ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລມຕ ຕ່າງປະເທດຄລິນຕັນ ຢ້ຽມຢາມຈີນ


ລັດຖະມົນຕີ ການຕ່າງປະເທດ ສະຫະລັດ ທ່ານນາງ ຮິລລາຣີ ຄລິນຕັນ ໄດ້ໄປຢ້ຽມຊົມ ງານມະຫະກຳ ສະແດງສິນຄ້າໂລກ ທີ່ນະຄອນຊຽງໄຮ້ ປະເທດຈີນ ໃນວັນເສົາມື້ນີ້.

ທ່ານນາງຄລິນຕັນ ໄດ້ໄປຊົມ ຮ້ານສະແດງສິນຄ້າ ຂອງ ສະຫະລັດ ແລະຈີນ ບ່ອນທີ່ທ່ານນາງ ໄດ້ຖືກຕ້ອນຮັບ ໂດຍຝູງຊົນ ຂະໜາດໃຫຍ່ ແລະມີຄວາມ ກະຕືລືລົ້ນ ຊຶ່ງສ່ວນຫຼາຍແລ້ວ ແມ່ນເປັນຊາວຈີນ.

ໃນລະຫວ່າງ ການພົບປະ ທີ່ງານມະຫະກຳ ສະແດງ ສິນຄ້າໂລກນັ້ນ ທ່ານນາງຄລິນຕັນ ກ່າວຕໍ່ຜູ້ນຳ ພັກຄອມມູນິດ ນະຄອນຊຽງໄຮ້ ທ່ານ YU ZHENG SHENG ວ່າ ທ່ານນາງ ຈະນຳເອົາ ຄວາມຮູ້ສຶກ ໃນທາງບວກ ຫຼາຍໆຢ່າງ ໄປນຳເວລາທ່ານນາງເດີນທາງໄປນະຄອນຫຼວງປັກກິ່ງ ໃນວັນອາທິດມື້ອື່ນ ເພື່ອທຳການ ເຈລະຈາ ທາງດ້ານເສດຖະກິດ ແລະການເມືອງ ທີ່ນັ້ນ.

ມີທ່າທາງວ່າ ການເຈລະຈາ ຫາລືທີ່ວ່ານີ້ ຍັງຈະເພັ່ງເລັງໃສ່ ການຈົມກຳປັ່ນ ເກົາຫຼີໃຕ້ ທີ່ມີການ ຖິ້ມໂທດໃສ່ ເກົາຫຼີເໜືອ.

ໃນລະຫວ່າງ ການຖະແຫຼງຂ່າວ ຮ່ວມກັບ ລັດຖະມົນຕີ ການຕ່າງປະເທດຍີ່ປຸ່ນ ທ່ານ KATSUYA OKADA ທີ່ກຸງໂຕກຽວ ໃນມື້ວານນີ້ ທ່ານນາງ ຄລິນຕັນ ໄດ້ປະນາມ ພຽງຢາງ ໃນການຈົມ ກຳປັ່ນລົບ ຂອງເກົາຫຼີໃຕ້ ໂດຍເວົ້າວ່າ ການກະທຳ ທີ່ເປັນການ ທ້າທາຍເກາະຜິດ ຕ້ອງໄດ້ຮັບຜົນ ທີ່ຕິດຕາມມາ. ທ່ານນາງ ໄດ້ຮຽກຮ້ອງ ໃຫ້ມີການ ດຳເນີນມາຕະການ ຂອງນາໆຊາດ.

XS
SM
MD
LG