ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຢ້ຽມຢາມລາວ ສປປ ລາວ ຄັ້ງປະຫວັດສາດ ຂອງທ່ານນາງ Clinton


ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary Clinton (ຊ້າຍ) ພົບປະກັບທ່ານທອງສິງ ທຳມະວົງ ນາຍົກ ລັດຖະມົນຕີ ສປປ ລາວ ທີ່ນະຄອນຫຼວງວຽງຈັນ (11 ກໍລະກົດ 2012)
ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary Clinton (ຊ້າຍ) ພົບປະກັບທ່ານທອງສິງ ທຳມະວົງ ນາຍົກ ລັດຖະມົນຕີ ສປປ ລາວ ທີ່ນະຄອນຫຼວງວຽງຈັນ (11 ກໍລະກົດ 2012)

ທ່ານນາງ Hillary Clinton ໄດ້ຢຸດແວ່ຢ້ຽມຢາມ ສປປ ລາວໃນວັນມື້ວັນພຸດສັບປະດາແລ້ວ ເພື່ອເຈລະຈາຫາລືກັບເຈົ້າໜ້າທີ່ລາວກ່ອນໄປຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ຂອງສະມາຄົມບັນດາປະຊາຊາດ ໃນເຂດເອເຊຍຕາເວັນອອກສຽງໃຕ້ ຫຼືອາຊ່ຽນ. Scott Stearn ຜູ້ສື່ຂ່າວວີໂອເອປະຈຳກະຊວງການຕ່າງປະເທດສະຫະລັດລາຍງານວ່າ ເຈົ້າໜ້າທີ່ ສະຫະລັດແລະລາວໄດ້ຫາລືກັນກ່ຽວກັບການປົກປ້ອງຄຸ້ມຄອງສິ່ງແວດລ້ອມໃນເຂດລຸ່ມແມ່ ນໍ້າຂອງແລະບັນຫາລະເບີດບໍ່ທັນແຕກທີ່ແກ່ຍາວມາແຕ່ປາງສົງຄາມຫວຽດນາມ.

​ໃນ​ການ​ເຈລະຈາ​ຫາລື​ກັບ​ທ່ານ​ທອງ​ລຸນ ສີ​ສຸ​ລິດ ລັດຖະມົນຕີ​ການ​ຕ່າງປະ​ເທດ ສປປ ລາວ​
ນັ້ນ ທ່ານນາງ Hillary Clinton ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະ​ລັດ ​ໄດ້​ໂອ້​ລົມ​ກ່ຽວ​
ກັບ​ການ​ເຂົ້າເປັນ​ສະມາຊິກ ​ຂອງ​ລາວ​ ຢູ່ໃນ​ອົງການໆ​ຄ້າ​ໂລກ ຊຶ່ງ​ຈະ​ມີ​ຂຶ້ນ​ໃນ​ອີກ​ບໍ່​ດົນ​ນີ້
​ແລະ​ການ​ສືບ​ຕໍ່​ໃຫ້​ຄວາມ​ຊ່ອຍ​ເຫຼືອຂອງ​ສະຫະລັດ ​ໃນ​ການ​ເກັບ​ກູ້ ​ແລະ​ທຳລາຍ​ລະ​ເບີດບໍ່
ທັນ​ແຕກທີ່​ຍັງ​ຕົກຄ້າງ​ແຕ່​ປາງ​ສົງຄາມ​ຫວຽດນາມ ດ້ວຍ​ຄວາມ​ປອດ​ໄພ.

ພວກເຮົາແຕ້ມເສັ້ນໂຄ້ງແຫ່ງສາຍສໍາພັນຂອງພວກເຮົາ ໂດຍເລີ້ມແຕ່ການແກ້ໄຂບັນຫາ
ຕົກຄ້າງທີ່ເປັນໜ້າເສົ້າຂອງອະດີດໄປເຖິງການຊອກຫາວິທີທາງໃໝ່ເພື່ອເປັນຄູ່ເຮັດວຽກ
ງານຮ່ວມກັນໃນອະນາຄົດ.”

ໃນ​ການ​ແກ້​ໄຂ​ບັນຫາ​ທີ່​ຍັງ​ຕົກ​ຄ້າງ​ເຫຼົ່ານີ້ທ່ານ​ນາງ Clinton ​ໄດ້​ໄປ​ຢ້ຽມຢາມ​ສູນຜະລິດ
​ອຸບປະກອນ​ອົງຄະ​ທຽມຊຶ່ງ​ເປັນ​ອົງການ​ທີ່​ບໍ່​ຫວັງ​ຜົນ​ກຳ​ໄລທີ່​ໄດ້​ຮັບການສະໜັບສະ​ໜຸນ
​ສ່ວນ​ນຶ່ງ​ຈາກ​ສະຫະລັດ​ນັ້ນ ​ເພື່ອ​ຊ່ອຍພວກ​ທີ່ໄດ້​ຮັບ​ບາດ​ເຈັບ​ຍ້ອນ​ລະ​ເບີດ​ລູກ​ຫວ່ານ​ທີ່
​ຍັງ​ບໍ່​ແຕກ ທີ່​ສະຫະລັດ​ໄດ້​ຖິ້ມລົງ​ໃສ່ ຫຼາຍກວ່າ 580,000 ຖ້ຽວ ລະຫວ່າງ​ປີ 1964 ຫາ
1975 ນັ້ນ.

ລັດ​ຖະມົນຕີ​ການ​ຕ່າງປະ​ເທດ​ Clinton ກ່າວ​ວ່າ ສະຫະລັດ​ໄດ້​ຊ່ອຍ​ເກັບ​ກູ້ແລະ​ທຳລາຍ​
ລະ​ເບີດ​ຫຼາຍກວ່າ 1 ລ້ານ​ລູກອອກ​ຈາກ​ພື້ນທີ່ 23,000 ​ເຮັກຕາ​ໃນ​ລາວ ຊຶ່ງ​ໃນ​ເວລາ​ນີ້
ສາມາດ​ນໍາ​ໄປ​ໃຊ້​ ໃນ​ການ​ປູກຝັງ​ ຫຼືບໍ່ ກໍ​ການ​ພັດທະນາ​ອື່ນໆ​ໄດ້. ທ່ານ​ນາງ Clinton
ກ່າວ​ຕື່ມ​ວ່າ

“ຂ້າພະ​ເຈົ້າຫວັງ​ວ່າ ​ປະ​ເທດ​ອື່ນໆ​ໃນ​ປະຊາ​ຄົມນາໆ​ຊາດ​ ຈະ​ຮ່ວມສົມທົບ​ໃນການ​ດໍາ​
ເນີນ​ຄວາມ​ພະຍາຍາມ​ຂອງ​ພວກ​ເຮົາ​ເພື່ອ​ເຮັດ​ໃຫ້​ບັນຫາ​ທີ່​ຍັງ​ຕົກ​ຄ້າງ​ແຕ່​ປາງ​ສົງຄາມ​
ຫວຽດນາມ​ດັ່ງກ່າວ​ສິ້ນສຸດ​ລົງ​ດ້ວ​ຍຄວາມ​ປອດ​ໄພ​ແລະ​ໃຫ້​ຜູ້ຄົນ​ໃນ​ປະ​ເທດນີ້ ໂດຍ​ສະ
ເພາະ​ແລ້ວ​ແມ່ນ​ພວກ​ເດັກນ້ອຍ​ມີ​ໂອກາດ​ທີ່​ຈະ​ດໍາລົງ​ຊີວິດ​ດ້ວຍ​ຄວາມ​ປອດ​ໄພຈາກ​ລະ
​ເບີດ​ທີ່​ບໍ່​ທັນ​ແຕກ​ເຫຼົ່ານີ້.”

​ໃນ​ລະຫວ່າງ​ການ​ຢ້ຽມຢາມ​ ຂອງ​ທ່ານ​ນາງ Clinton ນັ້ນ ລັດຖະບານ​ຂອງ​ປະເທດ​ທັງ
​ສອງ​ໄດ້​ຕົກລົງທີ່​ຈະ​ປັບປຸງ​ການ​ດໍາ​ເນີນ​ຄວາມ​ພະຍາຍາມ​ໃນ​ການຊອກ​ຄົ້ນຫາ​ທະຫານ​
ອາ​ເມຣິກັນ ​ທີ່​ຍັງ​ຫາຍ​ສາບ​ສູນ​ ໃນ​ປາງ​ສົງຄາມ​ຫວຽດນາມ. ພວກ​ເຈົ້າໜ້າ​ທີ່​ສະຫະລັດ
ຢາກ​ເຂົ້າ​ໄປ​ເຖິງສະຖານ​ທີ່​ຊອກ​ຄົ້ນຫຼາຍຂຶ້ນຊຶ່ງຜ່ານ​ມາ​ໄດ້​ທໍາການ​ສືບສວນ​ເບິ່ງ​ສະຖານ​
ທີ່​ຕ່າງໆ ທີ່​ພົວພັນ​ກັບ​ທະຫານ​ອາ​ເມຣິກັນ​ຫາຍ​ສາບ​ສູນບໍ່​ຮອດ 600 ຄົນ​ນັບ​ແຕ່​ກາງ
​ຊຸມ​ປີ 1980 ​ເປັນຕົ້ນມາ.

ລັດຖະມົນຕີ​ການ​ຕ່າງປະ​ເທດ Clinton ​ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ ຕໍ່​ການ​ທີ່​
ລັດຖະບານ​ລາວ​ໄດ້​ຈັດ​ໃຫ້​ພວກ​ອົບ​ພະຍົບຊາວ​ມົ້ງທີ່​ຖືກ​ສົ່ງ​ກັບ​ຄືນ​ຈາກ​ໄທ​ໃນ​ປີ 2009
ກັບ​ຄືນ​ເຂົ້າເປັນ​ພາກສ່ວນ​ນຶ່ງ​ຂອງ​ສັງຄົມ. ​ໃນ​ຖະ​ແຫຼງການ​ທີ່​ເປັນ​ລາຍ​ລັກ​ອັກສອນ​ສະ
ບັບ​ນຶ່ງ ລັດຖະບານ​ລາວ​ກໍ​ໄດ້ສະ​ແດງ​ຄວາມຂອບ​ໃຈ​ ຕໍ່​ລັດຖະບານ​ສະຫະລັດ ທີ່​ໄດ້​ໃຫ້
ການ​ຊ່ອຍ​ເຫຼືອທາງ​ດ້ານ​ມະນຸດສະ​ທໍາ​ ຕໍ່ບັນດາ​ຄອບຄົວຊາວ​ມົ້ງ ຕະຫຼອດທັງ​ຜູ້​ຄົນ​ໃນ
​ປະຊາ​ຄົມ​ທີ່ຢູ່​ອ້ອມ​ແອ້ມ​ໝູ່​ບ້ານ​ຊາວ​ມົ້ງ​ເຫຼົ່ານັ້ນ.

ລັດຖະມົນຕີ​ການ​ຕ່າງປະ​ເທດ​ຂອງ​ສະຫະລັດ ​ແລະ ສປປ ລາວຍັງ​ໄດ້​ຫາລື​ກັນ​ກ່ຽວ​ກັບ​
ເລື່ອງ​ປົກ​ປ້ອງ​ສິ່ງ​ແວດ​ລ້ອມ​ແລະ​ການ​ລົງທຶນ​ໃນ​ເຂດ​ລຸ່ມ​ແມ່​ນໍ້າຂອງ ​ໂດຍ​ທີ່​ລັດຖະບານ
​ລາ​ວໄດ້​ໃຫ້​ຄໍາໝັ້ນສັນຍາ​ອີກ​ຄັ້ງນຶ່ງ​ວ່າຈະ​ໂຈະ​ການດໍາ​ເນີນ​ງານ​ກ່ຽວ​ກັບ​ໂຄງການ​ສ້າງ
​ເຂື່ອນ​ໄຊ​ຍະ​ບູລີ ທີ່​ເປັນ​ບັນຫາ​ຖົກ​ຖຽງ​ໂຕ້​ແຍ້​ງນັ້ນ​ໄວ້​ເປັນ​ການ​ຊົ່ວຄາວ​ເພື່ອ​ເປັນ​ການ
​ສະໜອງ​ຕອບ​ຕໍ່​ຄວາມ​ເປັນ​ຫ່ວງ ກັງວົນ​ຂອງ​ບັນດາ​ປະ​ເທດ​ເພື່ອນ​ບ້ານ.

ນາຍົກລັດຖະມົນຕີລາວ ທ່ານ​ທອງ​ສິງ ທໍາມະ​ວົງ ​ແຈ້ງ​ໃຫ້​ລັດຖະມົນຕີ Clilnton ຊາບ
​ວ່າ ລັດຖະບານ​ຂອງ​ທ່ານ​ຈະ​ເຊື້ອ​ເຊີນ​ພວກ​ນັກຊ່ຽວຊານ​ນາໆຊາດ​ເຂົ້າ​ໄປ​ສຶກສາ​ເບິ່ງ​
ຜົນ​ກະທົບ​ຕໍ່​ສິ່ງ​ແວດ​ລ້ອມ​ແລະ​ສັງຄົມ​ຂອງ​ເຂື່ອນ​ດັ່ງ​ກ່າວ​ນີ້ອີກ ກ່ອນ​ຈະ​ຕັດສິນ​ໃຈ​ວ່າ
ຈະ​ດໍາ​ເນີນ​ການ​ຕໍ່​ໄປ​ຫຼືບໍ່. ​ເຈົ້າໜ້າ​ທີ່​ອະ​ວຸ​ໂສທ່ານ​ນຶ່ງ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ສະ
ຫະລັດ​ກ່າວ​ວ່າ ມັນ​ເປັນ​ການ​ເຄື່ອນໄຫວ​ທີ່​ສໍາຄັນ ​ສໍາ​ຫຼັບປະຊາຊົນ​ ໃນ​ເຂດ​ລຸ່ມ​ແມ່​ນໍ້າ
ຂອງແລະ​ວໍ​ຊິງ​ຕັນ​ຂໍຊົມ​ເຊີຍ ຕໍ່​ການ​ຕັດສິນ​ໃຈ​ແບບ​ມີ​ຄວາມ​ຮັບຜິດຊອບ​ດັ່ງກ່າວ​.

ການ​ຢ້ຽມຢາມ​ໃນຄັ້ງນີ້ ສະທ້ອນ​ໃຫ້​ເຫັນ​ເຖິງການ​ຮ່ວມ​ມື​ລະຫວ່າງ​ປະ​ເທດ​ທັງ​ສອງທີ່​
ພວມ​ມີ​ການ​ຂະຫຍາຍ​ໂຕ ກ​ວ້າງອອກນັບ​ມື້​ ລຸນ​ຫຼັງທີ່​ໄດ້​ຢູ່​ຢ່າງ​ໂດດດ່ຽວ​ຈາກກັນ​ມາ​
ເປັນ​ເວລາ​ຫຼາຍໆ​ທົດ​ສະ​ວັດ. ການ​ຢ້ຽມຢາມ​ສະຫະລັດ​ ຂອງ​ທ່ານ​ທອງ​ລຸນ ສີ​ສຸ​ລິດ
ລັດຖະມົນຕີ​ການ​ຕ່າງປະ​ເທດ ສປປ ລາວໃນ​ປີ 2010 ​ແມ່ນການ​ຢ້ຽມຢາມ​ເທື່ອ​ທໍາ​ອິດ
​ຂອງ​ເຈົ້າໜ້າທີ່​ອະ​ວຸ​ໂສລາ​ວ ​ໃນ​ຮອບ 35 ປີ​ແລະ ການ​ຢ້ຽມຢາມ​ລາວ​ໃນ​ເທື່ອ​ນີ້ ​ແມ່ນ
​ເທື່ອ​ທໍາອິດ​ໂດຍ​ລັດຖະມົນຕີ​ການ​ຕ່າງ​ປະ​ເທດ​ສະຫະລັດ ນັບ​ແຕ່ທ່ານ John Foster
Dulles ​ໄດ້​ມາ​ຢ້ຽມຢາມ​ລາວ ໃນ​ປີ 1955.

XS
SM
MD
LG