ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໓ ກັນຍາ ໒໐໒໓

ສະຫະລັດແລະອິນໂດເນເຊຍ ຮຽກຮ້ອງໃຫ້ມີການປະຕິບັດ ຂໍ້ຕົກລົງກ່ຽວກັບເຂດທະເລຈີນໃຕ້


ທ່ານນາງ Hillary Rodham Clinton ລັດຖະມົນຕີການຕ່າງປະເທດສະຫະລັດ ກັບທ່ານ Marty Natalegawaລັດຖະມົນຕີຕ່າງປະເທດອິນໂດເນເຊຍ ທີ່ກອງປະຊຸມຖະແຫລງຂ່າວ ຢູ່ເກາະບາຫລີ ອິນໂດເນເຊຍ, ວັນທີ 24 ກໍລະກົດ 2011.

ທ່ານ​ນາງ​ຮີນ​ລາຣີ ຄລິນ​ຕັນ ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ແລະ​ທ່ານ Marti
Natalegawa ລັດຖະມົນຕີ​ການ​ຕ່າງປະ​ເທດ​ອິນ​ໂດ​ເນ​ເຊຍ​ ຮຽກຮ້ອງ​ໃຫ້​ມີ​ການເອົາ​ບາດ
ກ້າວຢ່າງ​ຮີບ​ດ່ວນ ​ຕິດຕາມຂໍ້​ຕົກລົງ​ໂດຍ​ຈີນ​ແລະພວກ​ປະ​ເທດ​ໃນ​ກຸ່ມ​ອາ​ຊ່ຽນ​ ກ່ຽວ​ກັບ
​ການ​ແກ້​ໄຂ​ຢ່າງ​ສັນຕິ ບັນຫາ​ຂັດ​ແຍ້​ງກັນເລື້ອງ​ເຂດ​ນໍ້າ​ແດນ​ດິນໃນ​ເຂດ​ທະ​ເລ​ຈີນ​ໃຕ້​ນັ້ນ.

ນັກ​ການ​ທູດ​ຂັ້ນ​ສູງ​ສຸດ​ຂອງ​ສອງ​ປະ​ເທດ​ດັ່ງກ່າວ​ໄດ້​ໂອ້​ລົມ​ສົນທະນາ​ກັນ​ເລື້ອງ​ນີ້​ ໃນ​ການ
​ພົບ​ປະກັນ​ສ​ອງຝ່າຍ​ໃນ​ວັນ​ອາທິດ​ມື້​ນີ້​ທີ່ເກາະ​ບາ​ຫລີ ອິນ​ໂດ​ເນ​ເຊຍ.

ໃນ​ການ​ຖະ​ແຫລ​ງຂ່າວ​ຮ່ວມ​ກັນ​ນັ້ນ ທ່ານ​ນາງຄລິນ​ຕັນ​ກ່າວ​ວ່າ ພວກປະ​ເທດ​ໃນ​ກຸ່ມ​ອາ​ຊ່ຽນ
ແລະ​ຈີນ​ ຄວນ​ຈະ​ທໍາ​ການ​ເຄື່ອນ​ໄຫວ​ຢ່າງ​ຮີບ​ດ່ວນ​ ຈັດ​ຕັ້ງ​ປະຕິບັດກົດ​ແຫ່ງ​ຄວາມ​ປະພຶດ​
ເພື່ອຫລີກ​ລ້ຽງ​ບັກ​ຫາຂັດແຍ້​ງກັນ​ໃນ​ຂົງ​ເຂດ​ທີ່​ອຸດົມສົມບູນ​ດ້ວຍ​ແຫ​ລ່ງຊັບພະຍາກອນ​ແຫ່ງ​
ນີ້.

ທ່ານ​ນາ​ຕາ​ເລ​ກາ​ວາ ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ວ່າ ທ່ານ​ຫວັງ​ວ່າ​ຈະມີ​ການ​ທໍາຄວາມ​ຄືບ​ໜ້າ​ຕໍ່​
ໄປໃນ​ການ​ດໍາ​ເນີນ​ຂັ້ນ​ຕອນ​ດັ່ງກ່າວ ​ກ່ອນ​ປະ​ເທດ​ຂອງ​ທ່ານ​ຈະ​ເປັນ​ເຈົ້າພາບ​ຈັດ​ກອງ​ປະ
ຊຸມ​ສຸດຍອດ​ເອ​ເຊຍ​ໃນ​ເດືອນ​ພະຈິກ​ປີ​ນີ້ ຊຶ່ງກອງ​ປະຊຸມ​ສຸດ​ຍອດ​ດັ່ງກ່າວ​ ຈະ​ຮວມທັງ​ສະຫະ
ລັດ​ເປັນ​ເທື່ອ​ທໍາ​ອິດ.

ຈີນ​ອ້າງ​ເອົາ​ກໍາມະສິດ​ພາກ​ພື້ນ​ດັ່ງກ່າວ​ເກືອບ​ທັງ​ໝົດ ​ໃນ​ຂະນະ​ທີ່​ອີກ 5 ປະ​ເທດ​ໄດ້​ກ່າວ​
ອ້າງກໍາມະສິດ​ກວມ​ກັນ​ໃນ​ຂົງ​ເຂດ​ດັ່ງກ່າວ​ ອັນ​ມີ ​ຟີ​ລິບປິນ ມາ​ເລ​ເຊຍ ບຣູ​ໄນ ຫວຽດນາມ​
ແລະ​ໄຕ້ຫວັນ.

ການ​ພົບ​ປະ​ຫາລື​ກັນ​ໃນ​ວັນ​ອາທິດ​ມື້​ນີ້ ​ທີ່​ເກາະ​ບາ​ຫລີ ຍັງ​ໄດ້​ເວົ້າ​ເລື້ອງມຽນມາ ການ​ປະທະ​
ກັນໃນຊາຍ​ແດນ​ລະຫວ່າງ​ໄທ​ແລະ​ກໍາປູ​ເຈຍ ​ແລະ​ເລື້ອງ​ສິດທິ​ມະນຸດ​ນໍາ.

XS
SM
MD
LG