ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານນາງ Clinton ອອກຈາກ ຕຳແໜ່ງ ລມຕ ຕ່າງປະເທດ (ສະໄລດ໌/ວີດິໂອ)


ລັດຖະມົນຕິການຕ່າງປະເທດສະຫະລັດ ທ່ານນາງ Hillary Clinton
ລັດຖະມົນຕິການຕ່າງປະເທດສະຫະລັດ ທ່ານນາງ Hillary Clinton
ລັດຖະມົນຕີການຕ່າງປະເທດສະຫະລັດທ່ານນາງ Hillary
Clinton ສິ້ນສຸດການປະຕິບັດໜ້າທີ່ ໃນວັນສຸກມື້ນີ້ ຂະນະທີ່
ຜູ້ມາຮັບຕຳແໜ່ງແທນທ່ານນາງ ຄື ສະມາຊິກສະພາສູງ
John Kerry ຈະສາບານໂຕເຂົ້າຮັບໜ້າທີ່.

ທ່ານນາງ Clinton ມີແຜນການທີ່ຈະກ່າວຄຳປາໄສຕໍ່ບັນດາ
ພະນັກງານກະຊວງການຕ່າງປະເທດສະຫະລັດໃນຕອນບ່າຍ
ຂອງວັນສຸກມື້ນີ້ ກ່ອນຈະອອກຈາກຕຳແໜ່ງຂອງທ່ານນາງ.
ໃນພິທີ ທີ່ຈັດຂຶ້ນເປັນການສ່ວນຕົວນັ້ນທ່ານ Kerry ຈະສາ
ບານໂຕເຂົ້າຮັບຕຳແໜ່ງເປັນລັດຖະມົນຕີການຕ່າງປະເທດ
ຄົນທີສອງຂອງລັດຖະບານທ່ານໂອບາມາ.


ໃນການຮັບຟັງຄຳໃຫ້ການຂອງທ່ານນັ້ນ ທ່ານ Kerry ຜູ້ຊຶ່ງຈະເປັນອະດີດສະມາຊິກສະ
ພາສູງຈາກລັດ Massachuse ກ່າວຕໍ່ບັນດາເພື່ອນຮ່ວມງານຂອງທ່ານວ່າ ທ່ານນາງ
Clinton ແມ່ນໄດ້ຕັ້ງຂີດໝາຍໄວ້ສູງໃນການເຮັດວຽກແບບບໍ່ຮູ້ ອິດເມື່ອຍ. ສຳລັບພາກ
ສ່ວນຂອງທ່ານນາງແລ້ວ ທ່ານນາງ Clinton ກ່າວວ່າ ທ່ານນາງຫວັງວ່າ ຈະໄດ້ເລີ້ມບົດ
ຕອນໃໝ່ ໃນຊີວິດຂອງທ່ານນາງ.

ເຖິງແມ່ນວ່າທ່ານນາງບໍ່ໄດ້ໃຫ້ການຢືນຢັນກ່ຽວກັບຄວາມຕັ້ງໃຈຂອງທ່ານນາງທີ່ຈະເຂົ້າ ແຂ່ງຂັນເອົາຕຳແໜ່ງປະທານາທິບໍດີຕື່ມອີກກໍຕາມແຕ່ກໍມີການຄາດຄະເນກັນຢ່າງກວ້າງ ຂວາງວ່າ ທ່ານນາງຈະເປັນຜູ້ສະໝັກເຂົ້າແຂ່ງຂັນໃນປີ 2016 ດັ່ງທີ່ທ່ານນາງໄດ້ກະທຳ
ໃນປີ 2008 ເວລາທ່ານນາງເສຍໄຊໃນແຕ່ງຕັ້ງຂອງພັກເດໂມແຄຣັທໃຫ້ແກ່ທ່ານບາຣັກ ໂອບາມາ ໃນທີ່ສຸດນັ້ນ.

ວີດິໂອກ່ຽວກັບຜົນງານຂອງທ່ານນາງຄລິນຕັນ ໃນຖານະ ລມຕ ຕ່າງປະເທດ ສຫລ:

XS
SM
MD
LG