ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານນາງຄລິນຕັນ ຢ້ຽມຢາມ ໂປແລນ


ລັດຖະມົນຕີ ການຕ່າງປະເທດ ສະຫະລັດ ທ່ານນາງ ຮິລລາຣີ ຄລິນຕັນແລະລັດຖະມົນຕີການ ຕ່າງປະເທດ ໂປແລນ ໄດ້ເຂົ້າຮ່ວມ ໃນພິທີລົງນາມ ກ່ຽວກັບຂໍ້ຕົກລົງ ຕໍ່ຕ້ານ ລູກສອນໄຟ ລະຫວ່າງ ປະເທດທັງສອງ ທີ່ເມືອງ KRAKOW.

ທ່ານນາງຄລິນຕັນ ໄດ້ພົບປະ ກັບລັດຖະມົນຕີ ການຕ່າງປະເທດ ໂປແລນ ທ່ານ RADOSLAW SIKORSKI ໃນວັນເສົາມື້ນີ້ ແລະມີກຳນົດ ຈະໄປກ່າວ ຄຳປາໄສ ຕໍ່ກອງປະຊຸມ ນາໆຊາດ ເພື່ອຊຸກຍູ້ ການປົກຄອງ ແບບປະຊາທິປະໄຕ ໃນຕອນແລງ ມື້ນີ້.

ທ່ານນາງຄລິນຕັນ ຍັງມີແຜນການ ທີ່ຈະໄປຮ່ວມ ພິທີໄວ້ອາໄລ ໃຫ້ແກ່ພວກຜູ້ນຳ ຂອງ ໂປແລນ ຮວມທັງ ປະທານາທິບໍດີ LECH KACZYNSKI ທີ່ເຖິງແກ່ ອະສັນຍະກຳ ໃນເດືອນເມສາ ຜ່ານມາ ຍ້ອນເຮືອບິນຕົກ ທີ່ປະເທດຣັດເຊຍ.

ໂປແລນ ແມ່ນບ່ອນຢຸດແວ່ ບ່ອນທີ 2 ໃນການເດີນທາງ ຢ້ຽມຢາມ 5 ປະເທດ ໃນຢູໂຣບ ຕາເວັນອອກ ແລະເຂດພູ ໂກກາຊັສ. ລັດຖະມົນຕີ ການຕ່າງປະເທດ ສະຫະລັດ ໄດ້ເດີນ ທາງໄປເຖິງໂປແລນ ຈາກນະຄອນຫຼວງ KYIV ຂອງຢູເຄຣນ ແລະຈະເດີນທາງຕໍ່ ໄປຢ້ຽມຢາມ AZERBAIJAN, ARMENIA ແລະ GEORGIA.

XS
SM
MD
LG