ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານນາງຄລິນຕັນຢ້ຽມຢາມຢູໂຣບ


ລັດຖະມົນຕີ ການຕ່າງປະເທດ ສະຫະລັດ ທ່ານນາງ ຮິລລາຣີ ຄລິນຕັນ ກຳລັງຢູ່ທີ່ ນະຄອນຫຼວງ KYIV ຂອງຢູເຄຣນ ຊຶ່ງເປັນ ບ່ອນຢຸດແວ່ ບ່ອນທຳອິດ ໃນການຢ້ຽມຢາມ 5 ປະເທດ ໃນຢູໂຣບຕາເວັນອອກ ແລະເຂດພູໂກກາຊັສ.

ໃນວັນສຸກມື້ນີ້ ທ່ານນາງຄລິນຕັນ ໄດ້ເຈລະຈາຫາລື ກັບປະທານາທິບໍດີ ຢູເຄຣນ ທ່ານ VIKTOR YANUKOVYCH ທີ່ໄດ້ຍື່ນມືໄປຫາ ທັງປະເທດ ຕາເວັນຕົກ ແລະຣັດເຊຍ. ໃນການເດີນທາງ ໄປຢ້ຽມຢາມ ຕ່າງປະເທດ ເທື່ອທຳອິດ ໃນນາມ ປະນາທິບໍດີ ຂອງທ່ານນັ້ນ ແມ່ນນະຄອນ BRUSSELS ແທນທີ່ຈະແມ່ນ ກຸງມົສກູ.

ໃນວັນເສົາມື້ອື່ນ ທ່ານນາງຄລິນຕັນ ຈະອອກເດີນທາງ ໄປຍັງໂປແລນ ບ່ອນທີ່ທ່ານນາງ ຈະໄດ້ພົບປະ ກັບລັດຖະມົນຕີ ການຕ່າງປະເທດ RADOSLAW SIKORSKI. ທີ່ນັ້ນ ທ່ານນາງຄລິນຕັນ ຍັງຈະໄດ້ ໄປຮ່ວມພິທີ ໄວ້ອາໄລ ໃຫ້ແກ່ພວກຜູ້ນຳ ຂອງໂປແລນ ຮວມທັງມື້ລາງ ປະທານາທິບໍດີ LECH KACZYNSKI ທີ່ໄດ້ເຖິງແກ່ ອະສັນຍະກຳ ໃນເດືອນເມສາ ຜ່ານມາ ໃນອຸບັດຕິເຫດ ເຮືອບິນຕົກ ທີ່ປະເທດຣັດເຊຍ.

ຫຼັງຈາກນັ້ນ ທ່ານນາງຄລິນຕັນ ກໍຈະເດີນທາງ ໄປຢ້ຽມຢາມ ທັງ AZERBAIJAN ແລະ ARMENIA. ທ່ານນາງ ມີແຜນການ ຈະຮຽກຮ້ອງໃຫ້ ພວກຜູ້ນຳ ຂອງປະເທດທັງສອງ ເຮັດຂໍ້ຕົກລົງ ສັນຕິພາບ ຂັ້ນສຸດທ້າຍ ກ່ຽວກັບເຂດ NAGORNO-KARABAKH ຊຶ່ງເປັນເຂດ ຂອງຊາວອາເມເນຍ ໃນ AZERBAIJAN ທີ່ຕ້ອງການ ຢາກເປັນເອກກະລາດ.

ທ່ານນາງຄລິນຕັນ ຈະມ້ວນທ້າຍ ການຢ້ຽມຢາມ 5 ປະເທດ ຂອງທ່ານນາງ ໃນມື້ວັນຈັນຈະມາ ດ້ວຍການຢຸດແວ່ ທີ່ປະເທດຈໍເຈຍ.

XS
SM
MD
LG