ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ຈະໃຫ້ສັດຕະຍາບັນ ຕໍ່ຂໍ້ຕົກລົງການຄ້າ ກັບເກົາຫລີໃຕ້ ໃນປີນີ້.


ປະທານາທິບໍດີ Lee Myung-bak ເກົາຫລີໃຕ້ ກໍາລັງປຶກສາຫາລີກັບ ທ່ານນາງ Hillary Clinton ລັດຖະມົນຕ່າງປະເທດສະຫະລັດກ່ຽວກັບ
ເລຶ່ອງການຄ້າເສລີ ເມື່ອວັນທີ່ 17 ເດືອນນີ້ ທີ່ເກົາຫລີໃຕ້
ປະທານາທິບໍດີ Lee Myung-bak ເກົາຫລີໃຕ້ ກໍາລັງປຶກສາຫາລີກັບ ທ່ານນາງ Hillary Clinton ລັດຖະມົນຕ່າງປະເທດສະຫະລັດກ່ຽວກັບ ເລຶ່ອງການຄ້າເສລີ ເມື່ອວັນທີ່ 17 ເດືອນນີ້ ທີ່ເກົາຫລີໃຕ້

ທ່ານນາງ ຮິລແລຣີ ຄລິນຕັນ ລັດຖະມົນຕີຕ່າງປະເທດ
ສະຫະລັດ ກ່າວເມື່ອວັນອາທິດມື້ນີ້ວ່າ ລັດຖະບານຂອງ
ປະທານາທິບໍດີ ໂອບາມາ ແມ່ນມີຄວາມໝັ້ນໝາຍທີ່ຈະ
ໃຫ້ສັດຕະຍາບັນຕໍ່ຂໍ້ຕົກລົງການຄ້າເສລີສະບັບນຶ່ງກັບເກົາ
ຫລີໃຕ້ໃນປີນີ້.

ທ່ານນາງຄລິນຕັນໄດ້ບອກກັບພວກຜູ້ນໍາທຸລະກິດກຸ່ມນຶ່ງ
ທີ່ເຕົ້າໂຮມກັນຢູ່ໃນນະຄອນຫລວງໂຊລຂອງເກົາຫລີໃຕ້
ວ່າການທີ່ຈະໃຫ້ສັນຍາການຄ້າເສລີຫລື FTA ສໍາເລັດ
ໄດ້ນັ້ນແມ່ນຈະຕ້ອງໄດ້ສົ່ງຂໍ້ຄວາມອັນແຂງແຮງໄປຍັງນະ
ຄອນຫລວງໂຊລວ່າປະເທດທັງສອງນັ້ນເປັນພາຄີການຄ້າ
ກັນແລ້ວ.

ສັນຍາການຄ້າສະບັບດັ່ງກ່າວຂອງຝ່າຍສະຫະລັດ ແມ່ນ
ໄດ້ເຊັນລົງນາມໃນ ປີ 2007 ແຕ່ຍັງບໍ່ໄດ້ໃຫ້ສັດຕະຍາ
ບັນເທື່ອໂດຍທັງສອງປະເທດກໍຄືສະຫະລັດແລະເກົາຫລີ
ໃຕ້ນັ້ນ.

ໃນຕອນເຊົ້າຂອງວັນອາທິດມື້ນີ້ ທ່ານນາງ ຄລິນຕັນໄດ້ພົບປະກັບ ປະທານາທິບໍດີເກົາຫລີ ໃຕ້ ທ່ານ ລີ ມີອອງບັກ ເພື່ອປຶກສາຫາລືກັນເຖິງຄວາມພະຍາຍາມຕ່າງໆເພື່ອໃຫ້ສັດຕະ ຍາບັນສັນຍາການຄ້າເສລີ ດັ່ງກ່າວ ແລະເພື່ອຮ່ວມປະສານງານກັນດ້ານຍຸທະສາດກ່ຽວກັບ ເກົາຫລີເໜືອນັ້ນ.

XS
SM
MD
LG