ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໗ ກັນຍາ ໒໐໒໓

ທ່ານນາງ ຄລິນຕັນ ແວ່ຢ້ຽມຢາມ ບັງກລາແດັສ


ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary Clinton (ຊ້າຍ) ຖືກຕ້ອນຮັບໂດຍ ລັດຖະມົນຕີການຕ່າງປະເທດບັງກລາແດັສ ທ່ານນາງ Dipu Moni ເວລາທ່ານນາງເດີນທາງໄປຮອດ ນະຄອນຫຼວງ Dhaka (5 ພຶດສະພາ 2012)

ລັດຖະມົນຕີ​ການ​ຕ່າງປະ​ເທດສະຫະລັດ ທ່າ​ນນາງ Hillary Clinton ​ໄດ້ເດີນທາງ
ອອກ​ຈາກ​ຈີນ ບ່ອນ​ທີ່​ໄດ້​ເກີດ​ບັນຫາ​ຂັດ​ແຍ້​ງທາງ​ດ້ານ​ການທູດ ​ໄປບັງ​ກລາ​ແດັ​ສ
ຊຶ່ງ​ເປັນ​ບ່ອນ​ຢຸດ​ແວ່​ຫລ້າ​ສຸດ ໃນ​ການເດີນທາງ​ຢ້ຽມຢາມ​ເອ​ເຊຍ​ໃຕ້​ຂອງທ່ານນາງ.

ທ່ານນາງ Clinton ຈະ​ພົບ​ປະກັບ​ນາ​ຍົກ​ລັດຖະມົນຕີບັງ​ກລາ​ແດັ​ສ ທ່ານນາງ
Sheikh Hasina ​ແລະຄູ່ແຂ່ງ​ຝ່າຍ​ຄ້ານ​ຂອງທ່ານນາງ ຄື ທ່ານ Begum
Khaleda Zia ​ໃນ​ວັນ​ເສົາ​ມື້​ນີ້.

ນອກ​ນັ້ນ​ແລ້ວ ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ຍັງຈະ​ໄດ້​ພົບ​ປະ​ກັບທ່າ​ນ
Muhammad Yunnus ຜູ້​ທີ່ເຄີຍ​ໄດ້​ຮັບ​ລາງວັນ​ໂນ​ແບ​ລ ຊຶ່ງການ​ປົດ​ທ່ານ ​ອອກ
​ຈາກຕຳ​ແໜ່​ງ​ໃນ​ທະນາຄານ Grameen ຊຶ່ງ​ເປັນ​ຜູ້​ບຸກ​ເບີກ​ໃນ​ການ​ໃຫ້​ເງິນ​ກູ້​ຢືມ​
ຂະໜາດ​ນ້ອຍ​ນັ້ນ​ ໄດ້​ຖືກຕິຕຽນ​ຈາກ ວໍ​ຊິງ​ຕັນ.

ທ່ານ​ນາງ Clinton ເດີນ​ທາງໄປຍັງບັງ​ກລາ​ແດັ​ສ ​ໃນ​ເວລາ​ທີ່​ປະເທດ​ດັ່ງກ່າວ​ພວມ
​ມີ​ຄວາມສັບສົນວຸ້ນວາຍ​ ຍ້ອນການ​ຫາຍ​ສາບ​ສູນ​ໄປ​ຂອງ​ຜູ້​ນໍາ​ຝ່າຍ​ຄ້ານຄົນນຶ່ງ.

XS
SM
MD
LG