ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໐໑ ເມສາ ໒໐໒໓

ທ່ານນາງ Clinton ຢ້ຽມຢາມ ປະເທດສະເປນ


ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານນາງ Hillary Clinton ກ່າວຄຳປາໄສທີ່ກອງປະຊຸມລະດັບລັດ ຖະມົນຕີ ຂອງປະຊາຄົມປະຊາທິປະໄຕ ທີ່ນະຄອນຫຼວງ Vilnius ຂອງລີທົວເນຍ (1 ກໍລະກົດ 2011)

ລັດຖະມົນຕີການຕ່າງປະເທດສະຫະລັດທ່ານນາງ Hillary Clinton ມຸ່ງໜ້າໄປຍັງສະເປນ
ໃນວັນສຸກມື້ນີ້ ໃນການຢ້ຽມຢາມສັນຖະວະໄມຕີທາງດ້ານການທູດບັນດາປະເທດໃນຢູໂຣບ ທີ່ແນໃສ່ເພື່ອຊຸກຍູ້ອິດສະຫຼະພາບໃນການສະແດງອອກຊຶ່ງຄວາມຄິດຄວາມເຫັນແລະຂໍ້ມູນ
ຂ່າວສານ.

ໃນລະຫວ່າງການຢ້ຽມຢາມເປັນເວລາ 2 ມື້ນັ້ນ ທ່ານນາງ Clinton ຈະພົບປະກັບນາຍົກ
ລັດຖະມົນຕີສະເປນທ່ານ Jose Louis Rodriquez Zapatero ເພື່ອເຈລະຈາຫາລືກ່ຽວ
ກັບຫຼາຍໆເລື່ອງ ຮວມທັງເລື່ອງອັຟການິສຖານ ການຄ້າ ແລະເສດຖະກິດ.

ທີ່ນະຄອນຫຼວງ Vilnius ຂອງລີທົວເນຍໃນວັນພະຫັດວານນີ້ ທ່ານນາງ Clinton ກ່າວ
ຕໍ່ພວກສະໜັບສະໜຸນປະຊາທິປະໄຕວ່າ ໃນທຸກໆຄວາມກ້າວໜ້າທາງດ້ານເທັກໂນໂລຈີຂໍ້
ມູນຂ່າວສານ ກໍຈະມີກຳລັງທີ່ພະຍາຍາມຈະສວຍໃຊ້ຄວາມກ້າວໜ້າເຫຼົ່ານີ້ ເປັນເຄື່ອງມືສຳ
ລັບການບ່ອນທຳລາຍແລະການກົດຂີ່.

ປະເທດລີທົວເນຍແມ່ນບ່ອນຢຸດແວ່ບ່ອນທີສອງໃນການເດີນທາງໄປຢ້ຽມຢາມຢູໂຣບຂອງ
ທ່ານນາງ Clinton. ບ່ອນຢຸດແວ່ບ່ອນທຳອິດ ຂອງລັດຖະມົນຕີການຕ່າງປະເທດສະຫະ
ລັດ ແມ່ນປະເທດຮັງກາຣີ.

ກ່ຽວຂ້ອງກັນ

XS
SM
MD
LG