ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໓໑ ມີນາ ໒໐໒໓

ຍີ່ປຸ່ນແລະສະຫະລັດ ຈັດຕັ້ງຄວາມເປັນພາຄີກັນ ບູລະນະເຂດປະສົບໄພ


ທ່ານນາງ Hillary Clinton ລັດຖະມົນຕີຕ່າງປະເທດສະຫະລັດ ຂະນະຢ້ຽມຢາມຍີ່ປຸ່ນເປັນເວລາສັ້ນໆ

ຍີ່ປຸ່ນ ແລະສະຫະລັດ ໄດ້ຕົກລົງກັນທີ່ຈະຈັດຕັ້ງຄວາມ ເປັນພາຄີກັນລະຫວ່າງສາທາລະນະແລະເອກະຊົນ ພາຍ ໃຕ້ການຊີ້ນໍາຂອງຍີ່ປຸ່ນ ເພື່ອຊ່ວຍເຫລືອສ້ອມແປງປະຊາ ຄົມຕ່າງທີ່ໄດ້ຮັບຄວາມຫາຍະນະໂດຍໄພແຜ່ນດິນ ໄຫວ ເມື່ອຄັ້ງວັນທີ່ 11 ເດືອນມີນາຜ່ານມາດ້ວຍຄວາມແຮງ 9 ຣິກເຕີນັ້ນ

ການປະກາດດັ່ງກ່າວນີ້ ມີຂຶ້ນໃນວັນອາທິດມື້ນີ້ ໃນລະ
ຫວ່າງການຢ້ຽມຢາມ ນະຄອນຫລວງໂຕກຽວຂອງ
ທ່ານ ນາງຮິລແລຣີ ຄລິນຕັນ ລັດຖະມົນຕີຕ່າງປະ
ເທດສະຫະລັດ ທ່ານນາງຄລິນຕັນ ທີ່ຢູ່ໃນຍີ່ປຸ່ນຄັ້ງນີ້
ເພື່ອສະແດງຄວາມເປັນເອກະພາບກັນຂອງສະຫະລັດ
ກັບຍີ່ປຸ່ນ ຫລັງຈາກໄພແຜ່ນດິນ ໄຫວແລະຄື້ນຟອງ
ສຸນາມິທີ່ອັນຕະລາຍ ເຖິງຕາຍນັ້ນ ແລະປະເຊີນກັບ
ວິກິດການດ້ານນີວເຄລຍທີ່ໂຮງໄຟຟ້ານີວເຄລຍຢູ່ນີ້.

ໃນລະຫວ່າງການຢ້ຽມຢາມເປັນເວລາສັ້ນໆຂອງທ່ານນາງຄລິນຕັນນັ້ນ ທ່ານນາງໄດ້ພົບປະ ກັບ ທ່ານ Takeaki Matsumoto ລັດຖະມົນຕີຕ່າງ ປະເທດຍີ່ປຸ່ນ ແລະໄດ້ຮ່ວມດື່ມ ນໍ້າຊາກັບຈັກກະພັດ Akihito ແລະພະຊາຍາ ຈັກກະພັດດິນີ Michiko ນອກນີ້ແລ້ວ ນັກການທູດລະດັບສູງສະຫະລັດຍັງໄດ້ໂອ້ລົມສົນທະນາກັບນາຍົກລັດຖະມົນຕີ ຍີ່ປຸ່ນ ທ່ານ Naoto Kan ນັ້ນນໍາ.

XS
SM
MD
LG