ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານ​ນາງ Hillary Clinton ເປັນ​​ແມ່ຍິງ ຄົນ​ທຳ​ອິດ ທີ່ຈະຖືກ​ສະ​ເໜີ​​​ ແຕ່ງ​ຕັ້ງ ເປັນຜູ້​ສະໝັກ ປ. ສະຫະລັດ


 ທ່ານ​ນາງ Hillary Clinton ຜູ້ສະໝັກເປັນປະທານາທິບໍດີ ສະຫະລັດ ພັກເດໂມແຄຣັດ (ກາງ) ກຳລັງສະຫລອງເຕົ້າໂຮມກັບ ບັນດາຜູ້ແທນສະພາຕໍ່າ ທ່ານນາງ Karen Bass ແລະ ທ່ານນາງ Maxine ຈາກລັດ California.
ທ່ານ​ນາງ Hillary Clinton ຜູ້ສະໝັກເປັນປະທານາທິບໍດີ ສະຫະລັດ ພັກເດໂມແຄຣັດ (ກາງ) ກຳລັງສະຫລອງເຕົ້າໂຮມກັບ ບັນດາຜູ້ແທນສະພາຕໍ່າ ທ່ານນາງ Karen Bass ແລະ ທ່ານນາງ Maxine ຈາກລັດ California.

ອະ​ດີດ​ລັດຖະມົນຕີຕ່າງປະ​ເທດ​ສະຫະລັດ ທ່ານ​ນາງ Hillary Clinton ກຳລັງ​ຈະສ້າງ​ປະຫວັດສາດ ວ່າ​ເປັນແມ່ຍິງ​ຄົນ​ທຳ​ອິດ ທີ່​ຈະຖືກ​ສະ​ເໜີ​ແຕ່ງ​ຕັ້ງໃຫ້ເປັນ ຜູ້​ສະໝັກປະ ທານາທິບໍດີ​ ຂອງນຶ່ງ​ໃນ​ສອງ​ພັກ​ການ​ເມືອງ​ທີ່​ສຳຄັນ​ຂອງ​ປະ​ເທດ.

ທ່ານ​ນາງ​ຈະ​ບໍ່​ຖືກແຕ່ງຕັ້ງ​ຢ່າງ​ເປັນ​ທາງ​ການ ​ຂອງ​ພັກ​ເດ​ໂມ​ແຄຣັດ​ເທື່ອ ຈົນ​ກວ່າ​ກອງ​ ປະຊຸມ​ໃຫຍ່​ໃນ​ເດືອນໜ້າ​ນີ້ ​ແຕ່​ທ່າ​ນນາງມີ​ກຳໜົດ​ແນ່ນອນ​ວ່າຈະ​ໄດ້​ຮັບຄະ​ແນນ​ສຽງ​ ຂອງ​ຜູ້ຕາງໜ້າ​ພັກພຽງພໍ 2,383 ຄົນ ຕາມທີ່​ຕ້ອງການ ​ເພື່ອ​ເອົາ​ຊະນະສະມາຊິກ​ສະພາ​ ສູງຈາກລັດ Vermont ທ່ານ Bernie Sanders.

ທ່ານ John Hudak ຮອງ​ຫົວຜູ້ອຳນວຍການ​ສູ​ນກາງ​ຄຸ້ມ​ຄອງສາທາລະນະ​ທີ່ ມີປະສິດ​ທິ​ ພາບ ທີ່​ສະ​ຖາ​ບັນ Booking ກ່າວ​ຕໍ່ວີ​ໂອ​ເອ ວ່າ ສິ່ງ​ສຳຄັນໃນຂະ ນະ​ນີ້​ ອາດ​ຈະ​ເລີ້ມ​ການ​ດ້ວຍການສູນເສຍ​ໃນ​ຂັ້ນຕົ້ນ ຍ້ອນ​ທ່າ​ນນາງ Clinton ​ໄດ້​ເປັນ​ທີ່​ຮູ້​ກັນ​ດີ​ ​ແລະ​ໄດ້ກ້າວ ເຂົ້າ​ມາສູ່​ແຂ່ງຂັນ​ຖານະ​ທີ່​ເປັນ​ຜູ້ໄດ້​ຮັບ​ຄວາມນິ ຍົມ​ຊົມ​ຊອບ.

ທ່ານ​ກ່າວ​ວ່າ “ມັນ​ເປັນ​ການ​ເຍາະ​ເຍີ້​ຍຢູ່​ໃນຂະນະ​ນີ້ວ່າ ​ແມ່ຍິງ​ຈະ​ກາຍ​ມາ​ເປັນ​ຜູ້​ຖືກ​ສະ​ ເໜີຊື່​ແຕ່ງຕັ້ງ ທີ່​ເກືອບ​ເ​ຫັນ​ວ່າ​ສົມຄວນ​ເກີດ​ຂຶ້ນ. ທີ່​ວ່າ​ດັ່ງ​ກ່າວນີ້ ຂ້າພະ​ເຈົ້າ​ຄິດ​ວ່າ ​ໃນ ​ຂະນະ​ທີ່​ທ່ານ​ນາງ​ເລີ້ມ​ເຮັດ​ວຽກ​ໜັກ​ຂຶ້ນ​ໄປ​ສູ່​ການ​ໂຄສະ​ນາ​ຫາ​ສຽງ​ເລືອກ​ຕັ້ງ​ທົ່ວ​ໄປ ທ່າ​ນນາງ​ຈະ​ເວົ້າ​ໃຫ້ແຈ່ມ​ແຈ້ງ​ຫລາຍ​ຂຶ້ນ ​ແລະ​ຢູ່​ໃນທາງ ທີ່ສະ​ເພາະ​ເຈາະ​ຈົງ​ຫຼາຍຂຶ້ນ ກ່ຽວ​ກັບ​ປະຫວັດແບບທຳ​ມະ​ຊາດ​ຂອງ​ການ​ເປັນ​ຜູ້​ສະໝັກ​ຂອງ​ທ່ານນາງ.”

ທ່ານ​ນາງ Clinton ​ໄດ້​ສະ​ແດງ​ຄວາມ​ລະມັດລະວັງ​ໃນແລງວັນ​ຈັນ​ວານ​ນີ້ ທີ່​ກ່າວ​ວ່າ​ ໃນ ​ຂະນະ​ທີ່ສື່​ມວນຊົນ​ນັບ​ຜູ້ຕາງໜ້າ ທີ່​ໄດ້​ສະ​ແດງ​ໃຫ້ເຫັນ​ທ່ານ​ນາງ ​ກຳລັງ​ຈະ​ກ້າວ​ໄປ​ສູ່ “ໂອກາດເວລາ​ທີ່ສຳຄັນ​ແບບ​ບໍ່​ເຄີຍ​ມີ​ມາ​ກ່ອນ” ຊຶ່ງ​ຫົກ​ລັດ​ກຳລັງ​ຈັດ​ການ​ແຂ່ງຂັນ​ເລືອກ ຕັ້ງ​ໃນ​ວັນ​ອັງຄານ​ມື້​ນີ້ ​ແລະ​ທ່ານ​ນາງ​ກຳລັງ​ຕໍ່ສູ້​ຢ່າງ​ໜັກ​ເພື່ອ​ຍາດ​ເອົາ​ທຸກໆຄະ​ແນນ​ສຽງ.

ຜູ້ສະໝັກປະທານາທິບໍດີ ສະມາຊິກສະພາສູງ ພັກເດໂມແຄຣັດ ທ່ານ Bernie Sanders, ຈາກລັດ Vermont., ໂຄສະນາຫາສຽງທີ່ເມືອງ in Carson ລັດ California.
ຜູ້ສະໝັກປະທານາທິບໍດີ ສະມາຊິກສະພາສູງ ພັກເດໂມແຄຣັດ ທ່ານ Bernie Sanders, ຈາກລັດ Vermont., ໂຄສະນາຫາສຽງທີ່ເມືອງ in Carson ລັດ California.

ວັນ​ອັງຄານ​ມື້​ນີ້​ເປັນ​ມື້ສຳຄັນ​ອັນ​ສຸດ​ທ້າຍໃນ​ການ​ຂັ້ນຕອນ​ການປ່ອນ​ບັດ​ຂັ້ນ​ຕົ້ນ ​ເພື່ອ ​ຍາດ​ເອົາ​ຜູ້ຕາງ​ໜ້າ​ທີ່​ມີຢູ່​ເກືອບ​ທັງ​ໝົດ 851 ຄົນ​ນັ້ນ. ຫົວໜ້າໂຄສະນາ​ຫາ​ສຽງ​ຂອງ ທ່າ​ນນາງ Clinton ທ່ານ Robby Mook ກ່າວ​ວ່າ ທິມຂອງ​ທ່ານ​ກຳລັງ​ເບິ່ງ​ໄປ​ໜ້າ ​ເພື່ອ ​ຈະ​ໃຫ້​ເປັນ​ທີ່​ແນ່​ນອນ​ ກ່ຽວ​ກັບການ​ປະກາດຂອງ​ຜູ້​ຕາງ ໜ້າ​ສ່ວນ​ຫລາຍ ​ແລະ​ຄະ​ແນນ​ສຽງ​ຂອງ​ມະຫາຊົນ.

​ໂຄສົກ​ທ່ານ Sanders ​ໄດ້​ອອກຖະ​ແຫລ​ງການ​ກ່າວ​ວ່າ ສື່​ມວນ​ຊົນ​ໄດ້​ຮີບ​ຮ້ອນ ປະກາດ ​ໃຫ້​ທ່ານ​ນາງ Clinton ເປັນ​ຜູ້ຕາງ​ໜ້າ​ພັກໄວ​ເກີນ​ໄປ ​ແລະ​ທ່ານ​ນາງ​ສາມາດ​ອ້າງ​ເອົາສຽງ​ສ່ວນ​ຫຼາ​ຍ ກໍ​ຕໍ່​ເມື່ອ​ມີ​ການ​ນັບໃນ​ອັນ​ທີ່​ຮ້ອງ​ວ່າ ຜູ້ຕາງໜ້າ ​ພິ​ເສດ ຊຶ່ງ​ໃນປັດ​ຈຸບັນ​ນີ້ ​ໃຫ້ ການໜູນ​ຫລັງຕໍ່​ທ່ານ​ນາງ Clinton ​ແຕ່​ເຂົາ​ເຈົ້າມີ​ສິດທີ່​ຈະປ່ຽນ​ໃຈເຂົາ​ເຈົ້າໄດ້ກ່ອນກອງ​ ປະຊຸມ​ໃຫຍ່ຂອງ​ພັກ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

US Politics
please wait
Embed

No media source currently available

0:00 0:02:21 0:00

XS
SM
MD
LG