ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດເພີ່ມເງິນ ຊ່ວຍເຫລືອພວກອຶດຫິວ ໃນແຫລມອາຟຣິກາ (ເບິ່ງວີດີໂອພາສາລາວ/ອັງກິດ)


ເດັກນ້ອຍແລະແມ່ຍິງອຶດຫິວ ຈໍານວນນຶ່ງ ລໍຖ້າເອົາອາຫານຊ່ວຍເຫລືອ ຢູ່ໃກ້ໆສູນອົບພະຍົບ Kakuma ໃນເຂດເມືອງ Turkana ທາງກໍ້າຕາເວັນຕົກສຽງເໜືອຂອງນະຄອນຫລວງໄນໂຣບີ ຂອງປະເທດເຄັນຢາ, ວັນທີ 8 ສິງຫາ 2011.
ເດັກນ້ອຍແລະແມ່ຍິງອຶດຫິວ ຈໍານວນນຶ່ງ ລໍຖ້າເອົາອາຫານຊ່ວຍເຫລືອ ຢູ່ໃກ້ໆສູນອົບພະຍົບ Kakuma ໃນເຂດເມືອງ Turkana ທາງກໍ້າຕາເວັນຕົກສຽງເໜືອຂອງນະຄອນຫລວງໄນໂຣບີ ຂອງປະເທດເຄັນຢາ, ວັນທີ 8 ສິງຫາ 2011.

ສະຫະລັດໄດ້ຮັບປາກຈະໃຫ້ເງິນຊ່ວຍເຫລືອເພີ່ມອີກຈໍານວນ 17 ລ້ານໂດລາ ແກ່ພວກ ປະເທດໃນຂົງເຂດແຫລມອາຟຣິກາ ເພື່ອຮັບມືກັບໄພແຫ້ງແລ້ງທີ່ຮ້າຍແຮງທີ່ສຸດນັ້ນ. ເງິນຈໍານວນນີ້ແມ່ນໂຮມທັງ 12 ລ້ານໂດລາສໍາລັບປະເທດໂຊມາເລຍ ບ່ອນທີ່ປະຊາຊົນ ຫລາຍໝື່ນຄົນ​ໄດ້ລົ້ມຕາຍ ຍ້ອນຄວາມອຶດຫິວແລະ​ໂຣຄາພະຍາດ. ໃນຄໍາປາໃສທີ່ວໍຊິງຕັນ ເມື່ອວັນພະຫັດ ອາທິດ​ແລ້ວນີ້ ທ່ານນາງ ຮິລແລຣີ ຄລິນຕັນ ລັດຖະມົນຕີຕ່າງປະເທດ ສະຫະລັດກ່າວວ່າ ການສະໜອງຕອບຕໍ່ຄວາມອຶດຫິວນັ້ນ ແມ່ນຈະຕ້ອງມອງເບິ່ງອອກ​ໄປ ກາຍວິກິດການໃນປັດຈຸບັນນີ້ ແລະວ່າ ບັດນີ້ມັນເຖິງເວລາ​ແລ້ວທີ່ຈະເພ່ງເລັງໃສ່ການຮັບປະ ກັນບໍ່​ໃຫ້ເກີດບັນຫານີ້ຊໍ້າຂຶ້ນມາອີກໄດ້. ທອງປານ ມີເລຶ່ອງນີ້ ມາສະເນີທ່ານໃນອັນດັບ ຕໍ່ໄປ

ມີປະຊາຊົນຫລາຍກວ່າສອງລ້ານຄົນ ທີ່ໜີອອກຈາກບ້ານຢູ່ອາໃສທີ່ປະສົບ ໄພແຫ້ງແລ້ງ ຢ່າງໜັກໃນໂຊມາເລຍນັ້ນ ເພື່ອ​ໄປຊອກຫາອາຫານຕາມ ຄ້າຍພັກ​ແຫ່ງຕ່າງໆຄື​ກັນ​ກັບທີ່
ເຫັນ ຢູ່ໃນນີ້ ຢູ່​ໃກ້ເມືອງຫລວງໂມກາດີສຊຸ.

ແມ່ຍິງຄົນນີ້ ນັບວ່າເປັນຜູ້ນຶ່ງທີ່ໂຊກດີທີ່ຄອບຄົວຂອງລາວລອດຕາຍຈາກການຍ່າງທີ່ແສນ
ໄກ ແລະທຸລະກັນດານນັ້ນ.

“ພວກເຮົາບໍ່​ໃຜ​ຕາຍຈັກຄົນ ພວກເຮົາເປັນຊາວນາແລະຄົນລ້ຽງສັດ. ພວກເຮົາໄດ້ສູນ
ເສຍສັດຂອງພວກເຮົາ​ໄປ​ໝົດ ແຕ່ລູກໆຂອງພວກເຮົາບໍ່ຕາຍ ຍ້ອນພະອັລລາຊ່ວຍ​
ພວກ​ເຮົາ.”

ສັດລ້ຽງທີ່ລົ້ມຕາຍໄປ ຜົນປູກທີ່ເຫືອດແຫ້ງຂາດນໍ້າແລະຄວາມອຶດຫິວ ເປັນເລຶ່ອງລາວ
ທີ່ແຜ່ລາມໄປທົ່ວຂົງເຂດແຫລມອາຟຣິກາ ​ເວລາ​ນີ້.

ທ່ານນາງລັດຖະມົນຕີຄລິນຕັນກ່າວວ່າ ເທື່ອນີ້ບໍ່ແມ່ນເທື່ອທໍາອິດທີ່ບັນຫານີ້ໄດ້ເກີດຂຶ້ນ
ໃນ ຂົງເຂດນີ້.

“ທຸກໆ 10-20 ປີ​ໃດ ບັນຫານີ້ກໍຈະໝຸນ​ວຽນ​ກັບຄືນມາອີກ ແລະມັນ​ຈະເປັນງ່າຍ ທີ່
ຈະບໍ່​ເຮັດ​ຫຍັງ ແລະຖິ້ມ​ໂທດ​ໃສ່​ພວກກໍາລັງທໍາ​ມະ​ຊາດທີ່ພວກ​ເຮົາ​ຄວບ​ຄຸມ​ບໍ່​ໄດ້ ແຕ່
ກົງກວຽນ​ອັນນີ້ ບໍ່ແມ່ນວ່າຈະຫລີກລ່ຽງບໍ່ໄດ້.”

ຄລິກບ່ອນນີ້ ເພື່ອເບິ່ງວີດີໂອພາສາລາວ ຫລືຄລິກບ່ອນ mp4 ຫລື wmv ຂ້າງເທິງເບື້ອງຂວາ

ທ່ານນາງ ຄລິນຕັນກ່າວວ່າ ໂລກມີພ້ອມທັງຄວາມຮູ້ຄວາມສາມາດ ມີເຄຶ່ອງມື​ແລະມີ
ຊັບພະຍາກອນທຸກຢ່າງ ທີ່ຈະກໍາຈັດຄວາມອຶດຫິວໃຫ້ກາຍ​ເປັນ​ພຽງຄວາມຊົງຈໍາໄດ້
ຖ້າຫາກພວກເຮົາມີຄວາມຕັ້ງໃຈຈະເຮັດຈະທໍາ.

ປັດຈຸບັນນີ້ ຊຶ່ງ​ວ່າຜົນກະທົບຈາກຄວາມໝັ້ນຄົງດ້ານສະບຽງອາຫານຮ້າຍແຮງ
ແມ່ນທີ່ສຸດນັ້ນ ພວກເຮົາຈະຕ້ອງອຸທິດຕົນຄືນໃໝ່ອີກ ຕໍ່​ການທັບມ້າງກົງ​ກວຽນ​
ອັນນີ້ ໃຫ້ໄດ້.”

ທ່ານນາງ ຄລິນຕັນ ໄດ້ບອກສະຖາບັນຄົ້ນຄວ້ານະໂຍບາຍດ້ານອາຫານນາໆຊາດວ່າ ສອງປະເທດເພື່ອນບ້ານຂອງໂຊມາເລຍ ຄື ເຄນຢາແລະອີທິໂອເປຍນັ້ນ ໃນປັດຈຸບັນນີ້ ​
ແມ່ນມີ​ສະພາບ​ທີ່ດີຂຶ້ນກ່ວາ ຕອນມີໄພແຫ້ງແລ້ງຄັ້ງຜ່ານໆມານັ້ນຫລາຍ ຍ້ອນວ່າ
ພວກເຂົາເຈົ້າໄດ້ລົງທຶນໃສ່ພວກຊາວນາ ແລະພວກລ້ຽງສັດລາຍນ້ອຍໆທັງຫລາຍ.
ເມື່ອແປດປີກ່ອນ​ນີ້ ໄພແຫ້ງແລ້ງອີກບັ້ນນຶ່ງ​ໄດ້ຍັງຜົນໃຫ້ຊາວອີທິໂອເປຍ ຈໍານວນ 13
ລ້ານ ຄົນຕົກຢູ່ໃນຄວາມສ່ຽງອຶດຫິວ ​ແຕ່ມາປີນີ້ ຕົວເລກແມ່ນໜ້ອຍກວ່າ 5 ລ້ານຄົນ.

“​ແຕ່​ມັນ​ກໍ​ເປັນ​ຈໍານວນທີ່​ຫລວງຫລາຍຈົນຮັບເອົາບໍ່ໄດ້ຢູ່ ແຕ່ວ່າ​ໃນ​ຂະນະ​ດຽວ​ກັນ
ມັນຍັງເປັນການດີ​ຂຶ້ນ​ຫລາຍຢ່າງທີ່ໜ້າປະຫລາດໃຈ ໃນ​ໄລຍະ​ເວລາທີ່ຂ້ອນຂ້າງຈະ
ສັ້ນນັ້ນ. ແລະມັນເປັນຫລັກຖານໃຫ້ເຫັນວ່າ ການລົງທຶນໃສ່ໃນຄວາມໝັ້ນຄົງ ດ້ານ
ສະບຽງອາຫານນັ້ນ ມັນຄຸ້ມຄ່າຢ່າງມີພະລັງ ຫລາຍທີ່ສຸດ.”

ສະຫະລັດໄດ້ຮັບປາກຈະໃຫ້ເງິນຊ່ວຍເຫລືອ 3,500 ລ້ານໂດລາ ແກ່ປະເທດຕ່າງໆ ທີ່ມີ ຄວາມໝັ້ນໝາຍທີ່ຈະຊ່ວຍເຫລືອພວກຊາວນາ ຊາວສວນ ແລະພວກລ້ຽງສັດ ເພື່ອປັບປຸງ ຄວາມໝັ້ນຄົງດ້ານສະບຽງອາຫານຂອງພວກເຂົາເຈົ້າ. ພ້ອມນີ້ ທ່ານນາງຄລິນຕັນໄດ້ຮຽກ
ຮ້ອງໄປ​ຍັງພວກປະເທດໃຫ້ການບໍລິຈາກຊ່ວຍ​ເຫລືອທັງຫລາຍ ຈົ່ງປະຕິບັດເຊັ່ນດຽວກັນ ຊຶ່ງທ່ານນາງກ່າວຍໍ້າວ່າ ຖ້າບໍ່ດັ່ງນັ້ນແລ້ວ ໂລກກໍອາດຈະປະເຊີນກັບ ວິກິດການໃນເຂດ ແຫລມອາຟຣິການັ້ນ ອີກບັ້ນນຶ່ງ. .

XS
SM
MD
LG