ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານນາງຄລິນຕັນ ເດີນທາງໄປປາຣີ ເພື່ອໂອ້ລົມເລື້ອງລີເບຍ


ທ່ານນາງ Hillary Rodham Clinton ໃຫ້ການຕໍ່ສະພາ ວັນທີ 10,
ມີນາ 2011.
ທ່ານນາງ Hillary Rodham Clinton ໃຫ້ການຕໍ່ສະພາ ວັນທີ 10, ມີນາ 2011.

ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານ​ນາງ Hillary Clinton ອອກເດີນ ທາງ​ໄປ​ຍັງ​ປະ​ເທດຝຣັ່ງ​ໃນ​ວັນ​ຈັນ​ມື້​ນີ້ ຊຶ່ງຢູ່​ທີ່​ນັ້ນ ​ທ່ານ​ນາງ​ຈະ​ທໍາ​ການ​ພົບ​ປະ​ກັບ​ບັນດາ​ເຈົ້າ​ໜ້າ​ທີ່ຢູ​ໂຣບ​ ແລະ​ໂອ້​ລົມສົນທະນາ​ກັນ​ເລື້ອງ​ສະຖານະ​ການ​ໃນ​ລີ​ເບຍ.

ທ່ານ​ນາງຄລິນ​ຕັນ​ມີ​ໝາຍ​ກໍານົດ​ ທໍາ​ການ​ພົບ​ປະ​ຫາລື​ກັນ​ເປັນ​ເວລາ 2 ມື້ທີ່​ກຸງ​ປາຣີ ຮວມທັງ​ຈະ​ພົບ​ປະ​ກັບ​ບຸກຄົນ​ສໍາຄັນໆ​ຂອງ​ຝ່າຍ​ຄ້ານຂອງ​ລີ​ເບຍ​ ​ນໍາ.

ຝຣັ່ງ​ແລະ​ອັງກິດ​ກໍາລັງ​ຮ່າງ​ຍັດຕິ​ສະບັບ​ນຶ່ງ​ຂອງ​ສະພາ​ຄວາມ​ໝັ້ນ​ຄົງ​ສະຫະ​ປະຊາ​ຊາດ​ ທີ່​ຈະ​ອະນຸຍາດ​ໃຫ້​ຈັດ​ຕັ້ງ​ເຂດ​ຫ້າມ​ບິນ​ຂຶ້ນ​ເໜືອລີ​ເບຍ. ສະຫະລັດ​ກໍກໍາລັງ​ປະກອບສ່ວນໃນ​ການວາງ​ແຜນ​ສໍາລັບ​ການຈັດ​ຕັ້ງ​ເຂດ​ຫ້າມ​ບິນ​ນີ້ ​ແຕ່​ກໍກ່າວ​ວ່າ ຕົນ​ຢາກ​ໃຫ້​ມີ​ອໍານາດ​ມອບໝາຍທາງ​ດ້ານ​ກົດໝາຍ​ຢ່າງ​ຈະ​ແຈ້ງ​ ກ່ອນ​ຈະ​ທໍາ​ການ​ເຄື່ອນ​ໄຫວໃດໆ​ນັ້ນ.

ທ່ານ​ນາງຄລິນ​ຕັນ​ມີ​ໝາຍ​ກໍານົດ​ ​ທີ່​ຈະ​ທໍາ​ການ​ຢ້ຽມຢາມ​ອີ​ຈິບແລະ​ຕູ​ນີ​ເຊຍເຊ່ນ​ກັນ ເລີ້ມ​ແຕ່​ວັນ​ອັງຄານ​ມື້​ອື່ນ​ເປັນ​ຕົ້ນ​ໄປ. ທ່ານ​ນາງຈະ​ພົບ​ປະ​ກັບ​ຄະນະ​ນໍາພາ ໄລຍະຂ້າມ​ຜ່ານ​ຂອງ​ທັງ​ສອງ​ປະ​ເທດ ​ບ່ອນ​ທີ່​ການ​ລຸກ​ຮື​ຂຶ້ນ​ຕໍ່ຕ້ານ​ລັດຖະບານ ຂອງປະຊາຊົນ​ໄດ້​ຍັງ​ຜົນ​ເຮັດໃຫ້​ພວກຜູ້ນໍາ​ຂອງທັງ​ສອງ​ປະ​ເທດຕ້ອງ​ລາອອກ​ ​ຫລັງ​ຈາກ​ປົກຄອງປະ​ເທດ​ມາ​ເປັນ​ເວລາ​ດົນ​ນານນັ້ນ.

XS
SM
MD
LG