ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານນາງຄລິນຕັນ ຢ້ຽມຢາມຢູເຄຣນ


ປະທານາທິບໍດີ Ilham Aliyev ​ແຫ່ງ Azerbaijan ທຳ​ຄວາມກົດ​ດັນຕໍ່​ທ່ານ​ນາງ Hillary Clinton ລັດຖະມຸນຕີ​ການ​ຕ່າງປະ​ເທດສະ ຫະລັດ

ໃນ​ວັນ​ອາທິດ​ມື້​ນີ້ ​ໃຫ້​ຊ່ອຍ​ແກ້​ໄຂ​ບັນ​ຫາ​ຂັດ​ແຍ່ງ​ກັບ Armenia ກ່ຽວ​ກັບ​ເຂດ Nagorno-Karabakh ນັ້ນ.

ທ່ານ Aliyev ກ່າວ​ວ່າ ບັນຫາ​ຂັດ​ແຍ່ງ​ກັນ​ທ່ີ​ວ່າ​ນີ້​ ເປັ​ນ​ໄພ​ຂົ່ມຂູ່​ທ່ີສຳ ຄັນ​ຕໍ່​ຄວາມ​ໝັ້ນຄົງ​ຂອງ​ຂົງ​ເຂດ. ກ່ອນທຳ​ການ​ພົບ​ປະກັນ

ທາງ​ສ່ວນ​ໂຕ​ກັບ​ທ່ານ Aliyev ທ່ີ​ນະຄອນ Baku ທ່ານ​ນາງຄລິນ​ຕັນ​ກ່າວ​ວ່າ ບັນຫານີ້​ ກ່ຽວພັນ​ກັບສະຫະລັດ​ເຊັ່ນ​ກັນ ​ແຕ່​ທ່ານ​ນາງ

ບໍ່​ໄດ້ໃຫ້ລາຍ​ລະອຽດໃດໆ​ອີກ. ຂົງ​ເຂດ Nagorno-Karabakh ທ່ີ​ປະກາດ​ແຍກ​ໂຕ​ເປັນ​ເອກ​ກະລາດ ຈາກ Azerbaijan ໄດ້​ຢູ່​ພາຍ​ໃຕ້

ການ​ຄວບ​ຄຸມ​ຂອງ Armenia ມາ ຕັ້ງແຕ່​ໄດ້​ມີ​ການ​ຢຸດ​ຍິງ​ກັນ​ ໃນ​ຊຸມ​ປີ 1990 ນັ້ນ ຊຶ່ງ​ໄດ້​ເຮັດ​ໃຫ້​ມີ​ຄົນ​ເສຍ​ຊີວິດ​ໄປ 35 ພັນ​ຄົນ.

ໃນ​ອີກ​ຂ່າວ​ນຶ່ງ​ ​ໃນວັນ​ເສົາ​ວານ​ນີ້ Poland ​ແລະ​ສະຫະລັດ​ໄດ້​ລົງ​ນາມ​ກັນໃນ​ຂໍ້​ຕົກລົງ​ສະບັບ​ນຶ່ງ​ ເພື່ອ​ສ້າງ​ຕັ້ງລະບົບ​ຕໍ່​ຕ້ານ​ລູກ​ສອນ​ໄຟ​ ​ຂຶ້ນ
ເພື່ອປົກ​ປ້ອງ​ພວກ​ປະ​ເທດ​ສະມາຊິກ​ຂອງ​ກຸ່ມ NATO. ຂໍ້​ຕົກລົງ​ທ່ີ​ວ່າ​ນີ້ ແມ່ນ​ຮວມທັງ​ການ​ຕິດຕັ້ງ​ລະບົບ​ສະກັດ​ກັ້ນລູກ​ສອນ​ໄຟ​ຂອງ​ສະຫະລັດ
ຂຶ້ນ​ໃນ​ດິນ​ແດນ​ຂອງ Poland.

ລັດ​ເຊຍ​ຄັດຄ້ານ​ຕໍ່​ແຜນການ​ດັ່ງກ່າວ​ນີ້ ​ແລະໃນ​ຄຳ​ຖະ​ແຫລ​ງ​ໃນ​ພິທີລົງ​ນາມ​ໃນ​ຂໍ້​ຕົກລົງ​ສະ​ບັບນີ້ ທ່ານ​ນາງຄລິນ​ຕັນ​ກ່າວ​ເນັ້ນ​ວ່າ ລະ​ບົບທີ່​ວ່າ​ນີ້
ເປັນ​ລະ​ບົບປ້ອງ​ກັນ​ໂຕ​ເທົ່າ​ນັ້ນ ບໍ່​ແມ່ນແນ​ໃສ່​ລັດ​ເຊຍ​ໂດຍ​ກົງ.

XS
SM
MD
LG