ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄາດວ່າ ທ່ານນາງ ຄລິນຕັນ ຈະຖືກສະເໜີຊື່ ເປັນຜູ້ສະໝັກ ຈາກພັກຂອງຕົນ ຢ່າງແນ່ນອນ


Clinton Expected to Clinch Democratic Presidential Nomination Tuesday
please wait

No media source currently available

0:00 0:02:27 0:00

ໃນການແຂ່ງຂັນເປັນປະທານາທິບໍດີຂອງສະຫະລັດນັ້ນ ການເລືອກຕັ້ງຂັ້ນຕົ້ນຂອງລັດ ຈະໄດ້ມ້ວນທ້າຍລົງໃນສັບປະດານີ້ ໂດຍທີ່ລັດ California ຊຶ່ງເປັນລັດ ທີ່ມີປະຊາກອນ ໜາແໜັ້ນທີ່ສຸດນັ້ນ ຈະເປັນບ່ອນທີ່ຈະມອບລາງວັນອັນໃຫຍ່ທີ່ສຸດໃຫ້ແກ່ຜູ້ສະໝັກ.

ການເລືອກຕັ້ງຂັນຕົ້ນ ໃນວັນອັງຄານມື້ອື່ນນີ້ ອາດຈະຕັດສິນໄດ້ຢ່າງແນ່ນອນ ແລະ ຕອບຄຳຖາມທີ່ຍັງມີຢູ່ສຳລັບລະດູການເລືອກຕັ້ງຂັ້ນຕົ້ນ ລະຫວ່າງ ທ່ານນາງ Hillary Clinton ກັບ ທ່ານ Bernie Sanders ວ່າແມ່ນໃຜ ຈະໄດ້ ຖືກສະເໜີຊື່ ເປັນຕົວແທນ ພັກເດໂມແຄຣັດ ແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ.

ທ່ານນາງ Clinton ໄດ້ຊະນະ ທ່ານ Sanders ຢູ່ໃນການເລືອກຕັ້ງຂັ້ນຕົ້ນ ຂອງພັກ ເດໂມແຄຣັດ ໃນ Pueto Rico ເມື່ອວັນອາທິດວານນີ້ ຊຶ່ງໄດ້ຍັບເຂົ້າໃກ້ຕື່ມອີກໜ້ອຍນຶ່ງ ທີ່ຈະໄດ້ຖືກສະເໜີຊື່ ໃນທີ່ສຸດ.

ການຢັ່ງຫາງສຽງຕ່າງໆ ສະແດງໃຫ້ເຫັນ ເຖິງການແຂ່ງຂັນທີ່ສູສີກັນ ຢູ່ໃນລັດ California ອັນເປັນລັດ ທີ່ທ່ານນາງ Clinton ແລະ ທ່ານ Sanders ຕ້ອງການຢາກເອົາຊະນະ ຫຼາຍ ແທ້ໆ. ເຖິງຢ່າງນັ້ນ ກໍຕາມ ທັງສອງທ່ານ ແມ່ນເພັ່ງເລັງ ສຸມກຳລັງຂອງພວກເພິ່ນ ໃສ່ ທ່ານ Donald Trump ຜູ້ທີ່ຄາດວ່າຈະໄດ້ຖືກສະເໜີຊື່ ເຂົ້າແຂ່ງຂັນເອົາຕຳແໜ່ງ ປະທາ ນາທິບໍດີ ຈາກພັກຣີພັບບລີກັນ.

ໃນການກ່າວຄຳປາໄສ ກ່ຽວກັບນະໂຍບາຍການຕ່າງປະເທດ ເມື່ອສັບປະດາແລ້ວນີ້ ທ່ານນາງ Clinton ເວົ້າວ່າ “ຄວາມຄິດຂອງ Donald Trump ນັ້ນ ແມ່ນບໍ່ພຽງແຕ່ ແຕກຕ່າງ ແຕ່ມັນເປັນຄວາມຄິດຂັດສົນ ທີ່ເປັນອັນຕະລາຍ. ລາວບໍ່ພຽງແຕ່ບໍ່ມີຄວາມ ພ້ອມພຽງ ແຕ່ລາວເປັນຜູ້ທີ່ ມີ​ອາລົມທີ່​ຫຸນຫັນ​ພັນ​ແລ່ນ ບໍ່​ເໝາະ​ສົມ ທີ່ຈະ​ຢູ່​ໃນ​ຕຳ ​ແໜ່​ງ ທີ່​ຕ້ອງການ ຄວາມຮູ້ ມີຄວາມໝັ້ນຄົງ ​ແລະ​ຄວາມ​ຮັບຜິດຊອບ​ສູງ.”

ຜູ້ສະໝັກແຂ່ງຂັນເປັນປະທານາທິບໍດີ ສັງກັດພັກເດໂມແຄຣັດ ສະມາຊູກສະພາສູງ ທ່ານBernie Sanders ກ່າວຖະແຫລງ ໃນລະຫວ່າງ ການໂຮມຊຸມນຸມ ຫາສຽງ ຢູ່ທີ່ Cubberley Community Center, ວັນທີ່ 1 ມິຖຸນາ 2016, ໃນເມືອງ Palo Alto ຂອງລັດ California.
ຜູ້ສະໝັກແຂ່ງຂັນເປັນປະທານາທິບໍດີ ສັງກັດພັກເດໂມແຄຣັດ ສະມາຊູກສະພາສູງ ທ່ານBernie Sanders ກ່າວຖະແຫລງ ໃນລະຫວ່າງ ການໂຮມຊຸມນຸມ ຫາສຽງ ຢູ່ທີ່ Cubberley Community Center, ວັນທີ່ 1 ມິຖຸນາ 2016, ໃນເມືອງ Palo Alto ຂອງລັດ California.

ສ່ວນທ່ານ Sanders ສະມາຊິກສະພາສູງ ຈາກລັດ Vermont ໄດ້ກ່າວໃນການຢຸດແວ່ ໂຄສະນາຫາສຽງ ໃນວັນສຸກທີ່ຜ່ານມາ ວ່າ “ອັນທີ່ພວກທ່ານຄວນເຮັດ ໃນເວລາ ທີ່ ທ່ານບໍ່ມີຄຳຕອບອັນແທ້ຈິງໃດໆ ຕໍ່ບັນຫາອັນແທ້ຈິງທັງຫຼາຍແລ້ວ ທ່ານກໍຈະຖິ້ມໂທດ ໃສ່ປະຊາຊົນ. ພວກເຮົາ ຈະບໍ່ປ່ອຍໃຫ້ທ່ານ Trump ແບ່ງແຍກພວກເຮົາ.”

ທ່ານ Trump ຕອບໂຕ້ຄືນ ດ້ວຍການກ່າວປະນາມ ການນຳໃຊ້ ອີເມລສ່ວນຕົວ ຂອງ ທ່ານນາງ Clinton ໃນຂະນະທີ່ເປັນລັດຖະມົນຕີຕ່າງປະເທດ ໃນສະໄໝທຳອິດ ຂອງ ການດຳລົງຕຳແໜ່ງ ຂອງປະທານາທິບໍດີ ບາຣັກ ໂອບາມາ.


ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG