ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ​ນາງ Hillary Clinton ພົບປະ ຜູ້ນໍາ Israel


ລັດຖະມົນຕີ​ການ​ຕ່າງປະ​ເທດສະຫະລັດ ທ່ານ​ນາງ Hillary Clinton (ຂວາ) ກັບ ທ່ານ Shimon Peres ປະທານາທິບໍດີ Israel
ລັດຖະມົນຕີ​ການ​ຕ່າງປະ​ເທດສະຫະລັດ ທ່ານ​ນາງ Hillary Clinton (ຂວາ) ກັບ ທ່ານ Shimon Peres ປະທານາທິບໍດີ Israel

ລັດຖະມົນຕີ​ການ​ຕ່າງປະ​ເທດສະຫະລັດ ທ່ານ​ນາງ Hillary Clinton ກ່າວວ່າ ສະຫະລັດ
ຈະໃຊ້ “ທຸກອົງ​ປະກອບຂອງກໍາລັງສະຫະລັດ
ທີ່ຈະປ້ອງກັນບໍ່ໃຫ້ອີຣານ ​ມີອາວຸດນີວເຄລຍ
ຢູ່​ໃນ​ຄວາມ​ຄອບ​ຄອງ​ໄດ້.

ທ່ານນາງ Clinton ໄດ້ກ່າວໃນວັນຈັນວານນີ້ຫຼັງຈາກທີ່ໂອ້ລົມກັບເຈົ້າໜ້າທີ່ຂັ້ນສູງຂອງ
Israel ທີ່ນະຄອນ Jerusalem ວ່າ ຂໍ້ສະເໜີຂອງທາງ​ອີຣານໃນເລື່ອງດັ່ງກ່າວນັ້ນ
ມາ​ຮອດ​ປັດຈຸບັນ​ນີ້ “ບໍ່ແມ່ນການເລີ່ມຕົ້ນ.”​ ຊຶ່ງທ່ານນາງກ່າວວ່າ“ພວກເຮົາທັງ​ໝົດ
ແມ່ນຢາກເຫັນການ​ແກ້ໄຂ​ທາງ​ດ້ານ​ການ​ທູດ ແລະພວກຜູ້ນໍາຂອງອີຣານກໍຍັງມີ
ໂອກາດ ທີ່ຈະຕັດສິນໃນທາງທີ່ຖືກຕ້ອງ ​ໃນ​ທີ່​ສຸດ​ແລ້ວ ທາງເລືອກກໍຂຶ້ນຢູ່ກັບອິຣານ​ເອງ.”​

ສະຫະລັດ ອີສຣາແອລ ແລະຫຼາຍປະເທດໃນຢູໂຣບ ສົງໄສວ່າ ອີຣານ ແມ່ນກໍາລັງສ້າງອາວຸດ
ນີວເຄລຍ. ອີຣານປະຕິເສດຕໍ່ຂໍ້ກ່າວຫາດັ່ງກ່າວ ແລະວ່າການກັ່ນທາດຢູເຣນຽມນັ້ນແມ່ນເພື່ອ
ນໍາໃຊ້​ໃນ​ດ້ານພົນລະເຮືອນແລະການຄົ້ນຄວ້າ ທາງການແພດເທົ່ານັ້ນ.

ທາງນາງ Clinton ກັບຄືນສູ່ກຸງວໍຊິງຕັນໃນຕອນ​ເຊົ້າວັນອັງຄານມື້ນີ້ ສິ້ນສຸດການເດີນທາງ
ຢ້ຽມຢາມ 9 ປະ​ເທດ ໃນຢູໂຣບ ເອເຊຍ ແລະຕາເວັນອອກກາງ ເປັນເວລາ 2 ອາທິດ.

XS
SM
MD
LG