ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ່ານນາງ Clinton ຈະໃຫ້ການ ກ່ຽວກັບ ການໂຈມຕີ ທີ່ເບັງກາຊີ (ວີດິໂອກ່ຽວຂ້ອງ)


ທ່ານນາງ Hillary Clinton, ລັດຖະມົນຕີການຕ່າງປະເທດ ສະຫະລັດ ຈະໄປໃຫ້ການຕໍ່ ທັງສະພາສູງແລະສະພາຕໍ່າ
ຂອງສະຫະລັດໃນວັນພຸດມື້ນີ້ ກ່ຽວກັບຄວາມຫລົ້ມແຫລວ
ໃນການຮັກສາຄວາມປອດໄພ ໃຫ້ກົງສຸນສະຫະລັດ ຢູ່ເມືອງ ເບັງກາຊີ ປະເທດລີເບຍ.
ທ່ານນາງ Hillary Clinton, ລັດຖະມົນຕີການຕ່າງປະເທດ ສະຫະລັດ ຈະໄປໃຫ້ການຕໍ່ ທັງສະພາສູງແລະສະພາຕໍ່າ ຂອງສະຫະລັດໃນວັນພຸດມື້ນີ້ ກ່ຽວກັບຄວາມຫລົ້ມແຫລວ ໃນການຮັກສາຄວາມປອດໄພ ໃຫ້ກົງສຸນສະຫະລັດ ຢູ່ເມືອງ ເບັງກາຊີ ປະເທດລີເບຍ.
ຄາດກັນວ່າ ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ
ທ່ານນາງ Hillary Clinton ຈະໄປໃຫ້ການຕໍ່ທັງສະພາສູງ
ແລະສະພາຕໍ່າຂອງສະຫະລັດໃນວັນພຸດມື້ນີ້ ກ່ຽວກັບຄວາມ ຫລົ້ມແຫລວໃນການຮັກສາຄວາມປອດໄພ ຊຶ່ງກ່ຽວຂ້ອງກັບ ການໂຈມຕີທີ່ເກີດຂຶ້ນໃນວັນທີ 11 ກັນຍາ 2012 ຕໍ່ກົງສຸນ
ສະຫະລັດ ຢູ່ເມືອງ Benghazi ປະເທດ Libya ທີ່ເຮັດໃຫ້
ເອກອັກຄະລັດຖະທູດສະຫະລັດ ແລະຊາວອາເມຣິກັນ ອີກ
ສາມຄົນເສຍຊີວິດ.

ຄາດວ່າ ທ່ານນາງ Clinton ຈະໃຫ້ການຊີ້ແຈງກ່ຽວກັບວ່າ
ກະຊວງຂອງທ່ານນາງ ໄດ້ຈັດຕັ້ງປະຕິບັດແນວໃດ ຕໍ່ຄໍາແນະ ນໍາຂອງຄະນະກໍາມະການທົບທວນ ຄືນຄວາມຮັບຜິດຊອບ ທີ່ທໍາການສືບສວນສອບສວນ ການໂຈມຕີທີ່ເບັງກາຊີ. ການ
ທົບທວນດັ່ງກ່າວ ເອີ້ນການຮັກສາຄວາມປອດໄພຢູ່ທີ່ເມືອງ Benghazi ນັ້ນວ່າ “ອ່ອນ ແອຫຼາຍ” ແລະເວົ້າວ່າ ພວກຄົນທີ່ເຮັດວຽກຢູ່ທີ່ນັ້ນເຊື່ອກັນວ່າ ພວກເຈົ້າໜ້າທີ່ຢູ່ນະຄອນ
ວໍຊິງຕັນບໍ່ໄດ້ໃຫ້ຄວາມສຳຄັນໃນລະດັບສູງຕໍ່ການຮັກ ສາຄວາມປອດໄພຢູ່ Benghazi.

ໂຄສົກປະຈໍາກະຊວງການຕ່າງປະເທດສະຫະລັດ ທ່ານນາງ Victoria Nuland ກ່າວຕໍ່ ຜູ້ສື່ຂ່າວວ່າ ທ່ານນາງ Clinton ແມ່ນຮັບເອົາຄວາມຮັບຜິດຊອບສະເໝີຕໍ່ທຸກສິ່ງຢ່າງທີ່ ດໍາເນີນໄປຢ່າງຜິດພາດ. ທ່ານນາງກ່າວຕື່ມອີກວ່າ ທ່ານນາງ Clinton ໄດ້ໃຫ້ຄໍາໝັ້ນສັນ ຍາວ່າ ຈະຮັບເອົາຄໍາແນະນໍາຂອງຄະນະ ກໍາມະການທົບທວນຄືນທຸກຢ່າງ ແລະຈະທໍາ ການຈັດຕັ້ງປະຕິບັດໄປນໍາພ້ອມ ກ່ອນທີ່ທ່ານນາງຈະກ້າວລົງຈາກຕໍາແໜ່ງຂອງທ່ານ ນາງໄປ.

ການໃຫ້ການຄັ້ງນີ້ມີທ່າທາງວ່າ ຈະເປັນການໃຫ້ການເທື່ອສຸດທ້າຍຂອງທ່ານນາງຕໍ່ລັດ ຖະສະພາກ່ອນໜ້າທີ່ທ່ານນາງຈະອອກຈາກຕຳແໜ່ງ ໃນອານາຄົດ ອັນໃກ້ໆນີ້.

Clinton to Testify on Benghazi Attack
please wait

No media source currently available

0:00 0:02:44 0:00
ລິງໂດຍກົງ
XS
SM
MD
LG