ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານນາງ Clinton ຢ້ຽມຢາມເກົາຫຼີໃຕ້


ລັດຖະມົນຕີການຕ່າງປະເທດເກົາຫຼີໃຕ້ ທ່ານ Kim Sung-Hwan ພວມຍ່າງໄປຫ້ອງປະຊຸມ ທີ່ກະຊວງ ຕ່າງປະເທດເກົາຫຼີໃຕ້ ກັບລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary Rodham Clinton (16 ເມສາ 2011)
ລັດຖະມົນຕີການຕ່າງປະເທດເກົາຫຼີໃຕ້ ທ່ານ Kim Sung-Hwan ພວມຍ່າງໄປຫ້ອງປະຊຸມ ທີ່ກະຊວງ ຕ່າງປະເທດເກົາຫຼີໃຕ້ ກັບລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary Rodham Clinton (16 ເມສາ 2011)

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hllary
Clinton ໄດ້ເດີນທາງໄປເຖິງກຸງໂຊລໃນວັນເສົາມື້ນີ້ເພື່ອພົບ
ປະກັບເຈົ້າໜ້າທີ່ອະວຸໂສ ຂອງເກົາຫຼີໃຕ້ ໃນການຊອກຫາ
ຊ່ອງທາງນຳເອົາເກົາຫຼີເໜືອກັບຄືນເຂົ້າມາຮ່ວມການເຈລະ
ຈາກ່ຽວກັບການປົດອາວຸດນິວເຄລຍ.

ໃນວັນເສົາມື້ນີ້ທ່ານນາງ Clinton ໄດ້ພົບປະກັບລັດຖະມົນ
ຕີການຕ່າງປະເທດເກົາຫຼີໃຕ້ ທ່ານ Kim Sung-hwan
ຕິດຕາມດ້ວຍການຮັບປະທານອາຫານເຊົ້າທີ່ເຮັດວຽກໄປ
ພ້ອມໃນມື້ວັນອາທິດມື້ອື່ນ ຮ່ວມກັບປະທານາທິບໍດີ Lee
Myungbak ກ່ອນຈະອອກເດີນທາງຕໍ່ໄປຍັງປະເທດຍີ່ປຸ່ນ.

ການເຈລະຈາ 6 ຝ່າຍກ່ຽວກັບການສ້າງອາວຸດນິວເຄລຍ
ຂອງເກົາຫຼີເໜືອທີ່ປະກອບດ້ວຍສອງເກົາຫຼີ ສະຫະລັດ ຈີນ ຍີ່ປຸ່ນແລະຣັດເຊຍນັ້ນໄດ້ຢຸດຊະງັກລົງມາໄດ້ 2 ປີກວ່າ
ແລ້ວ.

ສະຫະລັດແລະເກົາຫຼີໃຕ້ກ່າວວ່າ ການເຈລະຈາດັ່ງກ່າວ ບໍ່ສາມາດທີ່ຈະເປີດຄືນໃໝ່ໄດ້ຈົນ
ກວ່າເກົາຫຼີເໜືອຈະສະແດງໃຫ້ເຫັນວ່າ ຕົນມີຄວາມຈິງໃຈ ທີ່ຈະໃຫ້ການເຄົາລົບຕໍ່ຄຳໝັ້ນ
ສັນຍາທີ່ຕົນໄດ້ໃຫ້ໄວ້ໃນໄລຍະຜ່ານມາ ກ່ຽວກັບການທັບມ້າງ ໂຄງການສ້າງອາວຸດນິວ
ເຄລຍນັ້ນ.

XS
SM
MD
LG