ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານນາງ Clinton ກ່າວວິຈານ ຂໍ້ຄວາມໃນ Twitter ຂອງທ່ານທຣຳ ກ່ຽວກັບເກົາຫຼີເໜືອ


ອະດີດລັດຖະມົນຕີການຕ່າງປະເທດ ທ່ານນາງ Hillary Clinton ກ່າວຄຳປາໄສໃນເມືອງ Baltimore, ລັດ maryland, ສະຫະລັດ, 5 ມິຖຸນາ, 2017.
ອະດີດລັດຖະມົນຕີການຕ່າງປະເທດ ທ່ານນາງ Hillary Clinton ກ່າວຄຳປາໄສໃນເມືອງ Baltimore, ລັດ maryland, ສະຫະລັດ, 5 ມິຖຸນາ, 2017.

ອະດີດຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ສະຫະລັດ ທ່ານນາງ Hillary
Clinton ໄດ້ກ່າວວິຈານຢ່າງແຮງຕໍ່ຄຳເວົ້າທີ່ລົບກວນກ່ຽວກັບ ເກົາຫຼີເໜືອ ຂອງທ່ານ
ທຣຳ, ໃນລະຫວ່າງການກ່າວຄຳປາໄສທີ່ປະເທດ ເກົາຫຼີໃຕ້ ໃນວັນພຸດມື້ນີ້.

ທ່ານນາງ Clinton ໄດ້ກ່າວໃນລະຫວ່າງໃຫ້ຄຳປາໄສ ຕໍ່ກອງປະຊຸມຄວາມຮູ້ໂລກ ທີ່
ນະຄອນຫຼວງ ໂຊລ ວ່າ “ມັນບໍ່ມີເຫດຜົນສຳລັບພວກເຮົາທີ່ຈະມັກໂຕ້ຖຽງ ແລະ ຮຸນ
ແຮງກັບປະເທດອື່ນ.”

ທ່ານນາງ Clinton ບໍ່ເຫັນດີກັບການເວົ້າດູໝິ່ນຂອງທ່ານປະທານາທິບໍ ດີ ກ່ຽວກັບ
ທ່ານ ຄິມ ຈອງ ອຶນ ວ່າ “ມະນຸດຈະຫຼວດນ້ອຍ” ແລະ ການຂົ່ມຂູ່ຂອງທ່ານ ທີ່ຈະຕອບ
ໂຕ້ ຕໍ່ການທ້າທາຍເກາະຜິດ ຂອງ ເກົາຫຼີເໜືອ ດ້ວຍ “ໄຟ ແລະ ຄວາມດຸຮ້າຍ.”

ທ່ານນາງໄດ້ກ່າວວ່າ “ດ້ວຍຊະຕາກຳຂອງປະຊາຊົນຫຼາຍລ້ານຄົນທີ່ຂຶ້ນຢູ່ກັບການ
ແກ້ໄຂບັນຫາທາງການທູດ ຕໍ່ວິກິດການກັບເກົາຫຼີເໜືອ ນັ້ນ, ມັນຄວນເປັນໄປໂດຍ
ປາສະຈາກການເວົ້າຂົ່
ມຂູ່ວ່າ ຈະເລີ່ມສົງ ຄາມນັ້ນ ແມ່ນອັນຕະລາຍ ແລະ ບໍ່ຮອບ
ຄອບ.”

ທ່ານນາງຍັງໄດ້ກ່າວວ່າ “ການຖຽງກັນກັບທ່ານ ຄິມ ຈອງ ອຶນ ພຽງແຕ່ເຮັດໃຫ້ພວກ
ເຮົາມີຮອຍຍິ້ມເທົ່ານັ້ນ”
ແລະ ເຮັດໃຫ້ຜູ້ນຳລັດຖະບານ ພຽງຢາງ ໄດ້ຮັບຄວາມສົນ
ໃຈຈາກສາກົນທີ່ເຂົາເຈົ້າຕ້ອງການ.

ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ Rex Tillerson ໃນສັບປະດານີ້ ໄດ້
ກ່າວປ້ອງກັນ ຂໍ້ຄວາມທີ່ມີບັນຫາໃນ Twitter ຂອງທ່ານ ທຣຳ ແລະຄຳເວົ້າຫຍາບ
ຄາຍຕ່າງໆນັ້ນວ່າ ເປັນຄວາມພະຍາ ຍາມທີ່ຈະ “ສ້າງເຫດການທີ່ຈະນຳໄປສູ່ການ
ເຈລະຈາ”
ເພື່ອດຳເນີນການທາງການທູດໄປຕໍ່ໜ້າ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG