ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ​ນາງ Clinton ຮຽກຮ້ອງໃຫ້ ອາຟຣິກາ​ ຕັດຄວາມສໍາພັນ ກັບ ກາດດາຟີ


ລັດຖະມົນຕີ​ການ​ຕ່າງປະ​ເທດສະຫະລັດ ທ່ານ​ນາງ Hillary Clinton
ລັດຖະມົນຕີ​ການ​ຕ່າງປະ​ເທດສະຫະລັດ ທ່ານ​ນາງ Hillary Clinton

ລັດຖະມົນຕີ​ການ​ຕ່າງປະ​ເທດສະຫະລັດ ທ່ານ​ນາງ Hillary Clinton ​ໄດ້​ຮຽກຮ້ອງ​ໃຫ້​ບັນ
ດາປະ​ເທດ ອາຟຣິກາ​ໄດ້​ຕັດ​ຄວາມສຳພັນກັບຜູ້ນໍາ Libya ທ່ານ Moammar Gadhafi
​ແລະ​ທວງໃຫ້ຂັບໄລ່ຜູ້ກ່ຽວອອກ​ຈາກອໍານາດ.

ທ່ານ​ນາງ Clinton ​ໃຫ້ຄວາມເຫັນດັ່ງກ່າວໃນ​ການ​ຖະ​ແຫລ​ງໃນ​ວັນ​ຈັນ​ວານ​ນີ້ ທີ່​ສໍານັກ
ງານ​ໃຫຍ່​ຂອງສະຫະພາບອາຟຣິກາ​ ​ໃນກຸງ Addis Ababa ກ່ອນທີ່ຈະຕັດການເດີນທາງ
ໃນ​ການ​ຢ້ຽມຢາມ​ອາຟຣິກາໃຫ້ສັ້ນ ລົງ​ ຍ້ອນເຝື້ອຂີ້ເຖົ່າ​ຈາກພູ​ເຂົາ​ໄຟ​ທີ່ລະເບີດຢູ່​ໃກ້ໆ​ກັບ
Eritrea ນັ້ນ.

ທ່ານ​ນາງ​ໄດ້​ບອກ​ກັບ​ບັນດາ​ຜູ້​ນໍາອາຟຣິກາ​ ທີ່​ໄດ້​ໄປຮວມກັນ​ທີ່ນະຄອນຫຼວງ​ຂອງ Ethiopia
ນັ້ນ​ວ່າ ທ່ານ Gadhafi ​ໄດ້ສູນເສຍຄວາມຖືກຕ້ອງຊອບທຳ ໃນການທີ່ຈະປົກຄອງປະເທດ
ຕໍ່​ໄປ​ແລ້ວ.​ ທ່ານ​ນາງ​ຍັງໄດ້ຂໍ​ຮ້ອງ​ໃຫ້​ບັນດາປະເທດເຫຼົ່ານີ້ຮຽກຮ້ອງໃຫ້ມີຢຸດຍິງຢ່າງແທ້ຈິງ
ແລະໃຫ້ ການສະໜັບສະ​ໜູນ​ຕໍ່ສະພາໄລຍະຂ້າມຜ່ານແຫ່ງຊາດຂອງພວກກະບົດ.

ທ່ານ​ນາງ​ຍັງໄດ້​ຮຽກຮ້ອງ​ໃຫ້ຂັບໄລ່ບັນດາ​ນັກ​ການ​ທູດຂອງ Libya ອອກ​ຈາກບັນດາປະເທດ
ທີ່ເປັນສະມາຊິກຂອງສະຫະ​ພາບອາຟຣິການໍາ​ອີກ.

ບໍ່ດົນຫຼັງຈາກກ່າວຄຳປາໄສແລ້ວ ທ່ານນາງ Clinton ກໍອອກເດີນທາງຈາກ Ethiopia
​ແລະກັບຄືນສູ່ກຸງ Washington ໃນທັນທີ​ ຍ້ອນຢ້ານວ່າເຝື້ອຂີ້ເຖົ່າຈາກ​ເຂົາ​ໄຟ​ອາດຈະສ້າງ
ບັນຫາ ໃຫ້ແກ່ການເດດີນທາງໄປມາ.

ທ່ານນາງ Clinton ​ແມ່ນ​ ລັດຖະມົນຕີ​ການ​ຕ່າງປະ​ເທດສະຫະລັດຜູ້​ທໍາ​ອິດ​ທີ່​ໄດ້​ຖະ​ແຫລ​ງ
ຕໍ່​ກອງປະຊຸມສະຫະ​ພາບອາຟຣິກາ ທີ່ມີສະມາຊິກ 53 ປະເທດນັ້ນ. ​

XS
SM
MD
LG