ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ​ນາງ ຄລິນ​ຕັນ ກໍ​າລັງຢ້ຽມຢາມ ມົງ​ໂກ​ເລຍ​


ທ່ານ​ນາງ ຮິ​ລລາລີ ຄລິນ​ຕັນ (ຂວາ)​ແລະ​ທ່ານ​ປະທານາທິບໍດີ​ ມົງ​ໂກ​ເລຍ ທ່ານ Elbegdorj Tsakhia
ທ່ານ​ນາງ ຮິ​ລລາລີ ຄລິນ​ຕັນ (ຂວາ)​ແລະ​ທ່ານ​ປະທານາທິບໍດີ​ ມົງ​ໂກ​ເລຍ ທ່ານ Elbegdorj Tsakhia

ລັດຖະມົນ​ຕີ​ການ​ຕ່າງປະ​ເທດສະຫະລັດ ທ່ານ​ນາງ ຮິລ​ລາຣີ ຄລິນ​ຕັນ ກໍາລັງ​ຢູ່​ທີ່​ປະ​ເທດມົງ​ໂກ​ເລຍ​ ​ໃນ​ການ​ຢ້ຽມຢາມຂົງ​ເຂດ​ເອ​ເຊຍ ທີ່ແນ​ໃສ່ເພື່ອ​ສົ່ງ​ເສີມ​ປະຊາ​ທິປະໄຕ ​ແລະ​ການ​ມີໜ້າ​ທາງ​ດ້ານ​ເສດຖະກິດຫລາຍ​ຂຶ້ນ​ຂອງ​ສະຫະລັດ ​ໃນ​ຂົງ​ເຂດນັ້ນ.​

ໃນບ່າຍ​ວັນ​ຈັນມື້​ນີ້ ທ່ານ​ນາງ​ຄລິນ​ຕັນ​ໄດ້​ກ່າວ​ຄໍາ​ປາ​ໄສຕໍ່​ກອງ​ປະຊຸມ​ຂອງ​ກຸ່ມຜູ້ນໍາ​ແມ່ຍິງ​ນາໆ​ຊາດ​ ທີ່​ກໍາລັງ​ດໍາ​ເນີນ​ໄປ​ຢູ່ນະຄອນຫຼວງ​ Ulaanbaatar ຊຶ່ງ​ທ່ານ​ນາງ​ໄດ້​ເນ້ນ​ຢໍ້າເຖິງ ​ຜົນ​ປະ​ໂຫຍດ​ແລະຄວາມ​ສໍາຄັນ​ຂອງລະບອບ​ປະຊາ ທິປະ​ໄຕ ຕໍ່​ການ​ຂະຫຍາຍ​ໂຕ​ຂອງ​ເສດຖະກິດ ​ໂດຍ​ກ່າວ​ເນ້ນ​ວ່າທັງ​ສອງ​ສິ່ງ​ນັ້ນ ຕ້ອງ​ມີ​ຄວບ​ຄູ່​ກັນ​ໄປ ຈຶ່ງ​ຈະ​ຍາວ​ນານ. ທ່ານ​ນາງຄລິນ​ຕັນເວົ້າ​ວ່າ “ພວກ​ເຮົາ​ຈໍາ​ເປັນ​ທີ່​ຈະ​ຕ້ອງ​ເຮັດ​ໃຫ້​ສັດ​ຕະວັດ​ທີ 21 ນີ້ ​ເປັນ​ຊ່ວງ​ເວລາ​ທີ່​ປະຊາຊົນ​ໃນ​ທົ່ວ​ເອ​ເຊຍ ບໍ່​ພຽງ​ແຕ່​ຮັ່ງມີ​ຫລາຍ​ຂຶ້ນ​ເທົ່າ​ນັ້ນ ​ແຕ່​ເຂົາ​ເຈົ້າ​ຈະ​ຕ້ອງ​ມີ​ອິດ​ສະລະ​ເສລີ​ຫລາຍ​ຂຶ້ນ​ນໍາ​ດ້ວຍ.”

​ນອກ​ນີ້ ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ຍັງ​ໄດ້​ສົນທະນາ​ຫາລື​ກັບ​ປະທາ​ນາ​ທິບໍດີ Tsakhia Elbegdorj ນໍາ​ອີກ.

ທ່ານ​ນາງຄລິນ​ຕັນ​ຍັງ​ຈະ​ແວ່​ຢ້ຽມຢາມ ​ປະ​ເທດ​ລາວ​ແລະ​ຫວຽດນາມ​ນໍາ ກ່ອນ​ເດີນທາງ​ອອກ​ຈາກຂົງ​ເຂດ​ເອ​ເຊຍ.

XS
SM
MD
LG