ທ່ານນາງຮີນລາຣີ ຄລິນຕັນ ລັດຖະມົນຕີການຕ່າງປະເທດສະຫະລັດ ເລີ້ມທໍາການຢ້ຽມຢາມເປັນເວລາ 9 ມື້ ຕໍ່ຢ່າງໜ້ອຍ 7 ປະເທດເພື່ອທໍາການໂອ້ລົມສົນທະນາກັນກ່ຽວກັບບັນຫາຕ່າງໆນັບແຕ່ເລື້ອງສຸກຂະພາບຂອງໂລກ ໄປຮອດເລື້ອງພະລັງງານສີຂຽວ ອິດສະລະພາບໃນການໃຊ້ລະບົບອິນເຕີແນັດເພື່ອຕອບໂຕ້ຕໍ່ການກໍ່ການຮ້າຍ ແລະເລື້ອງພາກຕາເວັນອອກກາງນໍາ.
ບ່ອນຢຸດແວ່ແຫ່ງທໍາອິດຂອງທ່ານນາງຈະແມ່ນນະຄອນ Copenhagen ບ່ອນທີ່ທ່ານນາງຄລິນຕັນ ຈະໄດ້ພົບປະແບບ 2 ຝ່າຍຂຶ້ນກັບບັນດາເຈົ້າໜ້າທີ່ແດນມາກ ແລະເຂົ້າຮ່ວມໃນເຫດການສໍາຄັນໃນການສົ່ງເສີມເຕັກໂນໂລຈີສີຂຽວຕ່າງໆ. ຫຼັງຈາກນັ້ນ ທ່ານນາງຈະເດີນທາງຕໍ່ໄປຍັງນະຄອນຫຼວງໂອສໂລ ຂອງນໍເວ ໃນວັນ 1 ມິຖຸນາ ມື້ອື່ນນີ້ ບ່ອນທີ່ທ່ານນາງຈະທໍາການພົບປະກັບພວກໜ້າທີ່ຂັ້ນສູງຂອງນໍເວແລະ ກ່າວປາໄສທີ່ສໍາຄັນຕໍ່ກອງປະຊຸມວ່າດ້ວຍສຸກຂະພາບຂອງໂລກ.
ໃນວັນທີ 3 ມິຖຸນາທ່ານນາງຄລິນຕັນຈະເດີນທາງໄປຮອດກຸງ Stockholm ຂອງ Sweden ເພື່ອທໍາການໂອ້ລົມສົນທະນາກັບບັນດາເຈົ້າໜ້າທີ່ຂອງປະເທດດັ່ງກ່າວໃນຫຼາຍໆເລື້ອງ ແລະຫຼັງຈາກນັ້ນທ່ານນາງຈະເດີນທາງມຸ້ງໜ້າ ໄປຢ້ຽມຢາມພວກປະເທດ ໃນເຂດພູ Caucasus ອັນມີປະເທດ Armenia, Georgia ແລະ Azerbaijan ນັບແຕ່ວັນທີ 4 ຫາວັນທີ 7 ມິຖຸນາບ່ອນທີ່ທ່ານນາງຈະທໍາການໂອ້ລົມສົນທະນາກັນ ເລື້ອງຄວາມປອດໄພ ລະບອບປະຊາທິປະໄຕແລະການພັດທະນາເສດຖະກິດໃນພາກພື້ນ.
ທ່ານນາງຄລິນຕັນຈະມ້ວນທ້າຍການຢ້ຽມຢາມຂອງທ່ານນາງທີ່ນະຄອນອິສຕັງບູລ ປະເທດເທີກີ ບ່ອນທີ່ທ່ານນາງຈະເປັນປະທານຮ່ວມຂອງກອງປະຊຸມໂຟຣອມວ່າດ້ວຍການຕໍ່ຕ້ານການກໍ່ການຮ້າຍຂອງໂລກນັ້ນ.