ທ່ານນາງ Hillary Clinton ລັດຖະມົນຕີຕ່າງປະເທດສະຫະລັດ ກ່າວວ່າ ສະຫະລັດຮູ້ສຶກມີກໍາລັງໃຈນໍາການໂອ້ລົມກັນ ລະຫວ່າງເກົາຫລີເໜືອແລະ ເກົາຫລີໃຕ້ ຢູ່ນອກກອງປະຊຸມເວທີພູມີພາກອາຊ່ຽນ ຫລື ASEAN Regional Forum ວ່າດ້ວຍຄວາມໝັ້ນຄົງຂອງເຂດ ອາຊ່ຽນນັ້ນ.
ແຕ່ທ່ານນາງຄລິນຕັນກ່າວວ່າ ສະຫະລັດກໍຍັງຄົງໜັກແໜ້ນຢູ່ຕໍ່ໄປ ໃນການຢັນຢັດໃຫ້
ພຽງຢາງເອົາບາດກ້າວ ສ້າງຄວາມປອງດອງກັນຕຶ່ມອີກ ກັບລັດຖະບານໂຊລ ກ່ອນທີ່ການ
ເຈລະຈາເລຶ່ອງນີວເຄລຍ ທີ່ພົວພັນ ສະຫະລັດ ຣັດເຊຍ ຈີນ ຍີ່ປຸ່ນ ແລະສອງເກົາຫລີນັ້ນ
ຈະສາມາດໄຂຂຶ້ນຄືນໃໝ່ໄດ້.
ທ່ານນາງຄລິນຕັນ ໄດ້ກ່າວເຊ່ນນັ້ນຢູ່ໃນກອງປະຊຸມປິດລັບຂອງບັນດາລັດຖະມົນຕີຕ່າງປະ
ເທດອາຊ່ຽນ ແລະພວກລັດຖະມົນຕີຕ່າງປະເທດ ອື່ນໆ ໃນວັນເສົາຜ່ານມາ ນຶ່ງມື້ຫລັງຈາກ
ການພົບປະກັນຂອງພວກເຈລະຈາຂອງສອງເກົາຫລີ ທີ່ເຈົ້າໜ້າທີ່ອາວຸໂສສະຫະລັດທ່ານນຶ່ງ
ກ່າວວ່າ ໄດ້ດໍາເນີນໄປແບບຈິງໃຈ ແລະໃຫ້ຄວາມກ້າວໜ້າບາງຢ່າງ.
ອົງການຂ່າວຊິນຫົວຂອງທາງການຈີນ ກ່າວວ່າ ພຽງຢາງໄດ້ສະເໜີໃຫ້ຮື້ຟື້ນການເຈລະຈາ
ຫົກຝ່າຍຄືນມາ ໃຫ້ໄວເທົ່າທີ່ຈະໄວໄດ້ ໂດຍປາດສະຈາກເງຶ່ອນໄຂລ່ວງໜ້າໃດໆ.
ແຕ່ໃນຄໍາຖະແຫລງຕໍ່ກອງປະຊຸມອາຊ່ຽນນັ້ນ ທ່ານນາງຄລິນຕັນກ່າວວ່າ ເກົາຫລີເໜືອຈະ
ຕ້ອງສະແດງໃຫ້ເຫັນເຖິງ ການປ່ຽນແປງໃນຄວາມປະພຶດຂອງຕົນເສຍກ່ອນ ເປັນຕົ້ນວ່າ
ຍຸດເຊົາການເຄື່ອນໄຫວແບບເກາະຜິດຄິດຮ້າຍ ເອົາບາດກ້າວໄປສູ່ການເຮັດໃຫ້ແຫລມເກົາ
ຫລີປອດນີວເຄລຍ ຢ່າງຕ່າວປີ້ນບໍ່ໄດ້ ແລະປະຕິບັດຕາມມະຕິຕ່າງໆຂອງອົງການສະຫະ
ປະຊາຊາດ ແລະພັນທະທີ່ໄດ້ໃຫ້ໄວ້ຕໍ່ກອງປະຊຸມເຈລະຈາຫົກຝ່າຍ ໃນປີ 2005 ນັ້ນ.
ໃນເວລາຕໍ່ມາ ທ່ານນາງຄລິນ
ຕັນໄດ້ພົບປະສົນທະນາກັບ
ລັດຖະມົນຕີຕ່າງປະເທດຍີ່ປຸ່ນ
ທ່ານ Takeaki Matsumoto
ແລະທ່ານ Kim Sung-hwan
ຄູ່ຕໍ່າແໜ່ງເກົາຫລີໃຕ້ຂອງພວກ
ທ່ານ ກ່ຽວກັບເກົາຫລີເໜືອ.
ຖະແຫລງການຮ່ວມສາມຝ່າຍສະບັບນຶ່ງ ກ່າວວ່າ ການສົນທະນາໂອ້ລົມກັນລະຫວ່າງສອງ
ເກົາຫລີນັ້ນ ຄວນເປັນຂັ້ນຕອນທີ່ຍືນຍົງດໍາເນີນສືບຕໍ່ໄປເລື້ອຍໆ. ນອກນີ້ແລ້ວ ຖະແຫລງ
ການຍັງເວົ້າອີກວ່າ ຈະບໍ່ມີການຮື້ຟື້ນການເຈລະຈາຫົກຝ່າຍຄືນມາ ຖ້າປາດສະຈາກ ກ່ອນ
ອື່ນໝົດ ການດໍາເນີນຄວາມພະຍາຍາມຢ່າງຈິງໃຈ ໂດຍຝ່າຍພຽງຢາງ ເພື່ອປັບປຸງຄວາມ ສໍາພັນກັບເກົາຫລີໃຕ້ໃຫ້ດີຂຶ້ນນັ້ນ.
ໃນຄໍາປາໃສຕໍ່ກອງປະຊຸມສະມາຄົມອາຊ່ຽນນັ້ນ ທ່ານນາງຄລິນຕັນຍັງໄດ້ກ່າວວ່າ ມຽນມາ ທີ່ມີລັດຖະບານພົນລະເຮືອນແຕ່ໃນນາມຊຸດໃໝ່ນັ້ນ ເວລານີ້ ແມ່ນຢູ່ໃນລະຫວ່າງທາງແຍກ
ທີ່ຫລໍ່ແຫລມທີ່ສຸດ ແລະວ່າ ພວກເຈົ້າໜ້າທີ່ຊຸດໃໝ່ຈະຕ້ອງຕັດຄວາມສໍາພັນກັບອະດີດລັດ
ຖະບານທະຫານ ໂດຍການສະໜອງຕອບຄວາມມຸ້ງມາດປາດຖະໜາຢາກມີປະຊາທິປະໄຕ ຂອງປະຊາຊົນມຽນມາ.
ທ່ານ Kurt Campbell ລັດຖະມົນຕີຊ່ວຍວ່າການກະຊວງຕ່າງປະເທດສະຫະລັດ ຮັບຜິດ
ຊອບກິດຈະການເອເຊຍຕາເວັນອອກ ທີ່ໄດ້ນໍາພາຄວາມພະຍາຍາມຂອງສະຫະລັດ ໃນການ
ຍື່ນມືໄປຫາມຽນມານັບຕັ້ງແຕ່ ປີ 2009 ເປັນຕົ້ນມານັ້ນ ໄດ້ກ່າວຕໍ່ພວກສື່ຂ່າວວ່າ ມຽນມາ
ຄວນຈະບໍ່ຮັບເອົາຜຽນຂອງຕົນ ໃນການເປັນປະທານວຽນຂອງສະມາຄົມອາຊ່ຽນນັ້ນ ຈົນກວ່າ
ຈະມີການປະຕິຮູບດ້ານປະຊາທິປະໄຕ ເສຍກ່ອນ.
Campbell act//: “They need to make a decision about...
ທ່ານ ແຄມເບລ ເວົ້າວ່າ “ພວກເຂົາເຈົ້າຕ້ອງໄດ້ທໍາການຕັດສິນໃຈ ກ່ຽວກັບວ່າ
ພວກເຂົາເຈົ້າກຽມພ້ອມຫລືບໍ່ ທີ່ຈະເຮັດໃຫ້ຕົນເອງແຕກຕ່າງໄປ ຈາກພວກຜູ້
ນໍາທະຫານທີ່ຜ່ານໆມາ ແລະເອົາບາດກ້າວທີ່ຈໍາເປັນຕ່າງໆ ເພື່ອສະແດງໃຫ້
ເຫັນວ່າ ພວກເຂົາເຈົ້າກຽມພ້ອມທີ່ຈະເຂົ້າຮ່ວມກັບປະຊາຄົມນານາຊາດ. ແລະ
ພວກເຮົາກໍຄິດວ່າ ບາດກ້າວເຫລົ່ານັ້ນ ແມ່ນຈໍາເປັນ ຖ້າຫາກວ່າມຽນມາຈະເຂົ້າ
ມາມີບົດບາດເປັນເຈົ້າພາບຈັດກອງປະຊຸມອາຊ່ຽນໃນປີ 2014 ແລະຖ້າປາດສະ
ຈາກບາດກ້າວດັ່ງກ່າວເຫລົ່ານັ້ນແລ້ວ ພວກເຮົາກໍຮູ້ສຶກວ່າ ພວກລັດຖະບານ
ຊຸດໃໝ່ຂອງມຽນມາ ຈະຂາດຄວາມຖືກຕ້ອງຕາມກົດໝາຍ ທີ່ຈໍາເປັນສໍາລັບ ນາໆຊາດ.”
ໃນຄໍາປາໃສຂອງທ່ານນາງນັ້ນ ລັດຖະມົນຕີຕ່າງປະເທດຄລິນຕັນ ຍັງໄດ້ຍ້ອງຍໍສັນລະເສີນ
ສະມາຄົມອາຊ່ຽນແລະຈີນ ທີ່ໄດ້ບັນລຸການຕົກລົງກັນ ເມື່ອວັນພຸດຜ່ານມາ ກ່ຽວກັບຫລັກ
ຊີ້ນໍາສໍາລັບການແກ້ໄຂບັນຫາເຂດນໍ້າແດນດິນທີ່ເປັນຂໍ້ຂັດແຍ້ງກັນ ຢູ່ເຂດທະເລຈີນໃຕ້ ໂດຍສັນຕິວິທີ.
ຈີນແລະສີ່ປະເທດສະມາຊິກ
ອາຊ່ຽນ ອັນມີຫວຽດນາມ
ມາເລເຊຍ ບລູໄນ ແລະຟິລິບ
ປິນ ພ້ອມກັບໄຕ້ຫວັນນໍາ
ໄດ້ພາກັນອ້າງເອົາກໍາມະສິດ
ທີ່ກວມກັນ ຢູ່ໃນຂົງເຂດມະ
ຫາສະມຸດທີ່ສໍາຄັນທາງຍຸທະ
ສາດ ແລະເຊື່ອວ່າ ອຸດົມສົມ
ບູນດ້ວຍນໍ້າມັນນັ້ນ ໂດຍທີ່
ຈີນເປັນຝ່າຍອ້າງເອົາກໍາມະ
ສິດໃນຂອບເຂດທີ່ກວ້າງໃຫຍ່ ກວ່າໝູ່.
ທ່ານນາງຄລິນຕັນ ກ່າວວ່າ
ທ່ານນາງເປັນຫ່ວງນໍາເຫດການ
ຫລາຍໆບັ້ນ ເມື່ອບໍ່ດົນມານີ້ ທີ່
ພົວພັນກັບເຮືອຂອງກອງທັບເຮືອ
ແລະຊັບສິນອື່ນໆຂອງພວກປະ
ເທດທີ່ຍາດແຍ່ງກັນອ້າງເອົາກໍາ
ມະສິດ ທີ່ຂົ່ມຂູ່ຕໍ່ສັນຕິພາບແລະສະຖຽນລະພາບ ອັນເປັນພື້ນຖານຂອງຄວາມກ້າວໜ້າດ້ານ
ເສດຖະກິດ ທີ່ຂົງເຂດເອເຊຍ-ປາຊິຟິກ ໄດ້ຮ່ວມກັນສ້າງຂຶ້ນມານັ້ນ.
ທ່ານນາງຄລິນຕັນ ກ່າວຕໍ່ໄປວ່າ ທຸກພັກຝ່າຍໃນເລື່ອງນີ້ຄວນຈະດໍາເນີນການອ້າງເອົາກໍາ
ມະສິດຂອງຕົນ ໂດຍໃຫ້ເປັນໄປຕາມກົດໝາຍສາກົນ ອັນໂຮມທັງກົດໝາຍວ່າດ້ວຍສົນທິ
ສັນຍາກ່ຽວກັບທະເລ ສະບັບປີ 1982 ນັ້ນນໍາ.
ເຈົ້າໜ້າທີ່ອາວຸໂສສະຫະລັດທ່ານນຶ່ງ ທີ່ເປັນຜູ້ຖະແຫລງຂ່າວຕໍ່ພວກສື່ ກ່າວວ່າ ເກືອບວ່າ
ໝົດທຸກປະເທດທີ່ຍາດແຍ່ງກັນນັ້ນ ແມ່ນໄດ້ທໍາການອ້າງເອົາເປັນກໍາມະສິດ ແບບເວົ້າເກີນ
ຄວາມຈິງຫລືເວົ້າໂຍກເກີນໄປ ແຕ່ທ່ານບໍ່ຍອມໃຫ້ລາຍວະອຽດຫລາຍໄປກວ່ານັ້ນ.
ເຈົ້າໜ້າທີ່ອາວຸໂສທ່ານນີ້ຍັງເວົ້າອີກວ່າ ສະຫະລັດຢາກຈະເຫັນພັກຝ່າຍຕ່າງໆ ໃນຖານະ
ເປັນບາດກ້າວຕໍ່ໄປນັ້ນ ສະເໜີຂໍ້ອ້າງເອົາເປັນກໍາມະສິດແຂ່ງກັນຂອງພວກຕົນ ພ້ອມທັງ
ເຫດຜົນສະໜັບສະໜູນຢ່າງລະອຽດ ພາຍໃຕ້ໂຄງຮ່າງຂອງກົດໝາຍວ່າດ້ວຍສົນທິສັນຍາ ກ່ຽວກັບທະເລນັ້ນ.
ທ່ານກ່າວຕໍ່ໄປວ່າ ພາກສ່ວນສໍາຄັນທີ່ສຸດຂອງສົນທິສັນຍາສະບັບດັ່ງກ່າວ ກໍຄືວ່າ ສົນທິ
ສັນຍານີ້ໄດ້ບົ່ງອອກມາຢ່າງແຈ້ງຂາວວ່າ ຊາຍແດນທາງທະເລນັ້ນ ແມ່ນກໍານົດຈາກໜ້າດິນ ບໍ່ແມ່ນຂີດແຕ້ມໝາຍເອົາຕາມໃຈມັກ ຢູ່ໃນນ່ານນໍ້າມະຫາສະມຸດອັນກວ້າງໃຫຍ່ນັ້ນ.
ສະຫະລັດໄດ້ລົງນາມໃນສົນທິສັນຍາດັ່ງກ່າວໃນປີ 1994 ແຕ່ສະພາສູງສະຫະລັດຍັງບໍ່ໄດ້
ໃຫ້ສັດຕະຍາບັນເທື່ອ. ຢ່າງໃດກໍຕາມ ເຈົ້າໜ້າທີ່ອາວຸໂສທ່ານນີ້ກ່າວວ່າ ສະຫະລັດເຄົາລົບແລະປະຕິບັດຕາມເງື່ອນໄຂຕ່າງໆ ຂອງສົນທິສັນຍາ ແລະວ່າ ການບໍ່ໄດ້ໃຫ້ສັດຕະຍາບັນ
ນັ້ນ ກໍບໍ່ໄດ້ໜ່ວງໜ່ຽວຂັດຂວາງການດໍາເນີນການທູດຂອງສະຫະລັດ ກ່ຽວກັບບັນຫານີ້ແຕ່ ຢ່າງໃດ.