ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໐ ມິຖຸນາ ໒໐໒໓

ທ່ານນາງ Clinton ຢ້ຽມຢາມ ເຄັນຢາ (ສະໄລດ໌)


ລັດຖະມົນຕີການຕ່າງປະເທດ ສະຫະລັດ ອາເມຣິກາ ທ່ານນາງ Hillary Clinton ໄດ້ເດີນທາງມາເຖິງ ເຄົນຢາ ໃນວັນເສົານີ້ ບ່ອນຢຸດແວ່ແຫ່ງສຸດ ທ້າຍໃນການຢ້ຽມຢາມ ອາຟຣິກາ ເປັນເວລາ 11 ວັນ.

ລັດຖະມົນ​ຕີການ​ຕ່າງປະ​ເທດສະຫະລັດ​ ທ່ານ​ນາງ Hillary Clinton ​ໄດ້​ເດີນທາງໄປເຖິງ
​ເຄັນ​ຢາ ໃນ​ວັນ​ເສົາ​ນີ້ ຊຶ່ງ​ເປັນ​ບ່ອນຢຸດແວ່​ແຫ່ງສຸດ​ທ້າຍ​ຂອງທ່ານນາງ ​ໃນ​ການ​ຢ້ຽ​ມຢາມ
ອາ​ຟຣິກາ ​ເປັນ​ເວລາ 11 ວັນ.

ທ່ານ​ນາງ Clinton ຈະກົດ​ດັນ ​ໃຫ້​ບັນດາ​ຜູ້​ນໍາຂອງເຄັນ​ຢາ ຈັດ​ການ​ເລືອກ​ຕັ້ງ​ຢ່າງ​ເສລີ
​ແລະຍຸດຕິ​ທໍາ​ຂຶ້ນ ຕາມ​ທີ່​ໄດ້​ວາງ​ແຜນ​ຈະ​ຈັດ​ຂຶ້ນໃນ​ທ້າຍ​ປີນັ້ນ. ການ​ເລືອກ​ຕັ້ງ​ທີ່​ເຄັນ​ຢາ
​ໃນ​ປີ 2007 ​ໄດ້ນໍາ​ໄປ​ສູ່​ການ​ກໍ່​ຄວາມ​ຮຸນ​ແຮງ​ຢ່າງແຜ່​ຫລາຍ.

ນອກ​ນີ້​ແລ້ວ ທ່ານ​ນາງ Clinton ຍັງຈະພົບ​ປະກັບ​ບັນດາຜູ້​ນໍາຂອງ​ໂຊ​ມາ​ເລຍ ​ເພື່ອນບ້ານ​
ຂອງ​ເຄັນ​ຢາ​ນັ້ນ ​ເພື່ອ​ຮຽກຮ້ອງໃຫ້ພວກເຂົາ​ເຈົ້າ ປະຕິບັດ​ໃຫ້​ສໍາ​ເລັດ ​ການ​ຫັນປ່ຽນ​ທາງ​
ການ​ເມືອງ​ໄປ​ສູ່​ການຈັດ​ຕັ້ງ​ລັດຖະບານ​ຊຸດ​ໃໝ່​ຂຶ້ນ​ມາ ​ໃຫ້​ທັນ​ກັບ​ກໍາໜົດທີ່​ໄດ້​ວາງ​ໄວ້. ລັດ
ຖະບານ​ໄລຍະ​ຂ້າມ​ຜ່ານ​ແມ່ນ​ຈະ​ພົ້ນ​ຈາກ ຕໍາ​ແໜ່​ງ​ໄປ​ໃນ​ວັນ​ທີ 20 ເດືອນສິງຫານີ້ ​ເວລາ​
ທີ່​ສິດອໍານາດ​ທີ່ອົງການສະຫະ​ປະຊາ​ຊາດມອບ​ໃຫ້ ໝົດ​ກໍານົດ​ລົງ.

ໃນວັນ​ພະຫັດຜ່ານ​ມາ​ນີ້ ຫລັງ​ຈາກ​ທີ່​ໂຊ​ມາ​ເລຍ​ໄດ້​ຮັບ​ຮອງ​ເອົາ​ລັດຖະທໍາ​ມະນູນ ຊົ່ວ​ຕໍ​ຄາວ​
ສະບັບ​ໃໝ່​ນັ້ນ ທ່ານ​ນາງ Clinton ​ໄດ້ຮຽກຮ້ອງ​ໃຫ້​ບັນດາ​ຜູ້​ນໍາ​ໂຊ​ມາ​ເລຍ ໃຫ້ປະຕິບັດ​ວຽກ​
ງານ​ທີ່​ຍັງເຫ​ລື​ອຢູ່​ນັ້ນ “​ໂດຍໄວ​ແລະດ້ວຍ​ຄວາມ​ໂປ່​ງ​ໄສ.” ບັນດາ​ຜູ້​ນໍາ​ໂຊ​ມາ​ເລຍຍັງ​ຈະ​ຕ້ອງ
ໄດ້ເລືອກຕັ້ງ​ເອົາສະມາຊິກ​ສະພາ​ຊຸດ​ ຕໍ່​ໄປ ​ແລະ ປະທານາທິບໍດີ​ຄົນໃໝ່ນໍາ.

​ຂະນະ​ທີ່ຢ້ຽມຢາມຊູ​ດານ​ໃຕ້ໃນ​ວັນ​ສຸກ​ວານ​ນີ້ ທ່ານ​ນາງ Clinton ໄດ້ຮຽກຮ້ອງໃຫ້​ປະ​ເທດ
ນັ້ນ ພ້ອມ​ດ້ວຍ​ເພື່ອນບ້ານຊູ​ດານ ຈົ່ງ​ແກ້​ໄຂການ​ຜິດ​ຖຽງ​ກັນ​ທີ່​ຂົມ​ຂື່ນ ທີ່​ໄດ້​ຜັກ​ດັນ​ໃຫ້​ປະ​
ເທດ​ທັງ​ສອງເກືອບ​ທໍາ​ສົງຄາມກັນ ໃນ​ຕົ້ນ​ປີ​ນີ້.

ໃນ​ວັນ​ສຸກວານ​ນີ້​ເຊ່ນ​ກັນ ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ ໄດ້​ພົບ​ປະ​ກັບປະທານາທິ
ບໍດີ ​ອູການ​ດາ ທ່ານ Yoweri Museveni ຢູ່​ນະຄອນຫລວງ Kampala ​ແລະ ຮຽກຮ້ອງ​
ໃຫ້ ອູ​ການ​ດາ ສືບ​ຕໍ່​ນໍາພາ​ຄວາມ​ພະຍາຍາມ​ໃນ​ການ​ຕາມລ່າໂຕ ພວກ​ນັກ​ລົບ​ຂອງ​ກຸ່ມ
ກະບົດ Lord’s Resistance Army ຢູ່​ພາ​ກກາງອາ​ຟຣິກາ ​ແລະ​ຕໍ່ສູ້​ກັບກຸ່ມກໍ່​ການ​ຮ້າຍ
ມຸສລິ​ມ ​ໃນ​ໂຊ​ມາ​ເລຍ.

ຫລັງ​ຈາກ​ການ​ຢ້ຽ​ມຢາມ​ທີ່​ເຄັນ​ຢາ ທ່ານ​ນາງ Clinton ມີ​ກໍານົດ​ຢ້ຽ​ມຢາມ ປະ​ເທດມາລາ​ວີ ​
ແລະ ອາ​ຟຣິກາ​ໃຕ້ ຕໍ່​ໄປ.

XS
SM
MD
LG