ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານນາງຄລິນຕັນ ຢ້ຽມຢາມ ເອເຊຍ


ລັດຖະມົນຕີ ການຕ່າງປະເທດ ສະຫະລັດ ທ່ານນາງ ຮິລລາຣີ ຄລິນຕັນ ໄດ້ປະນາມ ເກົາຫລີເໜືອ ທີ່ຈົມ ກຳປັ່ນລົບ ເກົາຫລີໃຕ້ ແລະເວົ້າວ່າ ເກົາຫລີເໜືອ ຈະປະເຊີນ ກັບຜົນ ທີ່ຕິດຕາມມາ ຢ່າງຮ້າຍແຮງ.

ທ່ານນາງຄລິນຕັນ ກ່າວປະນາມ ເຫດຮ້າຍດັ່ງກ່າວ ໃນລະຫວ່າງ ກອງປະຊຸມ ຖະແຫຼງຂ່າວ ຮ່ວມກັບ ລັດຖະມົນຕີ ການຕ່າງປະເທດ ຍີ່ປຸ່ນ ທ່ານ KATSUYA OKADA ທີ່ກຸງໂຕກຽວ ໃນວັນສຸກມື້ນີ້ ໃນການເລີ້ມຕົ້ນ ການຢ້ຽມຢາມ 3 ປະເທດ ໃນເຂດເອເຊຍ ຂອງທ່ານນາງ. ທ່ານນາງຄລິນຕັນ ເອີ້ນການກະທຳ ດັ່ງກ່າວ ຂອງເກົາຫລີເໜືອວ່າ ເປັນການກະທຳ ແບບຮຸກຮານ ແລະເວົ້າວ່າ ສະຫະລັດ ກຳລັງປຶກສາຫາລື ກັບຍີ່ປຸ່ນ ຈີນ ແລະເກົາຫລີໃຕ້ ກ່ຽວກັບການຈົມ ກຳປັ່ນລົບ CHEONAN.

ພ້ອມນີ້ ລັດຖະມົນຕີ ການຕ່າງປະເທດ ສະຫະລັດ ຍັງໄດ້ກ່າວຊົມເຊີຍ ການເປັນພັນທະມິດ ເປັນເວລາ 50 ປີ ລະຫວ່າງ ວໍຊິງຕັນ ແລະໂຕກຽວ ທີ່ທ່ານນາງ ເວົ້າວ່າ ມີຄວາມຈຳເປັນ ເພື່ອຮັບມື ກັບບັນຫາທ້າທາຍ ໃນອະນາຄົດ ຂ້າງໜ້າ.

ນອກນັ້ນ ທ່ານນາງຄລິນຕັນ ຍັງມີໝາຍກຳນົດ ທີ່ຈະເຈລະຈາຫາລື ກັບນາຍົກ ລັດຖະມົນຕີ ຍີ່ປຸ່ນ ທ່ານ YUKIO HATOYAMA. ເປັນທີ່ຄາດກັນວ່າ ພວກທ່ານທັງສອງ ຈະໄດ້ສົນທະນາ ຫາລືກັນ ກ່ຽວກັບແຜນການ ຂອງທ່ານ HATOYAMA ທີ່ຈະຍົກຍ້າຍ ຖານທັບອາກາດ ຂອງທະຫານມາຣີນ ຊຶ່ງປັດຈຸບັນ ຕັ້ງຢູ່ທີ່ເກາະ ໂອກີນາວານັ້ນ.

XS
SM
MD
LG