ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ່ານນາງ ຄລິນຕັນ ຢ້ຽມຢາມ Algeria


ລັດຖະມົນຕີການຕ່າງປະເທດ Algeria ທ່ານ Mourad Medelci (ກາງ) ກໍາລັງຕ້ອນຮັບ ລັດຖະມົນຕີການຕ່າງ
ປະເທດສະຫະລັດ ທ່ານນາງ ຮິລລາຣີ ຄລິນຕັນ
ລັດຖະມົນຕີການຕ່າງປະເທດ Algeria ທ່ານ Mourad Medelci (ກາງ) ກໍາລັງຕ້ອນຮັບ ລັດຖະມົນຕີການຕ່າງ ປະເທດສະຫະລັດ ທ່ານນາງ ຮິລລາຣີ ຄລິນຕັນ
ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ ຮິລລາຣີ
ຄລິນຕັນ ກໍາລັງທໍາການຢ້ຽມຢາມປະເທດ Algeria ເພື່ອທໍາ
ການໂອ້ລົມສົນທະນາ ກັບເຈົ້າໜ້າທີ່ທີ່ນັ້ນ ກ່ຽວກັບການດໍາ
ເນີນຄວາມພະຍາຍາມເພື່ອຕໍ່ສູ້ກັບກຸ່ມຫົວຮຸນແຮງອິສລາມ
ໃນປະເທດເພື່ອນບ້ານມາລີນັ້ນ

ທ່ານນາງ ຄລິນຕັນ ຈະເຂົ້າພົບກັບປະທານາທິບໍດີ Abdelaziz
Bouterflika. ເຈົ້າໜ້າທີ່ຂອງກະຊວງການຕ່າງປະເທດ ກ່າວວ່າ
ທ່ານນາງ ຄລິນຕັນ ຢາກຈະໄດ້ຍິນວ່າ ປະເທດ Algeria ອາດ
ຈະເຂົ້າຮ່ວມກັບສະຫະລັດ, ຝຣັ່ງ ແລະບັນດາປະເທດອື່ນໆ ໃນການຊ່ອຍສະໜັບສະໜູນກອງກໍາລັງຂອງອາຟຣິກາຕາເວັນ
ຕົກ ສໍາຫຼັບມາລີນັ້ນ ໄດ້ແນວໃດພວກກຸ່ມຫົວຮຸນແຮງອິສລາມ
ໄດ້ເຂົ້າຄວບຄຸມພາກເໜືອຂອງມາລີ ຫຼັງຈາກການກໍ່ລັດຖະປະ
ຫານໃນເດືອນມີນາ ໄດ້ໂຄ່ນລົ້ມລັດຖະບານໃນເມືອງຫລວງ Bamako ນັ້ນ.

ທ່ານນາງ ຄລິນຕັນ ກ່າວວ່າ ກຸ່ມກໍ່ການຮ້າຍ al-Qaida ໃນເຂດອິສລາມ Maghred ກໍາລັງກໍາງານຮ່ວມກັບກຸ່ມຫົວຮຸນແຮງກຸ່ມອື່ນໆ ເພື່ອບ່ອນທໍາລາຍການຫັນປ່ຽນໄປສູ່ ປະຊາທິປະໄຕ ຢູ່ໃນປະເທດຕ່າງໆໃນອາຟຣິກາເໜືອນັ້ນ ແລະກໍໄດ້ມີບົດບາດ ໃນ ການໂຈມຕີຕໍ່ສະຖານກົງສູນຂອງສະຫະລັດໃນເມືອງ Bengazi, ປະເທດລີເບຍ ທີ່ໄດ້ ສັງຫານເອກ ອັກຄະລັດຖະທູດ ແລະຊາວອາເມຣິກັນ ອີກ 3 ຄົນ.

ປະຊາຄົມເສດຖະກິດຂອງກຸ່ມປະເທດໃນອາຟຣິກາຕາເວັນຕົກ ໄດ້ສະເໜີໃຫ້ສົ່ງກໍາລັງ
ທະຫານ 3,000 ຄົນໄປຊ່ອຍສ້າງຄວາມທຸ່ນທ່ຽງ ຢູ່ໃນປະເທດມາລີ ກໍ່ສ້າງກອງທັບຂອງ
ປະເທດ ຄືນມາ ແລະຂັບໄລ່ ພວກຫົວຮຸນແຮງອອກໄປ.
XS
SM
MD
LG