ບັນດາລັດຖະມົນຕີຂອງທັງຫ້າປະເທດ ໄດ້ກ່າວຢໍ້າເຖິງຄວາມສຳຄັນໃນການຮ່ວມມືກັນຢ່າງ
ໃກ້ຊິດລະຫວ່າງສະຫະລັດ ແລະບັນດາປະເທດໃນເຂດອ່າງລຸ່ມແມ່ນໍ້າຂອງ ເພື່ອສະໜັບສະ ໜຸນການເຕີບໃຫຍ່ຂະຫຍາຍໂຕຂອງຂົງເຂດແບບຍືນຍົງແລະມີຄວາມຮັບຜິດຊອບໃນດ້ານ
ສະພາບແວດລ້ອມ. ນອກນັ້ນແລ້ວພວກທ່ານຍັງມີວິໄສທັດຮ່ວມກັນວ່າປະເທດຕ່າງໆຄວນ
ດໍາເນີນຄວາມພະຍາຍາມຢ່າງໜັກແໜ້ນຂຶ້ນ ເພື່ອຊຸກຍູ້ການພັດທະນາແບບຍືນຍົງແລະຄຸ້ມ
ຄອງແຫຼ່ງນໍ້າໃນເຂດລຸ່ມແມ່ນໍ້າຂອງຕາມເຈດຕະນາລົມຂອງຂໍ້ຕົກລົງຄະນະກຳມາທິການແມ່
ນໍ້າຂອງສາກົນວ່າດ້ວຍການຮ່ວມມືແລະການພັດທະນາແບບຍືນຍົງ ໃນເຂດອ່າງແມ່ນໍ້າຂອງ
ສະບັບວັນທີ 5 ເມສາປີ 1995. ບັນດາລັດຖະມົນຕີ ຍັງໄດ້ເຫັນພ້ອມນຳກັນເຖິງຄວາມສຳ
ຄັນໃນການຊັ່ງຊາຕີລາຄາຢ່າງລະອຽດເບິ່ງຜົນກະທົບທີ່ອາດຈະເກີດຂຶ້ນໃນຫຼາຍໆດ້ານໂດຍ
ການຮ່ວມມື ແລະປຶກສາຫາລືກັນ ກັບພັກຝ່າຍກ່ຽວຂ້ອງ ກ່ອນທີ່ຈະເລີ່ມດຳເນີນການໃດໆ
ກ່ຽວກັບການກໍ່ສ້າງໃໝ່ຫຼືການປ່ຽນແປງໃດໆຕາມລຳແມ່ນໍ້າຂອງ.
ບັນດາລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍ ຕໍ່ຄວາມສຳເລັດຂອງກອງປະຊຸມກຸ່ມປະຕິບັດ
ງານພູມີພາກ LMI ທີ່ໄດ້ຈັດຂຶ້ນຢູ່ກຳປູເຈຍ ໃນວັນທີ 17 ຫາ 18 ມີນາປີ 2011 ນີ້ທີ່ໄດ້
ພາໃຫ້ເກີດມີຮ່າງເອກະສານຂໍ້ຄິດເຫັນ ແລະແຜນປະຕິບັດງານ 5 ປີຂອງໂຄງການ LMI
ຂຶ້ນມາ. ເອກກະສານເຫຼົ່ານີ້ ໄດ້ໃຫ້ວິໄສທັດກ່ຽວກັບໂຄງການລິເລີ່ມດັ່ງກ່າວແລະຂອບຍຸດ
ທະສາດສຳລັບບູລິມມະສິດຕ່າງໆໃນອະນາຄົດ. ບັນດາລັດຖະມຸນຕີຍັງໄດ້ເຫັນພ້ອມນຳກັນ
ວ່າ ຮ່າງຂໍ້ຄິດເຫັນແລະແຜນປະຕິບັດງານທີ່ວ່ານີ້ຈະເປັນເຄື່ອງມືທີ່ເປັນປະໂຫຍດສໍາລັບເພີ່ມ
ທະວີການ ຮ່ວມມື ແລະເລີ່ມຂັ້ນຕອນໃນການວາງແຜນແລະການອອກແບບກ່ຽວກັບກິດຈະ
ກໍາຮ່ວມກັນຕ່າງໆ.
ບັນດາລັດຖະມົນຕີໄດ້ເລີ່ມນໍາໃຊ້ກອງເລຂາທາງອິນເຕີແນັດ ທີ່ເອີ້ນວ່າ Virtual Secreta-
riat ຊຶ່ງຈະອຳນວຍຄວາມສະດວກ ໃນການແບ່ງປັນຂໍ້ມູນຂອງບັນດາປະເທດພາຄີແລະເຮັດ
ໃຫ້ຜູ້ຄົນໄດ້ຮູ້ຈັກຫລາຍຂຶ້ນ ກ່ຽວກັບການຮ່ວມມືຂອງບັນດາປະເທດພາຄີໃນເຂດລຸ່ມແມ່ນໍ້າ
ຂອງແລະໂຄງການສະເພາະຕ່າງໆ.
ບັນດາລັດຖະມົນຕີຍັງໄດ້ທົບທວນເບິ່ງການຈັດຕັ້ງປະຕິບັດບົດບັນທຶກຄວາມເຂົ້າໃຈໃນການ
ຮ່ວມມືຫຼືເປັນພາຄີລະຫວ່າງຄະນະກຳມາທິການແມ່ນໍ້າຂອງສາກົນ ແລະຄະນະກຳມາທິການ
ແມ່ນໍ້າມິດຊິດຊິບປີ້ຮວມທັງໂຄງການລິເລີ່ມແລກປ່ຽນ ຊຶ່ງມີຂຶ້ນໃນເດືອນມິຖຸນາປີ 2011 ນີ້.
ບັນດາລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ຄະນະກຳມາທິການທັງສອງ ລະບຸໃຫ້ຊາບຢ່າງວ່ອງໄວ
ພວກຂົງເຂດ ວຽກງານບູລິມມະສິດຕ່າງໆແລະທິດທາງສໍາລັບການຮ່ວມມືໃນອະນາຄົດເພື່ອ
ປະກອບເຂົ້າໃນການຈັດຕັ້ງປະຕິບັດແຜນປະຕິບັດງານຂອງ LMI ນັ້ນ.
ບັນດາພາຄີໄດ້ຮັບຮູ້ເຖິງການສືບຕໍ່ປະສົບຄວາມສຳເລັດ ກ່ຽວກັບໂຄງການພະຍາກອນອາ
ກາດແມ່ນໍ້າຂອງຫຼື the Forecast Mekong Project ທີ່ໄດ້ດຳເນີນການໂດຍຜ່ານການ ເປັນພາຄີລະຫວ່າງອົງການສຳຫຼວດທໍລະນີວິທະຍາຂອງສະຫະລັດແລະລັດຖະບານຂອງປະ
ເທດຕ່າງໆຕະຫຼອດທັງມະຫາວິທະຍາໄລໃນເຂດລຸ່ມແມ່ນໍ້າຂອງ. ໂຄງການພະຍາກອນອາ
ກາດແມ່ນໍ້າຂອງໄດ້ເສີມສ້າງສະມັດຖະພາບຢູ່ໃນຂົງເຂດທີ່ພົວພັນກັບການແກ້ໄຂບັນຫາທ້າ
ທາຍຕ່າງໆກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ. ນອກນັ້ນບັນດາລັດຖະມົນຕີຍັງໄດ້
ຕົກລົງກັນວ່າ ການເສີມສ້າງສະມັດຖະພາບເພີ່ມຕື່ມ ແລະການຍົກລະດັບສະຖານທີ່ຕ່າງໆ
ແມ່ນມີຄວາມຈຳເປັນເພື່ອໃຫ້ບັນລຸພະລັງບົ່ມຊ້ອນໂດຍເຕັມຂອງໂຄງການ.
ບັນດາລັດຖະມົນຕີຍັງໄດ້ພາກັນທົບທວນເບິ່ງຄວາມສຳເລັດໃນການຝຶກອົບຮົມຂອງກຸ່ມປະ
ຕິບັດງານ LMI ໃນການອອກແບບ ແລະທົດສອບເຕົາຫຸງຕົ້ມອາຫານ ທີ່ລາວໄດ້ເປັນເຈົ້າ
ພາບຈັດຂຶ້ນໃນເດືອນມີນາປີນີ້ ບ່ອນທີ່ພວກເຂົາເຈົ້າໄດ້ດຳເນີນງານຮ່ວມກັນເພື່ອອຳນວຍ
ຄວາມສະດວກ ໃຫ້ມີການຮ່ວມງານກັນເພີ່ມຂຶ້ນລະຫວ່າງບັນດາພາຄີໃນພູມີພາກເພື່ອສົ່ງ
ເສີມວິທີການປະຕິບັດທີ່ດີ ຂຶ້ນໃນດ້ານການຮັກສາສຸຂະພາບອະນາໄມ.
ໃນຄຳປາໄສເປີດກອງປະຊຸມນັ້ນລັດຖະມົນຕີການຕ່າງປະເທດສະຫະລັດທ່ານນາງ Hillary
Clinton ໄດ້ກ່າວຊົມເຊີຍ ສປປ ລາວ ໃນການດຳເນີນຄວາມພະຍາຍາມ ກ່ຽວກັບເລື່ອງນີ້.
ທ່ານນາງເວົ້າວ່າ:
“ຂ້າພະເຈົ້າຢາກຂໍກ່າວຢໍ້າສັ້ນໆ ກ່ຽວກັບຜົນສຳເລັດທີ່ໄດ້ມີການບັນລຸ ຈັກສອງ
ສາມຢ່າງ ໃນຮອບປີທີ່ຜ່ານມາ. ກ່ຽວກັບຫຼັກໝັ້ນທຳອິດ ໃນການເປັນພາຄີຂອງ
ພວກເຮົາ ຊຶ່ງໄດ້ແກ່ການຮັກສາສຸຂະພາບອະນາໄມນັ້ນລາວໄດ້ຈັດການຝຶກອົບ
ຮົມຂຶ້ນກ່ຽວກັບການພັດທະນາແລະການທົດລອງໃຊ້ເຕົາທີ່ສະອາດ. ປະຊາຊົນ
ຈຳນວນຫຼາຍພັນລ້ານຄົນຢູ່ໃນທົ່ວໂລກ ພາກັນປຸງແຕ່ງອາຫານແລະທຳຄວາມ
ອຸ່ນໃຫ້ແກ່ເຮືອນຊານຂອງພວກເຂົາເຈົ້າ ໂດຍການດັງໄຟຢູ່ທາງໃນເຮືອນແຕ່
ວ່າຄວັນຈາກໄຟເຫຼົ່ານີ້ ໄດ້ສ້າງບັນຫາໃຫຍ່ ໃນດ້ານສຸຂະພາບ ທີ່ເຮັດໃຫ້ມີຜູ້
ເສຍຊີວິດເກືອບ 2 ລ້ານຄົນໃນແຕ່ລະປີ ຊຶ່ງສ່ວນໃຫຍ່ ທີ່ຈິງແລ້ວກໍແມ່ນພວກ
ແມ່ຍິງແລະເດັກນ້ອຍເກືອບທັງໝົດຫັ້ນແຫລະ. ນອກນັ້ນແລ້ວການເອົາຟືນມາ
ດັງຍັງມີສ່ວນໃນການເຮັດໃຫ້ດິນຟ້າອາກາດປ່ຽນແປງ ຊຶ່ງເຮັດໃຫ້ເຕົາຫຸງຕົ້ມ
ແລະການປັບປຸງເທັກໂນໂລຈີຂອງເຕົາເຫຼົ່ານີ້ໃຫ້ດີຂຶ້ນເປັນຊ່ອງທາງນຶ່ງທີ່ງ່າຍ
ແລະກໍບໍ່ແພງໃນການຊ່ອຍຊີວິດຜູ້ຄົນໄວ້ແລະປົກປ້ອງສະພາບແວດລ້ອມແລະ
ຂ້າພະເຈົ້າຂໍຕົບມືຊົມເຊີຍລາວ ທີ່ໄດ້ນຳເອົາເຕົາທີ່ສະອາດມາໃຫ້ຜູ້ຄົນໄດ້ໃຊ້
ໃນຈຳນວນຫຼາຍຂຶ້ນ.”
ນອກນັ້ນບັນດາລັດຖະມົນຕີຍັງໄດ້ສະແດງຄວາມຍິນດີຕໍ່ແຜນການຂະຫຍາຍການລິເລີ່ມ
ດ້ານພາສາອັງກິດ. ໂດຍຜ່ານໂຄງການໃໝ່ ທີ່ເອີ້ນວ່າ ໂຄງການພາສາອັງກິດສຳລັບຈຸດ
ປະສົງສະເພາະຂອງ LMI ນັ້ນພວກນາຍຄູຈະໄປສອນພາສາອັງກິດໃຫ້ແກ່ພວກເຈົ້າໜ້າ
ທີ່ແລະພວກນັກວິຊາການທີ່ເຮັດວຽກກ່ຽວກັບບັນຫາຕ່າງໆທີ່ພົວພັນກັບສິ່ງແວດລ້ອມ
ສຸຂະນາໄມແລະການພັດທະນາໂຄງລ່າງພື້ນຖານ.
ບັນດາລັດຖະມົນຕີໃຫ້ການຢືນຢັນວ່າ LMI ແມ່ນກົນໄກທີ່ມີຄວາມຈຳເປັນເພື່ອການຮ່ວມ
ມືເພີ່ມຕື່ມຢູ່ໃນພູມີພາກ ທັງໃນລະດັບຊາດແລະໃນລະດັບທ້ອງຖິ່ນຂອງບັນດາປະເທດໃນ
ເຂດອ່າງແມ່ນໍ້າຂອງ ໃນການແກ້ໄຂບັນຫາທ້າທາຍທີ່ຮີບດ່ວນຕ່າງໆໃນສັດຕະວັດທີ 21
ນີ້ແລະໄດ້ສະແດງຄວາມປາດຖະໜາຂອງພວກທ່ານ ໃນການສືບຕໍ່ດໍາເນີນໂຄງການດ້ານ
ການສຶກສາ ສະພາບແວດລ້ອມ ແລະສຸຂະນາໄມແລະລິເລີ່ມໂຄງການໃນດ້ານໂຄງລ່າງພື້ນ
ຖານຕ່າງໆ. ໄດ້ມີການຕົກລົງຢ່າງເປັນເອກກະສັນກັນວ່າຈະສືບຕໍ່ການດຳເນີນຄວາມພະ
ຍາຍາມນີ້ ໂດຍຜ່ານກອງປະຊຸມລະດັບເຈົ້າໜ້າທີ່ອະວຸໂສກຸ່ມປະຕິບັດງານພູມີພາກ ການ
ປຶກສາຫາລືກັນເພີ່ມຕື່ມ ແລະກິດຈະກຳໃນໂຄງການຕ່າງໆທີ່ໄດ້ມີການວາງແຜນໄວ້ແລ້ວ
ນັ້ນ.
ບັນດາລັດຖະມົນຕີໄດ້ສະແດງຄວາມຍິນດີນໍາການສະເໜີຂອງລາວ ທີ່ຈະເປັນເຈົ້າພາບຈັດ
ກອງປະຊຸມກຸ່ມປະຕິບັດງານພູມີພາກຄັ້ງທີ 2 ກ່ຽວກັບ 4 ຂົງເຂດວຽກງານບູລິມມະສິດ
ຂອງ LMI ແລະກອງປະຊຸມຄົບຄະນະທີ່ນະຄອນວຽງຈັນໃນປີນີ້ບ່ອນທີ່ບັນດາຜູ້ຕາງໜ້າ
ຂອງ LMI ຈະວາງແຜນກ່ຽວກັບໂຄງການຮ່ວມມືຕ່າງໆ ແລະໂຄງການຕ່າງໆສໍາລັບຈັດ
ຕັ້ງປະຕິບັດນັ້ນ. ບັນດາລັດຖະມົນຕີຍັງໄດ້ສະແດງຄວາມຍິນດີແລະຕັ້ງໜ້າລໍຖ້າການເປີດ
ກອງປະຊຸມລະດັບລັດຖະມົນຕີຄັ້ງທີ 5 ຂອງໂຄງການລິເລີ່ມການຮ່ວມມືໃນເຂດລຸ່ມແມ່ນໍ້າ
ຂອງຊຶ່ງຈະມີຂຶ້ນທີ່ປະເທດກຳປູເຈຍໃນປີ 2012 ນັ້ນ.
ສະຫະລັດໄດ້ເລີ່ມຕົ້ນໂຄງການລິເລີ່ມໃນເຂດລຸ່ມແມ່ນໍ້າຂອງຫຼື LMI ເມື່ອ 2 ປີກ່ອນໂດຍ
ມີຈຸດປະສົງທີ່ແນໃສ່ເພື່ອຊຸກຍູ້ໃຫ້ມີການຮ່ວມມືກັນເລື້ອຍຂຶ້ນແລະມີປະສິດທິຜົນຫຼາຍຂຶ້ນ ໃນລະຫວ່າງບັນດາປະເທດໃນເຂດລຸ່ມແມ່ນໍ້າຂອງແລະສະຫະລັດ
ທ່ານນາງລັດຖະມົນຕີການຕ່າງປະເທດ Clinton ກ່າວມ້ວນທ້າຍຄໍາປາໄສຂອງທ່ານນາງ
ວ່າ
“ໂຄງການລິເລີ່ມສຳລັບເຂດລຸ່ມແມ່ນໍ້າຂອງນີ້ ແມ່ນສະທ້ອນໃຫ້ເຫັນເຖິງຄວາມ ໝາຍໝັ້ນຕັ້ງໃຈຂອງສະຫະລັດ ຕໍ່ຄວາມຢູ່ດີກິນດີ ຂອງປະຊາຊົນ ແລະຜົນສຳ
ເລັດໃນໄລຍະຍາວ ຂອງບັນດາປະເທດໃນເຂດລຸ່ມແມ່ນໍ້າຂອງ. ພວກເຮົາໃຫ້ ການສະໜັບສະນຸນການດຳເນີນງານຂອງພວກທ່ານ ເພື່ອເສີມສ້າງພື້ນຖານທີ່
ເຂັ້ມແຂງກວ່າເກົ່າ ສຳລັບຄວາມອຸດົມຮັ່ງມີແລະຄວາມກ້າວໜ້າ ແລະພວກເຮົາ ຫວັງວ່າຈະໄດ້ສືບຕໍ່ການດຳເນີນງານຮ່ວມກັບພວກທ່ານ ໃນຖານະພາຄີແລະ
ເພື່ອນມິດໃນໄລຍະຫຼາຍໆປີຕໍ່ໜ້າ.”