ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດ ຢາກຈະຊຸກຍູ້ ຜົນປະໂຫຍດ ທາງເສດຖະກິດ


Snow is plowed behind a jogger running on the Washington Monument grounds in Washington. Snow fell in parts of the Mid-Atlantic and Northeast as winter-weary motorists faced another potentially treacherous commute, just days before the start of spring.
Snow is plowed behind a jogger running on the Washington Monument grounds in Washington. Snow fell in parts of the Mid-Atlantic and Northeast as winter-weary motorists faced another potentially treacherous commute, just days before the start of spring.
ລັດຖະມົນຕີ ການຕ່າງປະເທດສະຫະລັດ ທ່ານນາງ Hillary
Clinton ກ່າວວ່າ ເວລານີ້ສົງຄາມໃນອີຣັກກໍສິ້ນສຸດລົງແລ້ວ
ສຳລັບກອງທັບສະຫະລັດແລະສົງຄາມ ໃນອັຟການິສຖານກໍ ພວມຫຼຸດນ້ອຍຖອຍລົງອາເມຣິກາຈຶ່ງພວມຊອກຫາຊ່ອງທາງ
ເພື່ອຊຸກຍູ້ ຜົນປະໂຫຍດທາງດ້ານເສດຖະກິດຂອງຕົນ ຢູ່ໃນ
ທົ່ວໂລກ.

ລັດຖະມົນຕີການຕ່າງປະເທດສະຫະລັດ ໃຫ້ຄວາມເຫັນດັ່ງ
ກ່າວໃນການຖະແຫຼງທີ່ສິງກະໂປໃນວັນເສົາມື້ນີ້ເພື່ອຂະຈັດ ປັດເປົ່າຄວາມວິຕົກກັງວົນທີ່ພວມປະກົດໃຫ້ເຫັນເປັນລາງໆ
ກ່ຽວກັບອັນທີ່ເອີ້ນວ່າ ເຫວງົບປະມານ ຊຶ່ງຈະພາໃຫ້ມີການ ຂຶ້ນພາສີແລະຕັດການໃຊ້ຈ່າຍລົງຢ່າງຫຼວງຫຼາຍຢູ່ໃນສະຫະ
ລັດ ທີ່ຈະພາໃຫ້ມີການຕໍ່ສູ້ກັນ ລະຫວ່າງປະທານາທິບໍດີບາ
ຣັກ ໂອບາມາ ກັບສະມາຊິກຂອງພັກຣີພັບບລີກັນ ຢູ່ໃນລັດຖະສະພາ. ຫຼັງຈາກໄດ້ພົບປະ ກັບປະທານາທິບໍດີໃນມື້ວັນສຸກວານນີ້ແລ້ວ ສະມາຊິກພັກຣີພັບບລີກັນແລະເດໂມແຄຣັທ ກໍໃຫ້ຄຳໝັ້ນສັນຍາວ່າ ຈະພາກັນຊອກຫາຊ່ອງທາງປະນີປະນອມເພື່ອຫຼີກລ່ຽງບໍ່ໃຫ້ເກີດ ໄພພິບັດທາງດ້ານການເງິນ.

ທ່ານນາງ Clinton ທີ່ພວມຈະເດີນທາງ ໄປຮ່ວມກອງປະຊຸມສຸດຍອດເອເຊຍປາຊີຟິກທີ່ ກຳປູເຈຍ ຊຶ່ງຈະມີປະທານາທິບໍດີໂອບາມາເຂົ້າຮ່ວມນຳນັ້ນ ກ່າວວ່າ ຄວາມໝັ້ນໃຈໂດຍ ເຕັມແລະຄວາມເຊື່ອຖືໃນສະຫະລັດບໍ່ຄວນຈະເປັນຄຳຖາມ.

ທ່ານນາງ Clinton ກ່າວວ່າ ການຮັບມືກັບໄພຂົ່ມຂູ່ຕ່າງໆຈະເປັນຈຸດແກນກາງໃນນະໂຍ ບາຍການຕ່າງປະເທດ ຂອງສະຫະລັດສະເໝີໄປ ແຕ່ມັນບໍ່ສາມາດເປັນນະໂຍບາຍການ ຕ່າງປະເທດຂອງສະຫະລັດພຽງແຕ່ອັນດຽວທໍ່ນັ້ນ.

ລັດຖະມົນຕີການຕ່າງປະເທດ Clinton ເວົ້າວ່າ ວໍຊິງຕັນ ພວມຊອກຫາຊ່ອງທາງ ສ້າງ ຄວາມກໍ້າເກິ່ງຄືນໃໝ່ໃຫ້ແກ່ເສດຖະກິດຂອງໂລກ ເພື່ອໃຫ້ອາເມຣິກາສາມາດສົ່ງອອກ ໄດ້ເພີ່ມຂຶ້ນ ເອເຊຍນໍາເຂົ້າເພີ່ມຂຶ້ນແລະພວກເຮົາກໍສາມາດຫຼີກລ່ຽງວິກິດການທາງດ້ານ ການເງິນແລະເສີມສ້າງພວກຊົນຊັ້ນກາງ.
XS
SM
MD
LG