະ​ເທດ ​Ghana ​ໃນ​ແລງ​ວັນ​ພະ​ຫັດມື້ນີ້ ​ເພື່ອໂອ້ລົມກັບ​ປະທາ​ນາ​ທິບໍດີ John Mahama.

ປະ​ເທດ​ຕໍ່​ໄປ​ທີ່ທ່ານ​ນາງຄລິນ​ຕັນ ຈະ​ໄປ​ຢ້ຽມຢາມ ກໍ​ແມ່ນ​ປະ​ເທດ Benin. ທ່ານ​ນາງ ຄລິນ​ຕັນ​ໄດ້ໄປຢ້ຽມຢາມມາ​ແລ້ວ ປະ​ເທດ Senegal, Uganda, Sudan ​ໃຕ້, Kenya, Malawi ​ແລະອາ​ຟຣິກາ​ໃຕ້​.

ເບິ່ງສະໄລດ໌ກ່ຽວຂ້ອງກັບເລື້ອງນີ້

ລາຍການຢ້ຽມຢາມທະວີບອາ​ຟຣິກາ​ ຂອງ​ທ່ານ​ນາງຄລິນ​ຕັນ


View Clinton's Africa trip in a larger map

XS
SM
MD
LG